ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ
ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ອງການກາແດງສະວດສ ມອບລດໃຫອງການກາແດງແຫງຊາດລາວ - image 1
 

 

ພິທີມອບ-ຮັບລົດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ສະຖາບັນເລືອດ ແຫ່ງຊາດ ໂດຍແມ່ນ ທ່ານ ນາງ ບີນີຕາ ໂປ່ ເດ່ວ ຜູ້ຕາງໜ້າອົງການກາແດງສະວິດສ ປະຈຳ ສປປ ລາວ ເປັນຜູ້ກ່າວມອບ ແລະ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ເປັນຜູ້ກ່າວຮັບ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ລົດທີ່ມາມອບໃຫ້ຄັ້ງນີ້ມີລົດຈິບ Toyota Fortuner 1 ຄັນ ແລະ ລົດຕູ້ Toyota HIACE 2 ຄັນ ລວມມູນຄ່າທັງໝົດ 116,500 ໂດລາ ແລະ ຈະມອບໃຫ້ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ, ສູນເລືອດແຂວງໄຊສົມບູນ ແລະ ສູນເລືອດແຂວງເຊກອງ ເພື່ອເສີມສ້າງຂີດຄວາມສາມາດໃນການອອກຮັບບໍລິຈາກ ເລືອດເຄື່ອນທີ່ໃນເຂດເປົ້າໝາຍດັ່ງກ່າວ, ປັດຈຸບັນ, ຫຼາຍກວ່າ 80% ຂອງການບໍລິຈາກເລືອດໃນ ສປປ ລາວ ແມ່ນ ໄດ້ຮັບຈາກການອອກໜ່ວຍຮັບບໍລິຈາກເລືອດເຄື່ອນທີ່ ຊຶ່ງລົດທີ່ໄດ້ຮັບຄັ້ງນີ້ຈະປະກອບສ່ວນເຮັດໃຫ້ການອອກຮັບບໍລິຈາກເລືອດໄດ້ຢ່າງກວ້າງຂວາງ ໂດຍສະເພາະໃນຊຸມຊົນເຂດຫ່າງໄກສອກຫຼີກ ແລະ ຊຸມຊົນຜູ້ດ້ອຍໂອກາດ.

ທ່ານ ຈັນທະລາ ສຸກສາຄອນ ກ່າວວ່າ: ລົດທີ່ໄດ້ຮັບຄັ້ງນີ້ແມ່ນເປັນຊັບສິນອັນລ້ຳຄ່າຂອງ ທີມອອກໜ່ວຍຮັບບໍລິຈາກເລືອດເຄື່ອນທີ່ຂອງພວກເຮົາຈະຊ່ວຍໃຫ້ພວກເຮົາຂະຫຍາຍການເຂົ້າເຖິງ ແລະ ດໍາເນີນງານໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ທັງໃນລະດັບຂັ້ນສູນກາງ ແລະ ຂັ້ນແຂວງທີ່ການອອກຮັບບໍລິຈາກ ເລືອດມີອຸປະສັກ ຊຶ່ງຕ້ອງການພາຫະນະໃນການອອກຮັບບໍລິຈາກເລືອດເຄື່ອນທີ່ຢ່າງເປັນປົກກະຕິ.

ທ່ານ ນາງ ບີນີຕາ ໂປ່ເດ່ວ ກ່າວວ່າ: ການມອບຮັບພາຫະນະຄັ້ງນີ້ສະແດງ ໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານປຸລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພໃນຂອບເຂດທົ່ວປະເທດ. ນອກຈາກການສະໜັບສະໜູນທາງດ້ານສິ່ງອຳນວຍຄວາມສະດວກແລ້ວ, ພວກເຮົາຍັງມີ ເປົ້າໝາຍທີ່ຈະເຮັດວຽກຮ່ວມກັນກັບອົງການກາແດງແຫ່ງຊາດລາວຢ່າງໃກ້ຊິດເພື່ອສ້າງຂີດຄວາມສາ ມາດທາງດ້ານວິຊາການ, ແລກປ່ຽນບົດຮຽນ ແລະ ປະກອບສ່ວນສະໜັບສະໜູນເຂົ້າໃນລະບົບວຽກ ງານເລືອດແຫ່ງຊາດໃຫ້ມີຄວາມຍືນຍົງ ແລະ ເທົ່າທຽມກັນ.

ໃນໂອກາດດັ່ງກ່າວ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ສະແດງຄວາມຂອບໃຈຕໍ່ອົງ ການກາແດງສະວິດສທີ່ໄດ້ສືບຕໍ່ຮ່ວມມືກັນ ແລະ ໃຫ້ການສະໜັບສະໜູນຕະຫຼອດມາ. ພາຫະນະເຫຼົ່າ ນີ້ຈະຊ່ວຍເພີ່ມຄວາມສາມາດໃນການປຸກລະດົມຂົນຂວາຍການບໍລິຈາກເລືອດໄດ້ເປັນຢ່າງຍິ່ງ ໂດຍ ສະເພາະໃນຊຸມຊົນທີ່ເຂົ້າເຖິງໄດ້ຍາກຖືເປັນບາດກ້າວສຳຄັນຕໍ່ການບັນລຸ ເປົ້າໝາຍຂອງພວກເຮົາ ໃນການຮັບບໍລິຈາກເລືອດເພື່ອເຮັດໃຫ້ມີການຄວບ ຄຸມເອົາພື້ນທີ່ຫຼາຍຂຶ້ນໃນ ຂອບເຂດທົ່ວປະເທດ, ການມອບ-ຮັບພາຫະນະໃນຄັ້ງນີ້ຖືເປັນ ບາດກ້າວສຳຄັນໃນການຮັບປະກັນວ່າ ການສະໜອງເລືອດທີ່ປອດໄພ, ທັນເວລາ ແລະ ເທົ່າທຽມກັນນັ້ນສາມາດເຂົ້າເຖິງໄດ້ສຳລັບທຸກຄົນຜູ້ ທີ່ຕ້ອງການ ໃນ ສປປ ລາວ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວສາທະລະນະສຸກ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ເພີ່ມເຕີມ