ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້
ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ວາງສລາລກ ໂຄງການກສາງສະຖາບນການເມອງ ແລະ ການປກຄອງແຫງຊາດ ເຂດພາກໃຕ - image 1
 

ຕາງໜ້າພັກ, ລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ໂດຍສະຫາຍ ຫງວຽນ ຊວນ ຖັງກຳມະການກົມການເມືອງສູນກາງພັກຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ວາງສລາລກ ໂຄງການກສາງສະຖາບນການເມອງ ແລະ ການປກຄອງແຫງຊາດ ເຂດພາກໃຕ - image 2
 

ໃນພິທີ, ສະຫາຍ ຫວ່ງ ວັນ ຫຸ່ງຫົວໜ້າຄະນະຄຸ້ມຄອງໂຄງການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໄດ້ລາຍງານສະພາບການກະກຽມ ໂຄງການໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໂຄງການນີ້, ມີມູນຄ່າການລົງທຶນທັງໝົດ 750 ກວ່າຕື້ດົງ, ແຫຼ່ງທຶນຕົ້ນຕໍ ແມ່ນ ທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ ມີທຶນສົມທົບ ຈາກລັດຖະບານລາວ ອີກຈໍານວນໜຶ່ງ, ໂຄງການມີໄລຍະເວລາປະຕິບັດງານທັງໝົດແຕ່ປີ 2026 ເຖິງ 2035, ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງຫຼັກ ຄື:ໄລຍະທີ 1 (2026-2030): ເນັ້ນໃສ່ການກໍ່ສ້າງອາຄານຫຼັກ ເພື່ອຮອງຮັບການຮຽນ-ການສອນ ປະກອບມີ: ອາຄານຫ້ອງການ 5 ຊັ້ນ, ອາຄານຫ້ອງຮຽນ 5 ຊັ້ນ, ຫໍພັກນັກສຶກສາ (ຫຼັງທີ 1 ແລະ 2), ຫໍພັກພະນັກງານ ແລະ ລະບົບພື້ນຖານໂຄງລ່າງເຕັກນິກ. ງົບປະມານສໍາລັບໄລຍະນີ້ແມ່ນ 487 ຕື້ກວ່າດົງ. ໄລຍະທີ 2 (2031-2035): ຈະສືບຕໍ່ກໍ່ສ້າງສະໂມສອນໃຫຍ່, ສູນຂໍ້ມູນຂ່າວສານ, ຫ້ອງອາຫານແລະ ຫໍພັກນັກສຶກສາຫຼັງທີ 3.

ວາງສລາລກ ໂຄງການກສາງສະຖາບນການເມອງ ແລະ ການປກຄອງແຫງຊາດ ເຂດພາກໃຕ - image 3
 

ໃນພິທີ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຢັ້ງຢືນວ່າ: ການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດເຂດພາກໃຕ້ ມີ ຄວາມໝາຍຍຸດທະສາດໄລຍະຍາວ, ເປັນການສ້າງຄວາມເຂັ້ມແຂງ, ເປັນເຈົ້າຕົນເອງໃນວຽກງານກໍ່ສ້າງ, ບຳລຸງພະນັກງານນໍາພາ-ຄຸ້ມຄອງ ໃຫ້ແກ່ພັກ-ລັດ. ເມື່ອກໍ່ສ້າງສໍາເລັດ ຈະເປັນ ບ່ອນສຶກສາອົບຮົມ, ບຳລຸງຍົກລະດັບທິດສະດີມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວຄິດ ໄກສອນ ພົມວິຫານ, ເຜີຍແຜ່ມູນເຊື້ອຄວາມສາມັກຄີ ລະຫວ່າງ ລາວ-ຫວຽດນາມ ໃຫ້ຊຶມເລິກເຂົ້າໃນຖັນແຖວ ພະນັກງານ-ສະມາຊິກພັກ, ພ້ອມທັງເສີມສ້າງຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງທີ່ທັນສະໄໝ ໃຫ້ແກ່ພະນັກງານຫຼັກແຫຼ່ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພັກເຮົາ ແລະສາມາດນໍາພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງ ໂດ້ຢ່າງໝັ້ນຄົງ ແລະ ສະຫາຍໄດ້ເນັ້ນວ່າ:ສອງສະຖາບັນ ໂດຍສະເພາະສອງຄະນະຄຸ້ມຄອງໂຄງການ ຄວນປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊີ້ນໍາ, ຕິດຕາມ ການຈັດຕັ້ງປະຕິບັດໂຄງການ ໃຫ້ໄປຕາມແຜນຜັງທີ່ກຳນົດໄວ້. ພ້ອມກັນນີ້ ກໍປະສານ ສົມທົບກັບບັນດາກະຊວງ, ອົງການ, ອຳນາດການປົກຄອງແຂວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງສອງປະເທດ ເພື່ອສ້າງເງື່ອນໄຂເຮັດໃຫ້ໂຄງການນີ້ ດໍາເນີນໄປຕາມແຜນການທີ່ກຳນົດໄວ້.ຮຽກຮ້ອງມາຍັງ ບັນດາກະຊວງ, ອົງການ ຂອງສອງປະເທດ, ອຳນາດການປົກຄອງ ແຂວງຈໍາ ປາສັກ, ອໍານາດການປົກຄອງນະຄອນປາກເຊ, ພໍ່ແມ່ນປະຊາຊົນ ອ້ອມຂ້າງ ຈົ່ງໃຫ້ການຮ່ວມມື, ຊ່ວຍເຫຼືອ, ອໍານວຍຄວາມສະດວກ, ຊຸກຍູ້ໂຄງການນີ້ ໃຫ້ສຳເລັດຕາມກຳນົດເວລາ.ບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາການກໍ່ສ້າງ ຈົ່ງຍົກສູງຄວາມຮັບຜິດຊອບດໍາເນີນການ ກໍ່ສ້າງໂຄງການ ໃຫ້ຖືກຕາມແບບທີ່ກຳນົດ, ຮັບປະກັນເຕັກນິກ, ຖືຄຸນນະພາບ ເປັນກົກ, ຮັບປະກັນຄວາມ ຍືນຍົງ, ສວຍງາມ, ປະສານສົມທົບກັບຄະນະຄຸ້ມຄອງໂຄງການເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນໄລຍະການດໍາເນີນການກໍ່ສ້າງ.

ໃນພິທີ,ຄະນະການນໍາຂັ້ນສູງ ທັງສອງຝ່າຍ ຮ່ວວາງສີລາລືກ ເປັນສັນຍານແຫ່ງການເລີ່ມຕົ້ນລົງມືກໍ່ສ້າງຢ່າງເປັນທາງການ. ສະຖາບັນແຫ່ງນີ້ ຈະຢືນຕົ້ນສະຫງ່າງາມຢູ່ດິນແດນຈໍາປາສັກ ເປັນດັ່ງດອກໄມ້ທີ່ຫອມຫວນ ແລະ ເປັນສັນຍາລັກແຫ່ງມິດຕະພາບທີ່ບໍ່ມີວັນຈືດຈາງ ລະຫວ່າງ ລາວ ແລະ ຫວຽດນາມ.

(ຂ່າວ: ປທ ຕາອັອດ ແສນທະວີສຸກ, ພາບ: ຈັນທະວີສັກ ເຊັນສຸດໃຈ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ