ກອງປະຊຸມວິຊາການ ສະມາຄົມສັນລະຍະແພດລາວ

ກອງປະຊຸມວິຊາການ ສະມາຄົມສັນລະຍະແພດລາວ
ກອງປະຊຸມວິຊາການປະຈໍາປີ ສະມາຄົມສັນລະຍະແພດລາວຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ ນີ້ ທີ່ໂຮງໝໍມະໂຫສົດ ໂດຍການເຂົ້າຮ່ວມແລະກ່າວເປີດຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ ສຸກສະຫວາດ ສີວິໄຊ ປະທານສະມາຄົມສັນລະຍະແພດລາວ, ມີຜູ້ອໍານວຍການໂຮງໝໍມະໂຫສົດ; ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ບັັນດາອາຈານ,ນັກວິຊາການຜູ້ຊົງຄຸນວຸດທິ,ຊ່ຽວຊາຜ່າຕັດ, ວິທະຍາກອນຈາກພາຍໃນແລະຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຄະນະຈາກກະຊວງສາທາລະນະສຸກ,ພະແນກສາທາລະນະສຸກ ແລະ ໂຮງໝໍແຂວງ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສະໜອງ ທອງຊະນະ ໄດ້ກ່າວວ່າ: ກະຊວງສາທາລະນະສຸກຍາມໃດກໍເອົາໃຈໃສ່ໃນການສົ່ງເສີມໃຫ້ປະຊາຊົນລາວບັນດາເຜົ່າໄດ້ມີສຸຂະພາບແຂງແຮງ ໂດຍການສົ່ງເສີມນະໂຍບາຍສາທາລະນະສຸກທົ່ວປວງຊົນ, ຖືເອົາວຽກງານອະນາໄມ ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ວຽກງານບໍລິການປິ່ນປົວສຸຂະພາບເປັນສຳຄັນ. ໃນການຍົກສູງຄຸນນະພາບການບໍລິການປິ່ນປົວນັ້ນ, ວິຊາການສັນລະຍະສາດກໍຄືການຜ່າຕັດແມ່ນມີຄວາມສຳຄັນຫຼາຍ ແລະ ຈຳເປັນຫຼາຍໃນການປິ່ນປົວໃຫ້ຫາຍດີເປັນປົກກະຕິ ຊ່ວຍກອບກູ້ຊີວິດໃນພາວະທົ່ວໄປ ກໍຄືພາວະຮີບດ່ວນ ກະທັນຫັນ ແລະ ສຸກເສີນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອດໍາເນີນຕາມປະຕິທິນປະຈໍາປີຂອງສະມາຄົມສັນລະຍະແພດລາວ, ຍົກລະດັບຄວາມຮູ້ຄວາມສາມາດທ່ານໝໍຜ່າຕັດຂອງລາວໃຫ້ສູງຂຶ້ນເທື່ອລະກ້າວ ແລະ ແລກປ່ຽນປະສົບການລະຫວ່າງທ່ານໝໍຜ່າຕັດຂອງລາວດ້ວຍກັນ ແລະ ຕ່າງປະເທດ. ວິຊາສັນລະຍະສາດ ຫຼື ຜ່າຕັດ ແມ່ນຂະແໜງການສຳຄັນແລະຂາດບໍ່ໄດ້ໃນວຽກງານສາທາລະນະສຸກ,ລັດຖະບານໄດ້ລົງທຶນມະຫາສານໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຕອບສະໜອງອຸປະກອນການແພດຜ່າຕັດຕາມທ່າແຮງແລະຄວາມສາມາດຂອງແຕ່ລະແຂວງ,  ປະເທດເຮົາຢູ່ທຸກແຂວງກໍມີນັກວິຊາການຜ່າຕັດ, ການສ້າງຕັ້ງສະມາຄົມສັນລະຍະແພດທີ່ໄດ້ເປັນສູນກາງໃນທ້ອນໂຮມການສ້າງຄວາມເຂັ້ມແຂງແກ່ວິຊາຜ່າຕັດ, ສ້າງຄວາມເຂັ້ມແຂງແກ່ການກໍ່ສ້າງພັດທະນາວິຊາການ, ຮ່ວມມືກັບສາກົນ, ກຳນົດບຸລິມະສິດໃນການຈັດສັນຕາໜ່າງການບໍລິການວິຊາການໃນແຕ່ລະເຂດ, ລວມທັງພັດທະນາຫຼັກສູດການຮຽນການສອນໃນ ມະຫາວິທະຍາໄລວິທະຍາສາດສຸຂະພາບ(ມວສ).ມາຮອດປັດຈຸບັນເຫັນໄດ້ວ່າສະມາຄົມສັນລະຍະແພດໄດ້ມີການເຕີບໃຫຍ່ຂະຫຍາຍຕົວທັງປະລິມານແລະຄຸນນະພາບ, ຈຳນວນສະມາຊິກໄດ້ມີຈຳນວນເພີ່ມຂຶ້ນ ໄດ້ມີການພັດທະນາຫຼັກສູດຫຼັງມະຫາພາຍໃນປະເທດຊຶ່ງແຕ່ລະປີກໍມີນັກວິຊາການທີ່ມີຄວາມຮູ້ຄວາມສາມາດສຳເລັດການສຶກສາຮັບໃຊ້ສັງຄົມໄດ້ມີການແລກປ່ຽນພົວພັນ ແລະ ກໍ່ສ້າງວິຊາການກັບບັນດາປະເທດໃນພາກພື້ນແລະສາກົນຫຼາຍຂຶ້ນ. 
ປະຊຸມຄັ້ງນີ້ ນອກຈາກຈະເປັນການສ້າງຄວາມສາມັກຄີ, ການຖອດຖອນບົດຮຽນປະສົບການຈາກຜູ້ເຂົ້າຮ່ວມຈາກທົ່ວປະເທດແລ້ວ ຍັງຈະໄດ້ຟັງການນຳສະເໜີໃນການອັບເດດວິທະຍາການເຕັກນິກອັນໃໝ່, ການຄົ້ນພົບໃໝ່ທາງວິຊາການທີ່ຍັງຕ້ອງຮຽນຮູ້ພັດທະນາຕົນເອງເພື່ອຍົກສູງຄຸນນະພາບຂອງວຽກງານສັນລະຍະສາດຂອງປະເທດໃຫ້ເທົ່າທຽມກັບພາກພື້ນ ສາມາດຮຽນຮູ້ວິທະຍາການອັນໃໝ່ເພື່ອໃຫ້ເກີດມີພາຍໃນປະເທດ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວສາທະລະນະສຸກ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ເພີ່ມເຕີມ