ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ
ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.

 

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ຖືເປັນເວທີແຫ່ງການເສີມຂະຫຍາຍ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ແລະ ຫຸ້ນສ່ວນຍຸດທະສາດ” ທີ່ສະຫາຍ ເລຂາທິການໃຫຍ່ຂອງສອງພັກ ໄດ້ລົງນາມ ໃນສົນທິສັນຍາ ແລະ ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025), ການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ (5/9/1962-5/9/2025) ແລະ ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.

ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ທັງເປັນປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລາຍງານວ່າ: ລັດຖະບານ ສປປ ລາວ ໄດ້ຖືສໍາຄັນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນ ເປັນຕົ້ນການປັບປຸງບັນດາຂອດຂັ້ນໃນການພິຈາລະນາອະນຸມັດ ແລະ ການຄຸ້ມຄອງການລົງທຶນ ໃຫ້ມີປະສິດທິພາບ ປະສິດທິຜົນ, ອັນພົ້ນເດັ່ນແມ່ນໄດ້ສຳເລັດການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃນທ້າຍປີ 2024 ທີ່ຜ່ານມາ ຊຶ່ງໄດ້ກໍານົດ 9 ກຸ່ມຂະແໜງການ ທີ່ໄດ້ຮັບນະໂຍບາຍສົ່ງເສີມ ເປັນຕົ້ນແມ່ນ ການຍົກເວັ້ນອາກອນກຳໄລ, ການຍົກເວັ້ນຄ່າເຊົ່າ ຫຼື ຄ່າສໍາປະທານດິນຂອງລັດ, ການຍົກເວັ້ນພາສີສໍາລັບການນໍາເຂົ້າວັດຖຸປະກອນທີ່ບໍ່ສາມາດສະໜອງຢູ່ພາຍໃນປະເທດ ແລະ ພາຫານະກົນຈັກ ຮັບໃຊ້ການຜະລິດໂດຍກົງ ແລະ ໄດ້ກຳນົດອັດຕາການໃຫ້ນະໂຍບາຍຂຶ້ນກັບຂະແໜງການ ແລະ ຈຸດທີ່ຕັ້ງຂອງໂຄງການ, ພ້ອມທັງ ໃຫ້ນະໂຍບາຍພິເສດສໍາລັບການພັດທະນານິຄົມອຸດສາຫະກຳ ແລະ ເຂດເຕັກໂນໂລຊີລະດັບສູງ ເພື່ອສົ່ງເສີມ ການຜະລິດທີ່ເປັນລະບົບຕ່ອງໂສ້ ເຊື່ອມໂຍງກັບຖານການຜະລິດຂອງພາກພື້ນ ແລະ ສາກົນ. ທ່ານ ຮອງນາຍົກ ໄດ້ສະເໜີຕື່ມວ່າ: ສະເພາະ 10 ເດືອນ ປີ 2025 ໄດ້ອະນຸມັດການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດໃນກິດຈະການສຳປະທານ ແລະ ບັນຊີກິດຈະການຄວບຄຸມທັງໝົດ 95 ໂຄງການ, ມີມູນຄ່າອະນຸມັດທັງໝົດ 5 ຕື້ກວ່າ ໂດລາ, ເມື່ອທຽບໃສ່ການລົງທຶນໝົດປີ 2024 ເຫັນວ່າມີທ່າອ່ຽງເພີ່ມຂຶ້ນເກືອບ 2 ເທົ່າ. ການລົງທຶນ ຈາກ ສສ ຫວຽດນາມກະຈາຍຢູ່ໃນບັນດາຂະແໜງການສໍາຄັນຕ່າງໆ ເປັນຕົ້ນຂະແໜງພະລັງງານໄຟຟ້າ, ຂະແໜງບໍ່ແຮ່ ແລະ ກະສິກຳ; ສະເພາະໃນປີ 2025 ນີ້, ໄດ້ອະນຸມັດການລົງທຶນຈາກ ສສ ຫວຽດນາມ 2.5 ຕື້ ໂດລາ (ທຽບກັບປີ 2024 ເພີ່ມຂຶ້ນ 59.6%)

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຈັດຕັ້ງກອງປະຊຸມ ຂອງສອງປະເທດ ທີ່ໄດ້ຮ່ວມກັນ ເປັນເຈົ້າການໃນການກະກຽມ ແລະ ຈັດກອງປະຊຸມໃນຄັ້ງນີ້ຂຶ້ນ ຢ່າງສະຫງ່າງາມຊຶ່ງເປັນການຈັດຕັ້ງຜັນຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ ເວົ້າລວມ, ເວົ້າສະເພາະ ກໍຄືການສົ່ງເສີມການລົງທຶນພາກເອກະຊົນໃຫ້ມີເງື່ອນໄຂ ແລະ ກາລະໂອກາດ ອັນສໍາຄັນໃນການພົບປະແລກປ່ຽນຊຶ່ງກັນ ແລະ ກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ລາວ-ຫວຽດນາມ ໃຫ້ໄດ້ຮັບໝາກຜົນ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງ ເຊື້ອເຊີນວິສາຫະກິດຂອງ ຫວຽດນາມ ແລະ ລາວ ສືບຕໍ່ສຶກສາໂອກາດໃນການຂະຫຍາຍການລົງທຶນຢູ່ ໃນ ສປປ ລາວ

ເພື່ອໃຫ້ການຮ່ວມມື ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນສາຍພົວພັນອັນເລິກເຊິ່ງ ຖານອ້າຍ-ນ້ອງ ທີ່ບໍ່ມີໃຜຄື ແລະ ບໍ່ຄືໃຜ, ທ່ານ ຟ້າມມິ່ງຈິງ ໄດ້ຖືເອົາໂອກາດອັນສະຫງ່າງາມນີ້ ຊົມເຊີຍ ແລະ ຍ້ອງຍໍ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ມີຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ໄດ້ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຂອງຫວຽດນາມ ຂະຫຍາຍການລົງທຶນມາຍັງ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.

ໃນວາລະສຸດທ້າຍຂອງກອງປະຊຸມ, ໄດ້ມີພິທີມອບ-ຮັບ ແລະ ແລກປ່ຽນເອກະສານວຽກງານລົງທຶນທັງໝົດ 8 ບໍລິສັດຊຶ່ງເປັນສັນຍາລັກອັນເປັນຮູບປະທໍາໃຫ້ການເສີມຂະຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງສອງປະເທດ.

(ຂ່າວ-ພາບ:ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ