ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ
ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.

 

ກມບລສດເຄມຫວຽດນາມໃຫຄາໝນສນຍາ “ເວາແລວຕອງເຮດ”ທກອງປະຊມສງເສມການລງທນຫວຽດນາມ-ລາວ - image 1
 

ກອງປະຊຸມ-ເວທີຍຸດທະສາດສົ່ງເສີມການຮ່ວມມືດ້ານເສດຖະກິດຫວຽດນາມ-ລາວ:

ໃນການປະກອບຄໍາເຫັນ, ທ່ານ ຟຸ້ງ ກວາງ ຫຽບ ໄດ້ເນັ້ນໜັກວ່າ ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ ວ່າເປັນເວທີທີ່ສໍາຄັນ ເພື່ອໃຫ້ການນໍາຂອງສອງລັດຖະບານ, ບັນດາກະຊວງ, ອົງການ ແລະ ກຸ່ມວິສາຫະກິດ ແລກປ່ຽນຍຸດທະສາດການຮ່ວມມື, ແກ້ໄຂຄວາມຫຍຸ້ງຍາກ ແລະ ເປີດກວ້າງບັນດາທິດທາງການລົງທຶນໃໝ່. ໃນທ່າມກາງບັນຍາກາດທີ່ສອງປະເທດ ຄົບຮອບບັນດາຂີດໝາຍໃຫຍ່ - 50 ປີ ວັນຊາດລາວ, 80 ປີ ວັນຊາດຫວຽດນາມ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະປະເທດ - ກອງປະຊຸມສ້າງພື້ນຖານທີ່ເອື້ອຍອໍານວຍຄວາມສະດວກ ເພື່ອສົ່ງເສີມການຮ່ວມມືຮອບດ້ານ, ພິເສດແມ່ນໃນຂົງເຂດອຸດສາຫະກໍາເຄມີ ແລະ ຂຸດຄົ້ນແຮ່ທາດ.

Vinachem- ຄວາມອາດສາມາດການຜະລິດຂະໜາດໃຫຍ່ ແລະ ໂອກາດການຮ່ວມມືທີ່ກວ້າງຂວາງໃນລາວ:

ຢັ້ງຢືນຖານະບົດບາດຂອງ Vinachem ໃນການພັດທະນາອຸດສາຫະກໍາພື້ນຖານ, ທ່ານ ຟຸ້ງກວາງຫຽບ ໄດ້ໃຫ້ຮູ້ວ່າ ກຸ່ມບໍລິສັດ ໄດ້ສະໜອງຝຸ່ນ ໃນແຕ່ລະປີ ຫຼາຍກວ່າ 10 ລ້ານໂຕນ, ຢາງລົດ 7 ລ້ານເສັ້ນ, ທາດເຄມີ-ສານຊັກລ້າງ 1 ລ້ານໂຕນ; ພ້ອມດຽວກັນ, ກໍເປັນຜູ້ຜະລິດແບັດເຕີລີ - ໝໍ້ໄຟ ລາຍໃຫຍ່ໃນຫວຽດນາມ ດ້ວຍລາຍຮັບຂອງວິສາຫະກິດ ທີ່ບຸນລຸ 2.5 ຕື້ໂດລາ ແລະ ເປັນຕະຫຼາດສົ່ງອອກ ໄປຫຼາຍກວ່າ 70 ປະເທດ. ລາວ ກໍຖືກຕີລາຄາເປັນຕະຫຼາດທີ່ອຸດົມສົມບູນດ້ານທ່າແຮງບົ່ມຊ້ອນ, ມີຄວາມຕ້ອງການສູງ ດ້ານຝຸ່ນ, ຢາງລົດ, ແບັດເຕີລີ, ໝໍ້ໄຟ.... ແມ່ນບັນດາຂົງເຂດທີ່ Vinachem ມີທ່າແຮງ. ຊຸມປີຜ່ານມາ, ວົງເງິນການຄ້າ ລະຫວ່າງ Vinachem ແລະ ບັນດາວິສາຫະກິດລາວ ບັນລຸປະມານ 70 ລ້ານໂດລາ/ປີ, ຮອງຮັບທ່າອ່ຽງການເຕີບໂຕທີ່ຕັ້ງໜ້າ ແລະ ໝັ້ນຄົງໃນໄລຍະທີ່ຈະມາເຖິງ.

ໂຄງການເກືອກາລີ ຢູ່ແຂວງຄໍາມ່ວນ - ຈຸດເນັ້ນໃນການປະກອບຄໍາເຫັນຂອງ ປະທານສະພາສະມາຊິກ ກຸ່ມບໍລິສັດເຄມີຫວຽດນາມ:

ໃນການປະກອບຄໍາເຫັນ ປະທານ Vinachem ໄດ້ໃຊ້ເວລາຫຼາຍ ໃນການລາຍງານຄວາມຄືບໜ້າຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອກາລີ ຢູ່ແຂວງຄໍາມ່ວນ - ໂຄງການທີ່ເປັນຈຸດສໍາຄັນພິເສດຂອງກຸ່ມບໍລິສັດ ແລະ ມີຄວາມໝາຍຍຸດທະສາດ ຕໍ່ຄວາມໝັ້ນຄົງດ້ານແຫຼ່ງສະໜອງ ຂອງຂະແໜງຝຸ່ນຫວຽດນາມ. ທ່ານໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການນໍາຂອງສອງລັດຖະບານ, ບັນດາກະຊວງ, ອົງການ ທີ່ໄດ້ສ້າງເງື່ອນໄຂ ເພື່ອໃຫ້ Vinachem ໃນແຕ່ລະບາດກ້າວ ແກ້ໄຂຂໍ້ຫຍຸ້ງຍາກ, ຍູ້ແຮງລະດັບຄວາມຄືບໜ້າຂອງໂຄງການ. ໄລຍະຜ່ານມາ, ກຸ່ມບໍລິສັດ ໄດ້ສົ່ງຄະນະເຮັດວຽກຫຼາຍຊຸດ ມາເຮັດວຽກໂດຍກົງກັບການນໍາຂອງລັດຖະບານ, ກະຊວງອຸດສາຫະກໍາ ແລະ ການຄ້າ, ແຂວງຄໍາມ່ວນ, ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ກົມທໍລະນີ ແລະ ແຮ່ທາດ, ກົມສິ່ງແວດລ້ອມ ແລະ ອົງການທີ່ກ່ຽວຂ້ອງ ແນໃສ່ຍູ້ແຮງການປະສານສົມທົບ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ພື້ນທີ່.

ມາຮອດປັດຈຸບັນ, ໂຄງການໄດ້ຮັບການຕິດຕາມບັນດາຂີດໝາຍການຈັດຕັ້ງຜັນຂະຫຍາຍທີ່ສໍາຄັນ. ອຸປະກອນ ແລະ ກົນຈັກທັງໝົດ ຈາກຫວຽດນາມ ແລະ ໄທ ໄດ້ຖືກຂົນສົ່ງມາເຖິງສະຖານທີ່ກໍ່ສ້າງ; ບົດລາຍງານການສຶກສາຄວາມເປັນໄປໄດ້ (FS)ປັບປຸງສໍາເລັດໄວຂຶ້ນ ປະມານ 1.5 ເດືອນ ດ້ວຍການສະຫຼຸບຄວາມເປັນໄປໄດ້ດ້ານເຕັກນິກ ແລະ ປະສິດທິຜົນຂອງເສດຖະກິດ-ສັງຄົມ; ເອກະສານບົດລາຍງານ FS ປັບປຸງສໍາເລັດ ໄດ້ຖືກຍືນເຂົ້າພິຈາລະນາປະເມີນຜົນ; ບັນດາຫົວໜ່ວຍສືບສວນ ແລະ ການເຮັດບົດປະເມີນຜົນກະທົບສິ່ງແວດລ້ອມ ໄດ້ມີຄວາມເປັນເອກະພາບ. ກຸ່ມບໍລິສັດ ກໍຍັງໄດ້ເຮັດວຽກກັບບັນດາອົງການສິນເຊື່ອ ເພື່ອຈັດສັນແຫຼ່ງທຶນ, ຈັດກອງປະຊຸມສໍາມະນາວິທະຍາສາດ ຮັບເອົາຄໍາຄິດເຫັນຂອງຊ່ຽວຊານ ແລະ ເປັນເຈົ້າການກະກຽມເອກະສານແຈ້ງເຊີນປະມູນ ການອອກແບບ FEED, ສັນຍາ EPC ພ້ອມກັບບັນດາເງື່ອນໄຂດ້ານພື້ນຖານວັດຖຸ ແນໃສ່ຄວາມພ້ອມໃນການກ້າວເຂົ້າສູ່ໄລຍະດຳເນີນງານ. Vinachem ກໍາລັງສຶກສາຮູບແບບນິຄົມກະເສດອຸດສາຫະກໍາ ຫຼື ເຂດເຕັກໂນໂລຊີສູງ ເພື່ອຕອບສະໜອງນະໂຍບາຍທີ່ເປັນບຸລິມະສິດຂອງລາວ, ເປີດກວ້າງໂອກາດກາຍເປັນລະບົບຕ່ອງໂສ້ມູນຄ່າໃໝ່ ແລະ ສອດຄ່ອງກັບທິດທາງການພັດທະນາອຸດສາຫະກໍາຂອງປະເທດເພື່ອນ.

ກມບລສດເຄມຫວຽດນາມໃຫຄາໝນສນຍາ “ເວາແລວຕອງເຮດ”ທກອງປະຊມສງເສມການລງທນຫວຽດນາມ-ລາວ - image 2
 

ຄວາມໝາຍຍຸດທະສາດ ແລະ ການຕັດສິນໃຈຂອງ Vinachem ໃນການຈັດຕັ້ງຜັນຂະຫຍາຍໂຄງການ:

ທ່ານ ຟຸ້ງກວາງຫຽບ ກ່າວວ່າ: ແຕ່ລະປີ, ຫວຽດນາມ ຕ້ອງການນໍາເຂົ້າເກືອກາລີ ເກືອບ 1 ລ້ານໂຕ; ໃນນັ້ນ, ປະມານ 350,000 ໂຕນແມ່ນມາຈາກລາວ; ສະເພາະ Vinachemນໍາເຂົ້າ ປະມານ 190,000 ໂຕນ. ດັ່ງນັ້ນ, ການຈັດຜັນຂະຫຍາຍໂຄງການເກືອກາລີ ໃຫ້ສໍາເລັດ ແມ່ນມີຄວາມໝາຍສໍາຄັນພິເສດ ຕໍ່ຄວາມເປັນເຈົ້າການໃນການສະໜອງ, ຮັບປະກັນການພັດທະນາທີ່ໝັ້ນຄົງ ແລະ ເປັນກໍາລັງຂັບເຄື່ອນໃຫ້ກຸ່ມບໍລິສັດ ເຕີບໂຕໃນລະດັບ 2 ໂຕເລກ ໃນປີ 2026 – 2030. ນອກຈາກນີ້ກໍ, ເປັນໂຄງການທີ່ປະກອບສ່ວນ ເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືພິເສດ ຫວຽດນາມ-ລາວ ເລິກເຊິ່ງຍິ່ງຂຶ້ນ.

ປະທານ Vinachem ຢັ້ງຢືນວ່າ ການສໍາເລັດຕາມລະດັບຄວາມຄືບໜ້າຂອງໂຄງການ ບໍ່ເກືອກາລີ ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງ ທີ່ເປັນຈຸດສຸມຂອງກຸ່ມບໍລິສັດ ທັງເປັນຄວາມຮັບຜິດຊອບ, ທັງເປັນກຽດຕິຍົດ. ທ່ານ ໄດ້ເຊື່ອມຊຶມເອົາຈິດໃຈຊີ້ນໍາຂອງ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ທີ່ວ່າ: “ບໍ່ເວົ້າວ່າບໍ່ເຮັດ, ບໍ່ເວົ້າວ່າຍາກ, ບໍ່ເວົ້າວ່າຈະເຮັດ ແຕ່ບໍ່ເຮັດ; ເວົ້າແລ້ວຕ້ອງເຮັດ, ບໍ່ຕ້ອງຖອຍຫຼັງ” ຖືນີ້ເປັນທິດທໍາແຫ່ງການກະທໍາບຸກທະລຸ ໃນການຈັດຕັ້ງຜັນຂະຫຍາຍໂຄງການ.

ຂໍ້ສະເໜີສົ່ງເສີມການຮ່ວມມືການລົງທຶນ ແລະ ປະສິດທິຜົນທີ່ດີທີ່ສູດຂອງໂຄງການເກືອກາລີ:

ໃນກອງປະຊຸມ,Vinachem ໄດ້ສະເໜີໃຫ້ລັດຖະບານສອງປະເທດ ສືບຕໍ່ເອົາໃຈໃສ່ສະໜັບສະໜູນ, ເລັ່ງການພິຈາລະນາ ແລະ ອະນຸມັດຜ່ານບົດລາຍງານ FS; ສ້າງເງື່ອນໄຂທີ່ອະນຸຍາດໃຫ້ມີການດໍາເນີນງານດ້ານໂຄງສ້າງພື້ນຖານບາງສ່ວນລ່ວງໜ້າ ເມື່ອ FS ໄດ້ຮັບການອະນຸມັດຜ່ານ;ພິຈາລະນາການນໍາໃຊ້ກົນໄກບຸລິມະສິດພິເສດດ້ານອາກອນລາຍໄດ້ວິສາຫະກິດ, ອາກອນຊັບພະຍາກອນ, ອາກອນສົ່ງອອກ; ພ້ອມດຽວກັນ, ກໍສະໜັບສະໜູນວຽກງານຂອງ Vinachem ແລະ ບັນດານັກລົງທຶນຫວຽດນາມ ພ້ອມກັນປະສານສົມທົບພັດທະນາໃນເນື້ອທີ່ຫຼາຍກວ່າ 90 km2ແນໃສ່ການກໍ່ຮ່າງສ້າງຕົວເປັນຮູບແບບກຸ່ມອຸດສາຫະກໍາ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງລາວ.

ສະຫຼຸບການປະກອບຄໍາເຫັນ, ທ່ານ ຟຸ້ງກວາງຫຽບ ເນັ້ນໜັກວ່າ Vinachem ຈະສືບຕໍ່ເສີມຂະຫຍາຍຄວາມຕັດສິນໃຈສູງສຸດ, ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາອົງການກ່ຽວຂ້ອງຂອງສອງປະເທດ, ແນໃສ່ຈັດຕັ້ງຜັນຂະຫຍາຍໂຄງການ ຖືກຕ້ອງກັບລະດັບຄວາມຄືບໜ້າ ແລະ ປະກອບສ່ວນຢ່າງແທດເໝາະກັບສະພາບຕົວຈິງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງເພີ່ມຕື່ມອີກ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ.

(ບົດ-ພາບ: Vinachem)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ