ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ ບົກຜ່ອງທາງຮ່າງກາຍ

ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ ບົກຜ່ອງທາງຮ່າງກາຍ

ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ  ບົກຜ່ອງທາງຮ່າງກາຍ
ອົງການອາຫານໂລກແຫ່ງສະຫະປະຊາຊາດ ຮ່ວມກັບ ກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກົມສະຫວັດດີການສັງຄົມຂອງກະຊວງແຮງງານ ແລະ ສະຫວັດດິການສັງຄົມ, ຈັດຝຶກອົບຮົມວິຊາການ ກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສຳລັບຄົນທີ່ມີຄວາມພິການໃນນະຄອນຫຼວງວຽງຈັນ, ໃນວັນທີ 3 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກະສາດ, ທ່ານ ກິນດາວົງ ຫຼວງລາດ ຮອງຫົວໜ້າກົມສັງຄົມສົງເຄາະ, ທ່ານ ວິງທອງ ຈັນທະວົງ ຜູ້ຈັດການຝ່າຍປະຕິບັດການ, ສູນປຶກສາການບູລະນາການຄົນພິການ, ທ່ານ ນາໂອກິ ມາເອະກາວາ ຮອງຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ, ແຂກຖືກເຊີນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສປປ ລາວ ກຳລັງປະເຊີນກັບໄພພິບັດທາງອຸຕຸນິຍົມເຊັ່ນ: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຄວາມຮ້ອນທີ່ເພີ່ມທະວີຄວາມຮຸນແຮງຂຶ້ນເນື່ອງຈາກການປ່ຽນແປງຂອງສະພາບອາກາດ. ນ້ຳຖ້ວມໃນປີ 2024 ໃນແຂວງຫຼວງນໍ້າທາ ເກີດຄວາມເສຍຫາຍໜັກເປັນຕົວຢ່າງທີ່ຊັດເຈນຂອງຄວາມຈຳເປັນຢ່າງຮີບດ່ວນໃນການກະກຽມຄວາມພ້ອມໃນການຮັບມືກັບໄພພິບັດຢ່າງມີປະສິດທິພາບ. ການຮັບປະກັນວ່າຂໍ້ຄວາມແຈ້ງເຕືອນໄພພິບັດສາມາດເຂົ້າເຖິງທຸກຄົນ ລວມທັງຜູ້ພິການແມ່ນສິ່ງສຳຄັນຫຼາຍໃນການປົກປ້ອງຊຸມຊົນ ລວມທັງການສ້າງຄວາມພ້ອມ ແລະ ຂີດຄວາມສາມາດໃຫ້ແກ່ລັດຖະບານໃນການຄຸ້ມຄອງປະຊາຊົນໄດ້ດີຂຶ້ນ.

ການຈັດຝຶກອົບຮົມຄັ້ງນີ້, ເກີດຂຶ້ນຈາກຄຳແນະນຳໃນລາຍງານການສຳຫຼວດຄວາມຮັບຮູ້ລະບົບແຈ້ງເຕືອນໄພພິບັດທີ່ສະເໜີໃຫ້ມີການພັດທະນາລະບົບແຈ້ງເຕືອນທີ່ປະກອບດ້ວຍຄວາມຫຼາກຫຼາຍເຂົ້າເຖິງໄດ້ສະດວກ ແລະ ໃຫ້ຄວາມສຳຄັນກັບຜູ້ທີ່ເປັນກຸ່ມສ່ຽງ ແລະ ບອບບາງທີ່ສຸດ ຊຶ່ງຜົນການສຳຫຼວດພົບວ່າຜູ້ພິການຫຼາຍຄົນໃນ ສປປ ລາວ ປະສົບກັບອຸປະສັກໃນການຮັບຂໍ້ມູນຂ່າວສານ, ຄວາມເຂົ້າໃຈ ແລະ ການປະຕິບັດຕາມຂໍ້ຄວາມແຈ້ງເຕືອນ. ຊ່ອງວ່າງເຫຼົ່ານີ້, ບໍ່ພຽງແຕ່ເປັນອັນຕະລາຍຕໍ່ຕົວບຸກຄົນ, ແຕ່ຍັງບັນທອນຄວາມສາມາດຂອງຊຸມຊົນໃນການຕອບສະໜອງຕໍ່ສະຖານະການຈຳເປັນອີກດ້ວຍ.

ທ່ານ ບຸນເຕີມ ສີສຸພັນທະວົງ ກ່າວວ່າ: ‘’ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH), ພວກເຮົາມຸ່ງໝັ້ນທີ່ຈະເຮັດໃຫ້ການຄາດຄະເນ ແລະ ການເຕືອນໄພຂອງພວກເຮົາກວ້າງຂວາງ ແລະ ເຂົ້າເຖິງໄດ້ຫຼາຍຂຶ້ນ. ພວກເຮົາຮັບຮູ້ວ່າຜູ້ພິການປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນລະຫວ່າງໄພພິບັດເກີດຂຶ້ນ ແລະ ພວກເຮົາຕ້ອງເຮັດວຽກຮ່ວມກັນຫຼາຍຂຶ້ນກັບຄູ່ຮ່ວມງານທັງໝົດເພື່ອຮັບປະກັນວ່າຈະບໍ່ມີໃຜຖືກປະຖິ້ມໄວ້ເບື້ອງຫຼັງ. ກອງປະຊຸມປຶກສາຫາລືຄັ້ງນີ້ແມ່ນໂອກາດອັນລ້ຳຄ່າທີ່ຈະຮັບຟັງ, ຮຽນຮູ້, ແລະ ເສີມສ້າງການບໍລິການເຕືອນໄພລ່ວງໜ້າຂອງພວກເຮົາໂດຍການລວມເອົາສຽງ ແລະ ປະສົບການຂອງຜູ້ພິການ.’’

ການອົບຮົມຄັ້ງນີ້ແມ່ນເປັນການສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ຕໍ່ຂໍ້ບັງຄັບມາດຕາ 11 ຂອງອະນຸສັນຍາສະຫະປະຊາຊາດ ວ່າດ້ວຍສິດຂອງຜູ້ພິການ ຊຶ່ງຮຽກຮ້ອງໃຫ້ມີການປົກປ້ອງ ແລະ ຮັບປະກັນຄວາມປອດໄພໃຫ້ຜູ້ພິການໃນສະຖານະການສ່ຽງອັນຕະລາຍລວມທັງໄພພິບັດທາງທຳມະຊາດອີກດ້ວຍ. ນອກຈາກນີ້ຍັງສອດຕ່ອງກັບແຜນງານວ່າດ້ວຍການແຈ້ງເຕືອນລ່ວງໜ້າສຳລັບໝົດທຸກຄົນຂອງ ສປປ ລາວ ທີ່ມຸ່ງໝັ້ນໃນການສ້າງລະບົບແຈ້ງເຕືອນໄພທີ່ຄອບຄຸມ ແລະ ໃຫ້ຄວາມສຳຄັນກັບປະຊາຊົນຢ່າງແທ້ຈິງພາຍໃນປີ 2027.

ທ່ານ ກິນດາວົງ ຫຼວງລາດ ກ່າວວ່າ: ເພື່ອຜັນຂະຫຍາຍຂອບແຜນງານເຊັນໄດຂອງສາກົນວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ 2015-2030, ແຜນພັດທະນາແບບຍືນຍົງ (SDG 11), ຍຸດທະສາດອີນຊອນເປົ້າ ໝາຍທີ 7, ຖະແຫຼ່ງການປັກກິງຢູ່ມາດຕາ 11 ຂອງ CRPD ຊຶ່ງເນັ້ນໃຫ້ເຫັນຄວາມສໍາຄັນຂອງການຫຼຸດຜ່ອນຄວາມສ່ຽງໄພພິບັດ ໂດຍການເອົາຜູ້ພິການເຂົ້າມີສ່ວນຮ່ວມໃນທຸກກິດຈະກຳໃນການການກຽມຄວາມພ້ອມ ແລະ ຮັບມືກັບໄພພິບັດ ໂດຍສະເພາະແມ່ນການຮັບຂໍ້ມູນຂ່າວສານການເຕືອນໄພລ່ວງໜ້າ. ກອງປະຊຸມປຶກສາຫາລືຄັ້ງນີ້ແມ່ນເປັນບາດກ້າວສຳຄັນໃນການແລກປ່ຽນບົດຮຽນທີ່ດີ, ສິ່ງທ້າທາຍ, ທິດທາງແກ້ໄຂໃນຕໍ່ໜ້າ ແລະ ເປັນການຍົກສູງບົດບາດການມີສ່ວນຮ່ວມຂອງຜູ້ພິການເຂົ້າມີສ່ວນຮ່ວມໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ເພື່ອພັດທະນາໃຫ້ລະບົບເຕືອນໄພລ່ວງໜ້າໃຫ້ທຸກພາກສ່ວນ, ທຸກຄົນໃນສັງຄົມໄດ້ຮັບຂໍ້ມູນຂ່າວສານຢ່າງທົ່ວເຖິ່ງ ແລະ ບໍ່ມີໃຜຖືກປະຖິ້ມຢູ່ເບື້ອງຫຼັງ.

ທ່ານ ວິງທອງ ຈັນທະວົງ, ສູນປຶກສາການບູລະນາການຄົນພິການ ກ່າວວ່າ: ຂ້າພະເຈົ້າຮູ້ສຶກໝັ້ນໃຈທີ່ເຫັນຜູ້ເຂົ້າຮ່ວມຈາກຫຼາກຫຼາຍຂະແໜງການ ແລະ ອົງການມາຮ່ວມກັນໃນວັນນີ້ຢູ່ທີ່ນີ້, ລວມທັງກະຊວງຕ່າງໆ, ອົງການພັດທະນາສັງຄົມ, ອົງການຂອງຜູ້ພິການ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາອື່ນໆ. ເມື່ອທຸກຝ່າຍເຂົ້າໃຈອຸປະສັກຂອງຜູ້ພິການແຕ່ລະປະເພດ, ການພັດທະນາເຄື່ອງມື ແລະ ເຕັກໂນໂລຊີສື່ສານທີ່ເໝາະສົມທີ່ສາມາດນຳໄປໃຊ້ເພື່ອໃຫ້ຂ່າວສານເຂົ້າເຖິງຄົນທົ່ວສັງຄົມໄດ້ໃນຍາມເກີດເຫດສຸກເສິນ”

ທ່ານ ນາໂອກິ ມາເອະກາວາ ກ່າວວ່າ: ໃນຖານະທີ່ເປັນອົງການມະນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກ, ອົງການອາຫານໂລກມຸ່ງໝັ້ນວ່າຈະບໍ່ປະຖິ້ມໃຜໄວ້ຂ້າງຫຼັງ – ໂດຍສະເພາະໃນເວລາວິກິດ. ໃນ ສປປ ລາວ, ພວກເຮົາກຳລັງຊ່ວຍລັດຖະບານສ້າງລະບົບເພື່ອຈັດການຄວາມສ່ຽງຈາກການປ່ຽນແປງຂອງສະພາບອາກາດ ແລະ ເຫດການສຸກເສີນອື່ນໆ, ໂດຍໃຫ້ຄວາມສຳຄັນກັບການເຂົ້າເຖິງຂໍ້ມູນທີ່ທັນເວລາ, ຊັດເຈນ ແລະ ປະຕິບັດໄດ້ ເພື່ອຊ່ວຍຊີວິດຜູ້ຄົນໃຫ້ໄດ້ຫຼາຍທີ່ສຸດ. ການອົບຮົມນີ້ເປັນເຄື່ອງຢືນຢັນເຖິງການຮ່ວມມືໃນການດຳເນີນງານໃນຍາມເກີດເຫດການສຸກເສິນ.”

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ