ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ
ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ມອບ-ຮບ ໂຄງການໂຮງໝມດຕະພາບ ລາວ-ຫວຽດນາມທແຂວງຫວພນ - image 1
 

 

ໃນໂອກາດນີ້, ສະຫາຍ ຫງວຽນ ຮວາຍ ແອັງ, ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ໃນນາມຄະນະຄຸ້ມຄອງໂຄງການຝ່າຍຫວຽດນາມ ໄດ້ລາຍງານຕໍ່ພິທີວ່າ: ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໄດ້ເລີ່ມກໍ່ສ້າງ ໃນເດືອນມິຖຸນາ ປີ 2017 ແລະ ສໍາເລັດ ໃນເດືອນຕຸລາ 2025 ມີມູນຄ່າກໍ່ສ້າງທັງໝົດຈໍານວນ 518.5 ຕື້ດົງ (ສະກຸນເງິນຫວຽດນາມ), ໃນນັ້ນ ເປັນທຶນຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ 515 ຕື້ດົງ ແລະ ທຶນສົມທົບຂອງລັດຖະບານລາວ 3.5 ຕື້ດົງ, ຊຶ່ງມີການລົງທຶນ ໃນ 3 ດ້ານ ຄື: (1) ດ້ານໂຄງສ້າງເປັນອາຄານ 9 ຊັ້ນ, ມີທັງໝົດຈໍານວນ 200 ຕຽງ; (2) ດ້ານອຸປະກອນເຮັດວຽກ ແລະ ອຸປະກອນການແພດ; ແລະ (3) ດ້ານຍົກລະດັບຄວາມຮູ້ຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຊີ.

ມອບ-ຮບ ໂຄງການໂຮງໝມດຕະພາບ ລາວ-ຫວຽດນາມທແຂວງຫວພນ - image 2
 

ໃນໂອກາດດຽວກັນ, ສະຫາຍ ຄຳແພງ ໄຊສົມແພງ, ກຳມະການສູນກາງພັກ, ເຈົ້າແຂວງຫົວພັນ ກໍໄດ້ມີຄໍາເຫັນ ບາງຕອນວ່າ: ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດ ແຫ່ງນີ້ ແມ່ນສ້າງຂຶ້ນບົນໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພື່ອບໍລິການໃຫ້ຄຳປຶກສາ, ເບິ່ງແຍງປິ່ນປົວສຸຂະພາບ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມືທັນສະໄໝ, ມີຄວາມສະດວກ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງເປັນສັນຍາລັກແຫ່ງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນຂົວຕໍ່ແຫ່ງການເຊື່ອມໂຍງດ້ານຄວາມສາມັກຄີແບບພິເສດ ລະຫວ່າງ ຫົວພັນ-ແທັງຮ່ວາ ໃຫ້ຍືນຍົງຊົ່ວກາລະນານ, ກາຍເປັນມໍລະດົກຕົກທອດທາງດ້ານວັດຖຸ ແລະ ຈິດໃຈສືບຕໍ່ໄປໃນພາຍໜ້າ ເພື່ອຄົນຮຸ່ນຫຼັງ ໄດ້ນໍາໃຊ້ ແລະ ຈົດຈໍາ. ພ້ອມກັນນັ້ນ ກໍໃຫ້ຄວາມເຊື່ອໝັ້ນວ່າ ອົງການປົກຄອງແຂວງ ກໍຄືພາກສ່ວນທີ່ກ່ຽວຂ້ອງຂອງແຂວງຫົວພັນ ຈະພ້ອມກັນເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ໂຮງໝໍແຫ່ງນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສອດຄ່ອງກັບຄວາມມຸ່ງຫວັງ ຂອງການນຳພັກ-ລັດ ແລະ ປະຊາຊົນ ຢ່າງແທ້ຈິງ, ທັງໃຫ້ສາມາດນຳໃຊ້ໄດ້ຍາວນານ.

ມອບ-ຮບ ໂຄງການໂຮງໝມດຕະພາບ ລາວ-ຫວຽດນາມທແຂວງຫວພນ - image 3
 

ຫຼັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ມີຄຳເຫັນ ຕໍ່ພິທີວ່າ: ການຊ່ວຍເຫຼືອທຶນຮອນ ຂອງລັດຖະບານຫວຽດນາມ ເຂົ້າໃນການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດ ແຂວງຫົວພັນ ໃນຄັ້ງນີ້ ແມ່ນການບິແບ່ງໝາກຜົນ ທີ່ຍາດມາໄດ້ ໃນໄລຍະທີ່ຜ່ານມາ ໃຫ້ແກ່ອ້າຍນ້ອງ ທີ່ເຄີຍຮ່ວມສຸກຮ່ວມທຸກນຳກັນ ເພື່ອສ້າງສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ຈົງຮັກພັກດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ບັນລຸຄາດໝາຍໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງສອງປະເທດພວກເຮົາໃຫ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ຂະຫຍາຍຕົວຢ່າງໜັກແໜ້ນ-ເຂັ້ມແຂງ, ປະເທດຊາດ ຈະເລີນກ້າວໜ້າບໍ່ຢຸດຢັ້ງ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ມີຄຳເຫັນບາງຕອນວ່າ: ໂຄງການນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ, ເປັນສັນຍາລັກໜຶ່ງ ຂອງສາຍພົວພັນມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ, ເປັນໂຮງໝໍທີ່ມີຄວາມສວຍງາມ ແລະ ທັນສະໄໝ ໂດຍນຳໃຊ້ທຶນຊ່ວຍເຫຼືອຈາກລັດຖະບານ ແຫ່ງ ສສ ຫວຽດນາມ, ມາຮອດປັດຈຸບັນ ເຫັນວ່າ ການກໍ່ໄດ້ສ້າງສຳເລັດໂດຍພື້ນຖານແລ້ວ. ຕໍ່ຜົນສໍາເລັດດັ່ງກ່າວ, ທ່ານ ໄດ້ສະແດງຄວາມຊົມເຊີຍ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງສອງປະເທດ ໂດຍສະເພາະ ອົງການປົກຄອງແຂວງຫົວພັນ, ແຂວງແທັງຮວາ ແລະ ບໍລິສັດທີ່ຮັບຜິດຊອບການກໍ່ສ້າງ ທີ່ໄດ້ຮ່ວມແຮງຮ່ວມໃຈກັນເຮັດໃຫ້ໂຄງໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມລະດັບຄາດໝາຍ ທີ່ກຳນົດໄວ້, ພ້ອມທັງ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ໃຫ້ການຊ່ວຍເຫຼືອສ້າງພື້ນຖານໂຄງລ່າງຮັບໃຊ້ວຽກງານ ສາທາລະນະສຸກ ໃນຄັ້ງນີ້ ເປັນການຊ່ວຍເຫຼືອທີ່ລໍ້າຄ່າ ບົນຈິດໃຈສະຫາຍອ້າຍນ້ອງ ທີ່ວ່າ: “ເຂົ້າເມັດຫັກ ຜັກເສັ້ນດຽວ ກໍແບ່ງກັນ”. ຫຼັງຈາກນັ້ນ ກໍໄດ້ກ່າວຮັບ ແລະ ຕັດແຖບຜ້າ ເພື່ອເປີດນຳໃຊ້ໂຄງການກໍ່ສ້າງ “ໂຮງໝໍມິດຕະພາບລາວ-ຫວຽດນາມ, ແຂວງຫົວພັນ” ຢ່າງເປັນທາງການ, ພ້ອມທັງ ມອບຕໍ່ໃຫ້ແກ່ອົງການປົກຄອງແຂວງຫົວພັນ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ, ບູລະນະ ແລະ ບໍລິການຮັບປະຊາຊົນບັນດາເຜົ່າ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຍາວນານ. (ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ