ໃນໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ພົບປະກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ; ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ; ວາງພວງມາລາ ຢູ່ ອະນຸສາວະລີ ນັບຮົບນິລະນາມ; ເຂົ້າຮ່ວມພິທີເປີດການນຳໃຊ້ ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ; ຢ້ຽມຢາມບັນດາສະຫາຍອະດີດການນຳພັກ, ລັດ ລາວ; ພົບປະໂອ້ລົມ ຢູ່ ສະຖາບັນການເມືອງການປົກຄອງ ແຫ່ງຊາດລາວ ແລະ ເຂົ້າຮ່ວມກິດຈະກຳອື່ນໆ ທີ່ ສປປ ລາວ.
2. ໃນບັນຍາກາດທີ່ເຕັມໄປດ້ວຍມິດຕະພາບ, ຄວາມສາມັກຄີພິເສດ ແລະ ການໄວ້ເນື້ອເຊື່ອໃຈອັນເລິກເຊິ່ງ, ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ສາຍພົວພັນລາວ-ຫວຽດນາມ; ສະພາບພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະ ແທດເໝາະກັບຕົວຈິງ.
ສອງຝ່າຍ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍທາງປະຫວັດສາດ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍ ຢືນຢັນການແລກປ່ຽນບົດຮຽນ, ຄົ້ນຄວ້າ ແລະ ການໝູນໃຊ້ນະໂຍບາຍບຸກທະລຸ ເຂົ້າໃນວຽກງານກໍ່ສ້າງ, ປັບປຸງປົວແປງພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ພັດທະນາເສດຖະກິດ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ກໍ່ສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ຊັບຊ້ອນກົງຈັກການຈັດຕັ້ງ ແລະ ກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ, ປະກອບສ່ວນອັນສຳຄັນ ເຂົ້າໃນການຮັກສາສະຖຽນລະພາບຢ່າງໝັ້ນຄົງ ທາງດ້ານການເມືອງ, ກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປັບປຸງທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບຕ່າງປະເທດ.
ສອງຝ່າຍ ສະແດງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງບັນດາການນໍາຮຸ່ນກ່ອນ, ເສີມຂະຫຍາຍມູນເຊື້ອການປະຕິວັດອັນສະຫງ່າລາສີ ແລະ ຄວາມສາມັກຄີພິເສດ ລະຫວ່າງ ປະຊາຊົນສອງຊາດ, ສືບຕໍ່ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢູ່ ແຕ່ລະປະເທດ ໃຫ້ສືບຕໍ່ບັນລຸ ບັນດາຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ສອງຝ່າຍ ຕີລາຄາສູງໃນໄລຍະຜ່ານມາ ສາມາດຮັກສາໄດ້ບັນດາການຢ້ຽມຢາມ, ການພົບປະ ລະຫວ່າງ ການນຳຂັ້ນສູງເປັນປະຈຳ, ດ້ວຍຫຼາຍຮູບແບບ, ມີການປ່ຽນແປງໃໝ່; ສອງຝ່າຍໄດ້ເສີມຂະຫຍາຍ ແລະ ໝູນໃຊ້ຢ່າງມີປະສິດທິຜົນ ບັນດາກົນໄກການຮ່ວມມື ທີ່ມີໃນປັດຈຸບັນ, ພ້ອມທັງ ເປັນເຈົ້າການໃນການສ້າງ ແລະ ເຮັດສຳເລັດຫຼາຍກົນໄກທີ່ມີລັກສະນະພິເສດ ໂດຍສະເພາະແມ່ນກົນໄກປຶກສາຫາລື ດ້ານນະໂຍບາຍຍຸດທະສາດ, ປະສານສົມທົບໃນການແຕ່ງຕັ້ງໜ່ວຍງານຊ່ຽວຊານຂອງຫວຽດນາມ ມາລາວ ເພື່ອແລກປ່ຽນບົດຮຽນ ແນໃສ່ການແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ; ປະສານສົມທົບ ກຳນົດທິດທາງໃນບັນຫາໃຫຍ່ ທີ່ກ່ຽວຂ້ອງກັບ ຄວາມສະຫງົບ, ການພັດທະນາ ແລະ ການເຊື່ອມໂຍງ ຂອງ ແຕ່ລະປະເທດ, ໄດ້ປະກອບສ່ວນອັນສຳຄັນໃນການຍົກສູງປະສິດທິພາບການຮ່ວມມືຢູ່ທຸກຂົງເຂດ ແລະ ຫຼາຍລະດັບ.
3. ບົນພື້ນຖານການສືບທອດ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນພິເສດ ລະຫວ່າງ ສອງປະເທດ, ສອງຝ່າຍ ເຫັນດີເປັນເອກະພາບ ຍົກລະດັບສາຍພົວພັນລາວ - ຫວຽດນາມ ໃຫ້ເລິກເຊິ່ງ ແລະ ຂຶ້ນສູ່ລະດັບໃໝ່, ຄື: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”, ຊຶ່ງສະແດງໃຫ້ເຫັນເຖິງການມີວິໄສທັດລວມ, ຜົນປະໂຫຍດ ດ້ານຍຸດທະສາດ ຮ່ວມກັນ ແລະ ການກຳນົດທິດທາງກ້າວເດີນການພັດທະນາທີ່ຍືນຍົງ, ຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊົນສອງຊາດ.
ສອງຝ່າຍ ຢືນຢັນວ່າ ການເປັນຫຸ້ນສ່ວນຍຸດທະສາດ ຈະເປັນພື້ນຖານໃນການຊຸກຍູ້ແນວທາງ ແລະ ທິດທາງການຮ່ວມມືສອງຝ່າຍຢ່າງແຂງແຮງ ໂດຍສະເພາະແມ່ນການເຊື່ອມໂຍງດ້ານວິໄສທັດ ແລະ ເປົ້າໝາຍ, ນະໂຍ ບາຍ ແລະ ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງ ແລະ ຂົງເຂດການພັດທະນາ, ດ້ານການສຶກສາ ແລະ ພັດທະນາທາງດ້ານຊັບພະຍາກອນມະນຸດ, ເພື່ອຮັກສາຄວາມສະຫງົບສຸກ ແລະ ການພັດທະນາທີ່ຍືນຍົງຂອງສອງປະເທດ.
ສອງຝ່າຍ ເຫັນດີເປັນເອກະພາບ ໃນການຢຶດໝັ້ນໃຫ້ຄວາມສຳຄັນເປັນພິເສດ ແລະ ມີຄວາມຕັດສິນໃຈສູງ ໃນການປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ໂດຍມີປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ຊຶ່ງບັນດາການນຳແຕ່ລະຮຸ່ນ ແລະ ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ ແລະ ປັດຈຸບັນໄດ້ສືບທອດ ແລະ ເສີມຂະຫຍາຍ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ວິໄສທັດ ແລະ ຜົນປະໂຫຍດດ້ານຍຸດທະສາດ ຂອງ ສອງປະເທດໃນໄລຍະໃໝ່.
4. ສອງຝ່າຍ ຢືນຢັນຄືນຮ່ວມກັນຍົກສູງຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະສາດ ໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ. ໃນນີ້, ຢືນຢັນແນວທາງ ອັນສະເໝີຕົ້ນສະເໝີປາຍ ຂອງສອງພັກ, ສອງລັດ ໃນການຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນພາລະກິດ ແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ ຍາມໃດກໍຖືເປັນບຸລິມະສິດຕົ້ນຕໍ ແລະ ຢູ່ໃນແຖວໜ້າຂອງນະໂຍບາຍການຕ່າງປະເທດ ຂອງແຕ່ລະປະເທດ, ຊຶ່ງເປັນສາຍພົວພັນທີ່ເປັນແບບຢ່າງ, ມີລັກສະນະຍຸດທະສາດອັນຍາວນານ, ເປັນໜຶ່ງໃນບັນດາປັດໄຈ ຕັດສິນໄຊຊະນະ ໃນພາລະກິດການປະຕິວັດ ຢູ່ແຕ່ລະປະເທດ, ເປັນຊັບສິນອັນລ້ຳຄ່າ, ເປັນບ່ອນອີງທາງດ້ານຍຸດທະສາດ ໃຫ້ແກ່ຄວາມໝັ້ນຄົງ, ການພັດທະນາ ແລະ ການເຊື່ອມໂຍງສາກົນ ຂອງແຕ່ລະປະເທດ, ພ້ອມທັງເປັນກົດເກນປະຫວັດສາດ, ແຫຼ່ງກຳລັງແຮງ ແລະ ເປັນສິ່ງຍູ້ດັນ ໃຫ້ສອງປະເທດສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ແກ່ບັນດາຮຸ່ນຄົນຕໍ່ໆໄປ.
ສອງຝ່າຍ ຢືນຢັນ ແລະ ຕັດສິນໃຈສູງ ເພື່ອກ້າວສູ່ບັນດາຂີດໝາຍການພັດທະນາໃໝ່, ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກໃຫ້ສຳເລັດ; ເພື່ອສູ້ຊົນຮອດປີ 2045 ໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 100 ປີ ເຮັດໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ເປົ້າໝາຍສູ້ຊົນຮອດປີ 2055 ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ໃຫ້ກາຍເປັນປະເທດ ກຳລັງພັດທະນາ ແລະ ມີລາຍຮັບປານກາງຫາສູງ. ພ້ອມກັນນັ້ນ, ສອງຝ່າຍ ກຳນົດເປົ້າໝາຍເພື່ອສ້າງສາປະເທດລາວ ແລະ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ຍົກສູງຖານະອິດທິພົນ, ບົດບາດ ຂອງແຕ່ລະປະເທດໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ, ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ທີ່ສອດຄ່ອງກັບເງື່ອນໄຂຕົວຈິງ ຂອງແຕ່ລະປະເທດຢ່າງໜັກແໜ້ນ.
ສອງຝ່າຍ ຢືນຢັນຈະຮ່ວມກັນຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ໃນຍຸກສະໄໝແຫ່ງການພັດທະນາໃໝ່ ຢ່າງມີປະສິດທິຜົນ; ເປັນເອກະພາບ ສືບຕໍ່ຍົກສູງລະດັບ ການເປັນຫຸ້ນສ່ວນຍຸດທະສາດ ໃນການຮ່ວມມືທາງດ້ານການເມືອງ ລະຫວ່າງ ສອງພັກ, ສອງລັດ, ຊຶ່ງຖືເປັນເສົາຄ້ຳຫຼັກ ໃນການກຳນົດທິດທາງຍຸດທະສາດລວມ ໃຫ້ແກ່ສາຍພົວພັນການຮ່ວມມືຮອບດ້ານລາວ-ຫວຽດນາມ.
ສອງຝ່າຍ ເປັນເອກະພາບໃນການເພີ່ມທະວີການຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນ ໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ. ພ້ອມທັງ ປະສານສົມທົບກັນໃນການຜັນຂະຫຍາຍປະຕິບັດ ບັນດາຂໍ້ລິເລີ່ມບຸກທະລຸ ໃນການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ການເຊື່ອມໂຍງສາກົນ. ສອງຝ່າຍ ເຫັນດີ ເປັນເອກະພາບທາງດ້ານແນວຄວາມຄິດ ແລະ ພຶດຕິກຳດ້ານຍຸດທະສາດ ເພື່ອເຮັດໃຫ້ສາຍພົວພັນລາວ-ຫວຽດນາມ ນັບມື້ນັບສະໜິດແໜ້ນ, ພັດທະນາຮອບດ້ານ ແລະ ຍືນຍົງໃນຍຸກສະໄໝໃໝ່.
5. ສອງຝ່າຍ ສືບຕໍ່ຢືນຢັນຢ່າງໜັກແໜ້ນຄວາມສຳຄັນຍຸດທະສາດ ໃນການເພີ່ມທະວີການຮ່ວມມື ໃນຂົງເຂດວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບກວ່າເກົ່າ, ຊຶ່ງເປັນໜຶ່ງໃນບັນດາເສົາຄ້ຳຫຼັກທີ່ສຳຄັນ ຂອງສາຍພົວພັນພິເສດລາວ-ຫວຽດນາມ.
ສອງຝ່າຍ ເປັນເອກະພາບປະສານສົມທົບຢ່າງແໜ້ນແຟ້ນ ໃນການຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາຢ່າງເຂັ້ມແຂງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ; ພ້ອມທັງສ້າງທ່າສະໜາມປ້ອງກັນຊາດ, ຄວາມສະຫງົບຕິດພັນກັບຍຸດທະສາດ, ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນການສະກັດກັ້ນ ແລະ ຕ້ານກັບບັນດາຄວາມສ່ຽງ ຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.
ສອງຝ່າຍ ເປັນເອກະພາບປະສານສົມທົບຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ; ຜັນຂະຫຍາຍບັນດາອະນຸສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມື ແລະ ບົດບັນທຶກຊ່ວຍຈໍາ ລະຫວ່າງ ກະຊວງປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ລະຫວ່າງ ບາງກະຊວງ, ຂະແໜງການກ່ຽວຂ້ອງ ຂອງລາວ ແລະ ຫວຽດນາມ ຢ່າງແທດເໝາະຕົວຈິງ, ມີປະສິດທິຜົນ; ປະຕິບັດສົນທິສັນຍາວ່າດ້ວຍຊາວຕ່າງດ້າວ, ສົນທິສັນຍາວ່າດ້ວຍວຽກງານກົງສຸນ, ສົນທິສັນຍາວ່າດ້ວຍແຮງງານ ລະຫວ່າງ ສອງປະເທດ; ປະຕິບັດສົນທິສັນຍາວ່າດ້ວຍ ກົດລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຢ່າງເຂັ້ມງວດ, ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ເປັນຊາຍແດນແຫ່ງ ສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ພັດທະນາແບບຍືນຍົງ.
ສອງຝ່າຍ ຢືນຢັນທັດສະນະ ອັນສະເໝີຕົ້ນສະເໝີປາຍ ໂດຍຖືວ່າ ຄວາມສະຫງົບ ຂອງປະເທດໜຶ່ງ ຄືກັນກັບຄວາມສະຫງົບ ຂອງ ປະເທດຕົນ; ເດັດຂາດບໍ່ໃຫ້ບັນດາອິດທິກຳລັງປໍລະປັກ ສວຍໃຊ້ຜືນແຜ່ນດິນ ຂອງປະເທດໜຶ່ງ ເພື່ອຫວັງທັບມ້າງອີກປະເທດໜຶ່ງ ຫຼື ຍຸແຍ່ ແລະ ສ້າງຄວາມແບ່ງແຍກຄວາມສາມັກຄີຂອງສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ. ສືບຕໍ່ເພີ່ມທະວີປະສານສົມທົບກັນຢ່າງມີປະສິດທິຜົນ ໃນການປ້ອງກັນ, ຕ້ານກັບກົນອຸບາຍ “ການຫັນປ່ຽນໂດຍສັນຕິວິທີ”, “ການກໍ່ຄວາມບໍ່ສະຫງົບ ເພື່ອໂຄ່ນລົ້ມ”, ພ້ອມທັງປະສານສົມທົບຕໍ່ສູ້, ຕອບໂຕ້ຕໍ່ບັນດາຖ້ອຍທຳນອງບິດເບືອນ, ບໍ່ມີມູນຄວາມຈິງ ເພື່ອແບ່ງແຍກສາຍພົວພັນພິເສດ ລາວ-ຫວຽດນາມ.
ສອງຝ່າຍ ຢືນຢັນຖືສຳຄັນການເພີ່ມທະວີ ປຶກສາຫາລື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການປັບປຸງ, ສ້າງທ່າສະໜາມປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງໜັກແໜ້ນ; ເປັນເອກະພາບ ຍູ້ແຮງການຮ່ວມມື ໃນການຍົກສູງຄວາມສາມາດ, ຝຶກຊ້ອມ, ກໍ່ສ້າງ, ແບ່ງປັນຂໍ້ມູນ, ເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທັງໃນແບບເກົ່າ ແລະ ແບບໃໝ່ ຢ່າງມີປະສິດທິຜົນ; ປະສານສົມທົບຢ່າງແໜ້ນແຟ້ນ ໃນການຈັດຕັ້ງການຝຶກຊ້ອມ ດ້ານການທະຫານ, ຮັບມືຕໍ່ສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ, ປ້ອງກັນ ແລະ ຕ້ານການກໍ່ການຮ້າຍ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ສະກັດກັ້ນການຍົກຍ້າຍພົນລະເມືອງ ແລະ ຂຸດຄົ້ນຊັບພະຍາກອນແບບຜິດກົດໝາຍ; ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມສະຫງົບໃນເຂດຊາຍແດນ, ຕໍ່ສູ້ປ້ອງກັນ ແລະ ຕ້ານກັບອາຊະຍາກຳຂ້າມຊາດ ໂດຍສະເພາະແມ່ນອາຊະຍາກຳຢາເສບຕິດ, ອາຊະຍາກຳທາງໄຊເບີ. ສອງຝ່າຍ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດພິທີເຊັນສົນທິສັນຍາ ຂອງອົງການສະຫະປະຊາຊາດກ່ຽວກັບ ການຕ້ານກັບອາຊະຍາກຳທາງໄຊເບີ ຢູ່ ຮ່າໂນ້ຍ, ພ້ອມທັງຢືນຢັນ ຈະດໍາເນີນຂັ້ນຕອນພາຍໃນ ເພື່ອຮັບຮອງສົນທິສັນຍາ, ປະກອບສ່ວນກະຕຸກຊຸກຍູ້ໃຫ້ ສົນທິສັນຍາດັ່ງກ່າວ ມີຜົນສັກສິດໂດຍໄວ. ສອງຝ່າຍ ສືບຕໍ່ເພີ່ມທະວີການເຊື່ອມໂຍງບັນດາກິດຈະກໍາ, ໂຄງການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບ ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ເປັນຕົ້ນແມ່ນບັນດາໂຄງການ ຢູ່ ບັນດາເຂດຈຸດສຸມ, ເຂດຊາຍແດນ ລະຫວ່າງ ສອງປະເທດ. ສອງຝ່າຍ ເປັນເອກະພາບສືບຕໍ່ເພີ່ມທະວີ ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດໃນເຂດຊາຍແດນ ລະຫວ່າງ ລາວ-ຫວຽດນາມ ແລະ ເສີມຂະຫຍາຍ ບັນດາກົນໄກທີ່ມີຢູ່ປັດຈຸບັນ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ສອງຝ່າຍ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ໃນວຽກງານການຊອກຄົ້ນ, ຮີບໂຮມ ແລະ ນຳເອົາອັດຖິນັກຮົບ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ ກັບຄືນປະເທດ, ຊຶ່ງເປັນການສະແດງໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມຮັກແພງທີ່ຊື່ສັດບໍລິສຸດ ແລະ ອັນດູດດື່ມ, ສະໜິດສະໜົມຢ່າງເປັນພິເສດ ລະຫວ່າງ ປະຊາຊົນສອງປະເທດ; ພ້ອມທັງ ປະສານສົມທົບກວດກາ, ປັບປຸງ ບູລະນະບັນດາອານຸສອນສະຖານ, ໂຄງການສັນຍາລັກ ແຫ່ງ ຄວາມສາມັກຄີມິດຕະພາບ ແລະ ຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ.
6. ສອງຝ່າຍ ເຫັນດີເປັນເອກະພາບ ໃນການຕັດສິນໃຈສູງທາງດ້ານການເມືອງ ເພື່ອສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ບຸກທະລຸດ້ານຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງ, ເຮັດໃຫ້ການຮ່ວມມືໃນຂົງເຂດດັ່ງກ່າວ ກາຍເປັນເສົາຄ້ຳຫຼັກໜຶ່ງ ຂອງຫຸ້ນສ່ວນຍຸດທະສາດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເພື່ອໃຫ້ສົມຄູ່ກັບລະດັບຂອງສາຍພົວພັນພິເສດ ລາວ-ຫວຽດນາມ.
ການເປີດນຳໃຊ້ທ່າທຽບເຮືອເລກ 3, ຂອງທ່າເຮືອສາກົນ ລາວ-ຫວຽດ ບໍ່ພຽງແຕ່ເປັນບາດກ້າວຜົນສຳ ເລັດດ້ານພື້ນຖານໂຄງລ່າງ ແຕ່ຍັງເປັນສັນຍາລັກ ຂອງການເປັນຫຸ້ນສ່ວນຍຸດທະສາດການພັດທະນາ, ປະກອບສ່ວນຫັນວິໄສທັດ “ນຳເອົາ ສປປ ລາວ ອອກສູ່ທະເລ” ໃຫ້ປະກົດຜົນເປັນຈິງ, ເຊື່ອມຈອດ ລາວ-ຫວຽດນາມ ກັບພາກພື້ນ ແລະ ແນວທາງການພັດທະນາແບບຍືນຍົງ.
ສອງຝ່າຍ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຮັບປະກັນ ສະຖຽນລະພາບທາງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ຂອງແຕ່ລະປະເທດ; ເຫັນດີເປັນເອກະພາບຊຸກຍູ້ຜັນຂະຫຍາຍບັນດາໂຄງການຍຸດທະສາດຂະໜາດໃຫຍ່ໃນຂົງເຂດພະລັງງານ, ການສໍາຫຼວດຂຸດຄົ້ນແຮ່ທາດ ແລະ ເຊື່ອມໂຍງພື້ນຖານໂຄງລ່າງຄົມມະນາຄົມ. ສອງຝ່າຍ ຢືນຢັນຄວາມຕັດສິນໃຈສູງ ເພື່ອສ້າງສິ່ງອຳນວຍຄວາມສະດວກ, ລະດົມແຫຼ່ງກຳລັງແຮງ ເພື່ອລົງທຶນ ໃນບັນດາໂຄງການຮ່ວມມືທີ່ເປັນຈຸດສຸມ ໃຫ້ປະກົດເປັນຮູບປະທໍາໂດຍໄວ, ຊຶ່ງປະກອບດ້ວຍ: ເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ, ບັນດາໂຄງການສາຍສົ່ງໄຟຟ້າ ຈາກເຂດພາກເໜືອຂອງລາວໄປຫວຽດນາມ, ການຮ່ວມມືຊື້-ຂາຍຖ່ານຫີນ, ໄຟຟ້າ, ສ້າງສາງເກັບນ້ຳມັນເຊື້ອໄຟຍຸດທະສາດຢູ່ເຂດຊາຍແດນ ແລະ ຂຸດຄົ້ນແຮ່ທາດ, ຖືວ່ານີ້ແມ່ນກຳລັງຍູ້ດັນສຳຄັນ ແລະ ເປັນສິ່ງກະຕຸກຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸໃນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຕໍ່ໜ້າ.
ຫວຽດນາມ ສະແດງຄວາມຊົມເຊີຍ ຝ່າຍລາວ ທີ່ໄດ້ຕັດສິນໃຈເປັນເຈົ້າການຜັນຂະຫຍາຍໂຄງການສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໄລຍະແຕ່ ນະຄອນຫຼວງວຽງຈັນ ຫາ ດ່ານຊາຍແດນ ແທງຖຸຍ. ສ່ວນຫວຽດນາມ ກໍຈະລົງມືກໍ່ສ້າງເສັ້ນທາງ ແຕ່ ນະຄອນວິງ ເຖິງ ດ່ານຊາຍແດນ ແທງຖຸຍ ໃນຕົ້ນປີ 2026. ສອງຝ່າຍ ສະແດງຄວາມໝາຍໝັ້ນ ເພື່ອສ້າງເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ໃຫ້ສໍາເລັດໂດຍໄວ ທັງນີ້ ກໍເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຮ່ວມກັນ ຂອງສອງປະເທດ ໃນການເຊື່ອມໂຍງພື້ນຖານໂຄງລ່າງ, ສ້າງເງື່ອນໄຂສະດວກໃນການຊຸກຍູ້ການພັດທະນາ. ພິເສດ ແມ່ນການເຊື່ອມຕໍ່ ທ່າເຮືອຫວຸງອາງ ກັບເສັ້ນທາງສຳຄັນດັ່ງກ່າວ.
ສອງຝ່າຍ ຈະປະສານສົມທົບຄົ້ນຄວ້າ, ສະເໜີບັນດາມາດຕະການທີ່ເໝາະສົມ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງ, ຮັບປະກັນບັນດາໂຄງການ ຈັດຕັ້ງໃຫ້ສອດຄ່ອງກັບແຜນນະໂຍບາຍ, ເນື້ອໃນຈິດໃຈການຊີ້ນຳຂອງການນຳຂັ້ນສູງຂອງສອງພັກ, ສອງລັດ. ພ້ອມກັນນັ້ນ, ຈະສຸມໃສ່ການເປີດກວ້າງ ບັນດາແລວການຮ່ວມມືເສດຖະກິດໃໝ່, ເພີ່ມທະວີການເຊື່ອມຕໍ່ ແລະ ຊ່ວຍໜູນຊຶ່ງກັນ ແລະ ກັນ ລະຫວ່າງ ສອງພື້ນຖານເສດຖະກິດ. ພິເສດ ແມ່ນບັນດາລະບຽບດ້ານການເງິນ, ໂຄງລ່າງຄົມມະນາຄົມ-ການຂົນສົ່ງ, ໂລຈີສຕິກ, ພະລັງງານ, ໂທລະຄົມມະນາຄົມ ແລະ ການທ່ອງທ່ຽວ, ສ້າງຕ່ອງໂສ້ການເຊື່ອມຕໍ່ ລະຫວ່າງ ການຜະລິດ-ການຈຳໜ່າຍ, ສົ່ງເສີມ, ສ້າງເງື່ອນໄຂສະດວກ ແລະ ສະໜັບສະໜູນບັນດາວິສາຫະກິດທີ່ມີຄວາມສາມາດ, ມີຄວາມໜ້າເຊື່ອຖື ແລະ ທ່າແຮງດ້ານການເງິນຂອງແຕ່ລະປະເທດ ໃນການເພີ່ມທະວີການຮ່ວມມື, ລົງທຶນໃນບັນດາຂົງເຂດການປ່ຽນໃໝ່ທາງດ້ານນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານທົດແທນ, ກະສິກຳທີ່ນຳໃຊ້ເຕັກໂນໂລຊີຂັ້ນສູງ, ການປຸງແຕ່ງ, ການພັດທະນາສີຂຽວ, ເສດຖະກິດດີຈີຕອນ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ. ສອງຝ່າຍ ເຫັນດີເປັນເອກະພາບ ໃຫ້ບຸລິມະສິດມອບບັນດາໂຄງການຢູ່ຕາມລຽບຊາຍແດນ ໃຫ້ແກ່ບັນດາວິສາຫະກິດ ຂອງສອງປະເທດ, ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງທີ່ເປັນຈຸດສຸມ, ຊຸກຍູ້ການປະຕິບັດຮູບແບບເຂດອຸດສາຫະກຳລາວ-ຫວຽດນາມ, ເສດຖະກິດດ່ານຊາຍແດນ ຂ້າມຊາຍແດນ ໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ພ້ອມທັງສ້າງສະພາບແວດລ້ອມອຳນວຍຄວາມສະດວກໃນການລົງທຶນ-ດຳເນີນທຸລະກິດ, ຄວາມໝັ້ນຄົງ ແລະ ຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຂອງສອງປະເທດ ເພື່ອການພັດທະນາແບບຍືນຍົງ.
ສອງຝ່າຍ ເຫັນດີເປັນເອກະພາບ ເພື່ອພະຍາຍາມຊຸກຍູ້ການເຕີບໂຕມູນຄ່າການຄ້າສອງຝ່າຍ ແລະ ສູ້ຊົນໃຫ້ບັນລຸມູນຄ່າການຄ້າສອງສົ້ນ ໃຫ້ໄດ້ 5 ຕື້ໂດລາສະຫະລັດ ໃນໄລຍະຕໍ່ໜ້າ ໂດຍໄວ; ເພີ່ມທະວີການເຊື່ອມຕໍ່, ຊ່ວຍເຫຼືອສະມາຄົມວິສາຫະກິດ, ຍູ້ແຮງບັນດາການເຄື່ອນໄຫວ ເພື່ອຍູ້ໜູນທາງດ້ານການຄ້າ, ໂຄສະນາເຜີຍແຜ່, ສ້າງເຄື່ອງໝາຍການຄ້າ ແລະ ລະບົບຈຳໜ່າຍສິນຄ້າຂອງ ລາວ ແລະ ຫວຽດນາມ ຢູ່ແຕ່ລະປະເທດ, ຊຶ່ງຈະເຮັດໃຫ້ການຈຳໜ່າຍສິນຄ້າຂອງສອງປະເທດ ມີຄວາມໝັ້ນຄົງ ແລະ ຍືນຍົງ. ພ້ອມທັງ, ຍູ້ແຮງການຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອລ້າທີ່ໄດ້ຮັບຮອງໃຫ້ມີຄວາມຄືບໜ້າ, ກະຕຸກຊຸກຍູ້ ແລະ ເສີມຂະຫຍາຍກົນໄກຍູ້ແຮງການຊຳລະ ການຄ້າຂາຍຍ່ອຍສອງຝ່າຍ ແລະ ຫັນເປັນລະບົບດີຈີຕອນ ຢ່າງມີປະສິດທິຜົນ ເພື່ອເພີ່ມທະວີການເຊື່ອມໂຍງທາງດ້ານເສດຖະກິດ ແລະ ສ້າງກຳລັງແຮງຍູ້ດັນໃໝ່ໃຫ້ແກ່ການຮ່ວມມືດ້ານການຄ້າ ລາວ-ຫວຽດນາມ.
ສອງຝ່າຍ ເຫັນດີເປັນເອກະພາບຕໍ່ການປ່ຽນແປງໃໝ່, ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບຂອງການຊ່ວຍເຫຼືອລ້າຂອງຫວຽດນາມ ໃຫ້ແກ່ ສປປ ລາວ ຕາມທິດ ການຫັນຈາກ ແບບລວມໆ ໃຫ້ມີຈຸດສຸມ, ຫັນຂະບວນການເລືອກເຟັ້ນ, ປະເມີນມາດຕະຖານ ແລະ ຜັນຂະຫຍາຍປະຕິບັດໂຄງການບົນພື້ນຖານມາດຕະການທີ່ຈະແຈ້ງ, ມີການກຳນົດເວລາລະອຽດ, ຮັບປະກັນຄວາມແທດເໝາະຕົວຈິງ ແລະ ຍືນຍົງ.
7. ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ທອງລຸນ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນເອກະພາບ ຖືສຳຄັນ ແລະ ຍູ້ແຮງການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ, ໃຫ້ບູລິມະສິດເປັນພິເສດ ໃນການກໍ່ສ້າງ, ບຳລຸງຖັນແຖວພະນັກງານການນຳ-ຄຸ້ມຄອງໃຫ້ແກ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງລາວ; ເປັນເອກະພາບໃນການຄົ້ນຄວ້າ ມີນະໂຍບາຍພິເສດ ຕໍ່ບັນດາພະນັກງານທີ່ມີອາຍຸການເຮັດວຽກຫຼາຍປີ, ມີຄວາມສະໜິດຕິດພັນ ແລະ ເຂົ້າໃຈກ່ຽວກັບສາຍພົວພັນ ລະຫວ່າງ ສອງປະເທດ; ມີນະໂຍບາຍພິເສດ ຕໍ່ນັກຮຽນ, ນັກສຶກສາຂອງປະເທດຕົນ ໄປຮຽນຢູ່ອີກຢູ່ປະເທດໜຶ່ງ. ສອງຝ່າຍ ສືບຕໍ່ຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມື ກໍ່ສ້າງຊັບພະຍາກອນມະນຸດ ລະຫວ່າງ ສອງລັດຖະບານ ໄລຍະ 2022 – 2027 ຢ່າງມີປະສິດທິຜົນ. ພ້ອມທັງ, ກະຕຸກຊຸກຍູ້ການປະຕິບັດບັນດາໜ້າທີ່, ມາດຕະການໃນໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນ ການຮ່ວມມື ລາວ-ຫວຽດນາມ ໃນໄລຍະ 2021 - 2030. ສອງຝ່າຍ ຈະເພີ່ມທະວີແຜນການຝຶກອົບຮົມ, ບຳລຸງໄລຍະສັ້ນໃຫ້ແກ່ພະນັກງານ, ລັດຖະກອນຂອງລາວ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດ, ສຸມໃສ່ພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ແລະ ຊຸກຍູ້ການຮ່ວມມືກ່ຽວກັບການພັດທະນາສີມືແຮງງານ ແລະ ກໍ່ສ້າງວິຊາຊີບຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. ສອງຝ່າຍ ເຫັນດີສືບຕໍ່ຜັນຂະຫຍາຍຫຼັກສູດສອນພາສາຫວຽດນາມ ແລະ ນຳໃຊ້ປຶ້ມຮຽນພາສາຫວຽດ ຢູ່ບັນດາໂຮງຮຽນຂັ້ນມັດທະຍົມ ຂອງ ລາວ; ຈັດການສອນພາສາຫວຽດນາມໃຫ້ແກ່ນັກຮຽນ ແລະ ພະນັກງານລາວ ຢູ່ບັນດາອົງການ ແລະ ໜ່ວຍງານຕ່າງໆ ທີ່ມີຄວາມຮຽກຮ້ອງຕ້ອງການ ແລະ ມີເງື່ອນໄຂເໝາະສົມ; ຄົ້ນຄວ້າຊຸກຍູ້ການນຳເອົາພາສາລາວ ເຂົ້າໃນການສິດສອນຢູ່ບັນດາສະຖາບັນການສຶກສາຊັ້ນມັດທະຍົມ ຂອງຫວຽດນາມ, ໃນຕໍ່ໜ້າແມ່ນສອນພາສາລາວ ແລະ ວັດທະນະທໍາລາວ ໃຫ້ແກ່ນັກຮຽນຢູ່ບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ຫວຽດນາມ ແລະ ລາວ, ບຳລຸງພາສາລາວໃຫ້ແກ່ບາງກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງຂອງ ຫວຽດນາມ ຈຳນວນໜຶ່ງ ທີ່ມີສາຍພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຂອງຝ່າຍລາວ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື ແລະ ເພີ່ມພູນຄູນສ້າງມິດຕະພາບແບບພິເສດ ລະຫວ່າງ ສອງປະເທດ.
ສອງຝ່າຍ ເຫັນດີເປັນເອກະພາບ ໃນການປະສານສົມທົບ ເພື່ອຈັດຕັ້ງບັນດາກິດຈະກໍາ ແລະ ເຫດການທີ່ມີຄວາມໝາຍສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃນປີ 2027 ແລະ ບັນດາເຫດການທີ່ສຳຄັນຂອງສອງປະເທດ ໃຫ້ມີເນື້ອໃນອຸດົມສົມບູນ, ແທດເໝາະຕົວຈິງ, ຊຸກຍູ້ການຮ່ວມມືໃນຂົງເຂດຂໍ້ມູນຂ່າວສານ, ການສື່ສານ, ຫັນປ່ຽນທາງດ້ານເນື້ອໃນ ແລະ ວິທີການໂຄສະນາເຜີຍແຜ່, ສຶກສາອົບຮົມ ກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ ໃຫ້ແກ່ພະນັກງານ, ສະມາຊິກພັກ, ແລະ ຊັ້ນຄົນຕ່າງໆ, ເປັນຕົ້ນແມ່ນໄວໜຸ່ມ ແລະ ກຳລັງປະກອບອາວຸດຂອງສອງປະເທດ.
ສອງຝ່າຍ ເປັນເອກະພາບຍູ້ແຮງການພົບປະ, ແລກປ່ຽນການທູດປະຊາຊົນ, ຈັດຕັ້ງບັນດາການເຄື່ອນໄຫວ ພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຢ່າງເປັນປົກກະຕິ, ພົບປະແລກປ່ຽນມິດຕະພາບຊາວໜຸ່ມ ສອງປະເທດ; ແລກປ່ຽນວັດທະນະທໍາ, ສິລະປະ ແລະ ກິລາ ແນໃສ່ປະກອບສ່ວນເຂົ້າໃນການສ້າງຄວາມເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ຄວາມໃກ້ຊິດ ລະຫວ່າງ ປະຊາຊົນສອງປະເທດ. ສອງຝ່າຍ ຈະດຳເນີນການສິດສອນເນື້ອໃນປະຫວັດສາດ ສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນບັນດາສະຖາບັນການສຶກສາຢູ່ແຕ່ລະປະເທດໂດຍໄວ, ພ້ອມທັງ ຕັ້ງໜ້າປະສານສົມທົບສ້າງ, ອະນຸລັກຮັກສາ, ປັບປຸງບູລະນະ, ເສີມຂະຫຍາຍຄຸນຄ່າບັນດາໂຄງການ ອານຸສອນສະຖານປະຫວັດສາດ ທີ່ມີຄວາມໝາຍໃນສາຍພົວພັນ ລະຫວ່າງ ສອງພັກ, ປະຊາຊົນສອງຊາດ, ໃນນັ້ນມີອານຸສອນສະຖານ “ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈິມິນ ໃນຜືນແຜ່ນດິນລາວ”; “ເຂດຮ່ອງຮອຍ ສະຖານທີ່ຈັດກອງປະຊຸມໃຫຍ່ ຄັ້ງທຳອິດ ຂອງພັກປະຊາຊົນປະຕິວັດລາວ ຢູ່ເຂດຊາຍແດນລາວ-ຫວຽດນາມ”, ຖືວ່າເປັນ ສັນຍາລັກອັນສັກສິດຂອງ ສາຍພົວພັນອັນບໍລິສຸດຜຸດຜ່ອງ, ດູດດື່ມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ; ເປີດນຳໃຊ້ຫຼາຍໂຄງການທີ່ມີຄວາມໝາຍສຳຄັນ ເປັນສັນຍາລັກ ປະກອບສ່ວນໃນການສ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດລາວຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ.
ສອງຝ່າຍ ເຫັນດີເປັນເອກະພາບສືບຕໍ່ຊີ້ນຳຍົກສູງປະສິດທິພາບການເປີດກວ້າງການຮ່ວມມື, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ບັນດາອົງການຂອງ ພັກ, ກະຊວງ, ຂະແໜງການຕ່າງໆ ຂອງລັດຖະບານ, ບັນດາຄະນະກຳມາທິການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງປະຊາຊົນ ແລະ ບັນດາທ້ອງຖິ່ນຂອງສອງປະເທດ, ເປັນຕົ້ນແມ່ນບັນດາທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ; ກວດກາຄືນການປັບປຸງການຮ່ວມມື ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ ພາຍຫຼັງສອງຝ່າຍ ສຳເລັດການສັບຊ້ອນ ແລະ ຈັດຕັ້ງຄືນກົງຈັກອຳນາດການປົກຄອງທ້ອງຖິ່ນ, ຮັບປະກັນການຄຸ້ມຄອງເປັນເອກະພາບຂອງສູນກາງ ໃຫ້ເເທດເໝາະ ແລະ ມີປະສິດທິຜົນສູງ, ແລກປ່ຽນຂໍ້ມູນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງຕັ້ງໜ້າ ເພື່ອພ້ອມກັນພັດທະນາ.
8. ສອງຝ່າຍ ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນ, ປຶກສາຫາລືຢ່າງທັນການ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຊຶ່ງກັນ ຢ່າງມີປະສິດທິຜົນ ຢູ່ບັນດາເວທີສາກົນ ແລະ ພາກພື້ນ, ເປັນຕົ້ນແມ່ນໃນຂອບການຮ່ວມມື ASEAN ແລະ ບັນດາກົນໄກ ໂດຍມີ ASEAN ເປັນແກນກາງ, ອົງການສະຫະປະຊາຊາດ, ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ອົງການ ການຄ້າສາກົນ (WTO), ເວທີການຮ່ວມມືອາຊີ-ເອີຣົບ (ASEM), ປະກອບສ່ວນຢ່າງເຂັ້ມແຂງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ, ຍົກສູງອິດທິພົນ, ຖານະບົດບາດຂອງແຕ່ລະປະເທດ ແລະ ເສີມຂະຫຍາຍບົດບາດຄວາມສຳຄັນ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ ໃນພາກພື້ນ. ສອງຝ່າຍ, ເນັ້ນໜັກເຖິງຄວາມສຳຄັນຂອງ ການຮັກສາຄວາມສາມັກຄີ, ບົດບາດຄວາມເປັນແກນກາງຂອງ ASEAN; ເຫັນດີເພີ່ມທະວີການຮ່ວມມື ເພື່ອຜັນຂະຫຍາຍວິໄສທັດສະມາຄົມ ASEAN 2045 ຢ່າງມີປະສິດທິຜົນ ແລະ ບັນດາແຜນການຍຸດທະສາດປິ່ນອ້ອມ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການສ້າງປະຊາຄົມ ASEAN ໃຫ້ເປັນຮູບປະທຳ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງມີພິກໄຫວ, ປະດິດສ້າງ, ມີຄວາມສາມັກຄີ, ເປັນເອກະພາບ ແລະ ຖືຜົນປະໂຫຍດເອົາປະຊາຊົນ ເປັນຫຼັກ.
ສອງຝ່າຍ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຮ່ວມກັບບັນດາປະເທດລຸ່ມແມ່ນ້ຳຂອງ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ນໍາໃຊ້ນໍ້າຢ່າງມີປະສິດທິຜົນ, ສະເໝີພາບ ແລະ ຍືນຍົງຕໍ່ການນໍາໃຊ້ແຫຼ່ງນໍ້າ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ພ້ອມທັງກວດກາ ແລະ ຕິດຕາມຜົນກະທົບຢ່າງຮອບດ້ານ ລວມທັງຜົນກະທົບຢູ່ຕາມຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານ, ຕົວເລກອຸຕຸນິຍົມ ແລະ ອຸທົກກະສາດ ຄຽງຄູ່ກັບການຍົກສູງຄວາມອາດສາມາດໃນການສະກັດກັ້ນໄພແຫ້ງແລ້ງ ແລະ ນໍ້າຖ້ວມ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ໃນອະນຸພາກພື້ນແມ່ນ້ຳຂອງ, ເພື່ອຜົນປະໂຫຍດລວມຂອງແຕ່ລະປະເທດຕາມລຳແມ່ນ້ຳຂອງ. ສອງຝ່າຍເຫັນດີ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອລະດົມກຳລັງແຮງຈາກບັນດາຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນກ່ຽວຂ້ອງ ເພື່ອຮັບໃຊ້ການເຊື່ອມຈອດລະຫວ່າງ ສອງພື້ນຖານເສດຖະກິດ ກໍຄື ການພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດ.
ສອງຝ່າຍ ສົມທົບກັນຢ່າງແໜ້ນແຟ້ນໃນຂອບການຮ່ວມມືພາຍໃຕ້ສັນຍາແມ່ນໍ້າຂອງໃນປີ 1995 ວ່າດ້ວຍການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນອ່າງແມ່ນໍ້າຂອງ ກໍຄືໃນນາມປະເທດສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ກົນໄກການຮ່ວມມືທີ່ກ່ຽວຂ້ອງອື່ນໆ, ຊຸກຍູ້ການເພີ່ມທະວີ ການເຊື່ອມໂຍງບັນດາກົນໄກຮ່ວມມືໃນອະນຸພາກພື້ນ ແລະ ຂະບວນການສ້າງປະຊາຄົມອາຊຽນ; ການສົ່ງເສີມໃຫ້ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກພາກພື້ນ ເພື່ອເຂົ້າຮ່ວມຢ່າງຕັ້ງໜ້າໃນການຊ່ວຍເຫຼືອ ແລະ ລົງທຶນ ຢູ່ອະນຸພາກພື້ນແມ່ນໍ້າຂອງ ໃນຂົງເຂດທີ່ມີຄວາມສໍາຄັນເຊັ່ນ: ການເຊື່ອມຈອດພື້ນຖານໂຄງລ່າງ, ພະລັງງານ, ນະວັດຕະກຳ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ.
ສອງຝ່າຍ ໄດ້ຢືນຢັນຄວາມເປັນເອກະພາບສູງຕໍ່ຫຼັກການຂອງອາຊຽນ ກ່ຽວກັບບັນຫາທະເລຈີນໃຕ້ ທີ່ໄດ້ຍົກຂຶ້ນໃນຖະແຫຼງການຕ່າງໆ ຂອງ ອາຊຽນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຈີນໃຕ້ (ທະເລຕາເວັນອອກ), ຈຳກັດບໍ່ໃຫ້ມີການປະພຶດ ທີ່ກໍ່ໃຫ້ເກີດສະພາບຄວາມສັບສົນ ແລະ ເພີ່ມທະວີຄວາມເຄັ່ງຕຶງຂຶ້ນຕື່ມ, ແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ລວມທັງສົນທິສັນຍາ ຂອງອົງການສະຫະປະຊາຊາດ, ກົດໝາຍທາງທະເລ (UNCLOS 1982), ຮ່ວມກັບ ແຕ່ລະຝ່າຍທີ່ກ່ຽວຂ້ອງ, ຊຸກຍູ້ການປະຕິບັດຖະແຫຼງການກ່ຽວກັບກົດແຫ່ງການປະພຶດ ຂອງຝ່າຍຕ່າງໆ ຢູ່ທະເລຈີນໃຕ້ (DOC) ແລະ ບັນລຸການສ້າງກົດແຫ່ງການປະພຶດຢູ່ທະເລຈີນໃຕ້ (COC) ໃຫ້ສໍາເລັດໂດຍໄວ ແລະ ມີປະສິດທິຜົນ ຢ່າງແທ້ຈິງ, ສອດຄ່ອງກັບກົດໝາຍສາກົນ ລວມທັງ UNCLOS ປີ 1982.
9. ສອງຝ່າຍ ຕີລາຄາສູງ ການຢ້ຽມຢາມ ທີ່ມີຄວາມໝາຍປະຫວັດສາດ ແລະ ຄວາມສຳຄັນເປັນພິເສດໃນຄັ້ງນີ້, ຊຶ່ງມີຂຶ້ນໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ພວມຈັດຕັ້ງຜັນຂະຫຍາຍບັນດາເປົ້າໝາຍຍຸດທະສາດພັດທະນາປະເທດຊາດ, ກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຢ່າງຕັ້ງໜ້າ ແລະ ຈັດຕັ້ງການເລືອກຕັ້ງປ່ອນບັດເລືອກເອົາຜູ້ແທນສະພາແຫ່ງຊາດຊຸດໃໝ່ຂອງ ແຕ່ລະປະເທດໃນຕົ້ນປີ 2026. ການຢ້ຽມຢາມຄັ້ງນີ້ ເປັນການເຄື່ອນໄຫວວຽກງານການຕ່າງປະເທດທີ່ມີລັກສະນະທາງດ້ານປະຫວັດສາດ, ສະແດງໃຫ້ເຫັນເຖິງການໃຫ້ຄວາມເຄົາລົບ, ເອົາໃຈໃສ່ຢ່າງເລິກເຊິ່ງ, ຄວາມຮັກແພງສະໜິດແໜ້ນ ແລະ ການສະໜັບສະໜູນ, ເປັນການປຸກລະດົມກຳລັງໃຈອັນໃຫຍ່ຫຼວງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ ແລະ ຫວຽດນາມ ທີ່ມີໃຫ້ກັນ ແລະ ກັນ ແລະ ຢືນຢັນຄືນ ຜົນສຳເລັດຂອງແຕ່ລະປະເທດ ປຽບເໝືອນຜົນສຳເລັດລວມຂອງສອງປະເທດ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນຳຂັ້ນສູງຂອງລາວ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ. ການຢ້ຽມຢາມຄັ້ງນີ້ ກົງກັບໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 50 ປີ. ພ້ອມທັງ ຢືນຢັນວ່າບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນອັນສຳຄັນ ຜ່ານການຊ່ວຍເຫຼືອຢ່າງໝົດຈິດໝົດໃຈ, ມີປະສິດທິຜົນ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສິ່ງດັ່ງກ່າວ, ບໍ່ພຽງແຕ່ເປັນການປຸກລະດົມກຳລັງໃຈອັນໃຫຍ່ຫຼວງ ແຕ່ເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງສາຍພົວພັນ ທີ່ສະໜິດແໜ້ນ, ຊື່ສັດບໍລິສຸດອັນດູດດື່ມ, ຮ່ວມທຸກຮ່ວມສຸກ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການປະຕິວັດຂອງລາວ ແລະ ຫວຽດນາມ ຕະຫຼອດໄລຍະເວລາອັນຍາວນານ ແລະ ເປັນປະຫວັດສາດ ຂອງ ສອງປະເທດ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຢືນຢັນວ່າ: ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເປັນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສຳຄັນເປັນພິເສດ ບໍ່ພຽງແຕ່ຕໍ່ພາລະກິດການປະຕິວັດຂອງລາວ ແຕ່ຍັງສ້າງກຳລັງຍູ້ດັນໃໝ່ ແລະ ສ້າງປະຖົມປັດໄຈອັນສຳຄັນໃຫ້ການຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນຕໍ່ໜ້າ.
ຫວຽດນາມ ສະໜັບສະໜູນ ຢ່າງສະເໝີຕົ້ນສະໝີປາຍ ການກຳນົດທິດທາງພັດທະນາໃໝ່, ທີ່ມີລັກສະນະບຸກທະລຸຂອງລາວ, ພ້ອມທັງ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ ທີ່ຍືນຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ສະຫາຍ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງ XII ພ້ອມກັບການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃນຕໍ່ໜ້າ ຈະສ້າງພື້ນຖານສະດວກ ໃຫ້ ສປປລາວ ປະຕິບັດເປົ້າໝາຍເພື່ອສ້າງປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມບັນດາເອກະສານການຮ່ວມມືໃນຂົງເຂດຈຸດສຸມຂອງສອງປະເທດ ເຊັ່ນ: ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການຄ້າ, ການສຶກສາ, ຍຸຕິທໍາ, ທະນາຄານ, ການສື່ສານ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ. ສອງຝ່າຍ ເຫັນດີເປັນເອກະພາບ ຈະຜັນຂະຫຍາຍບັນດາເອກະສານດັ່ງກ່າວ ຢ່າງມີປະສິດທິຜົນ.
ສອງຝ່າຍ ເຫັນດີເປັນເອກະພາບ ຕີລາຄາສູງ ຕໍ່ຜົນສຳເລັດອັນດີງາມຂອງການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ, ຖືວ່າ ນີ້ແມ່ນຂີດໝາຍສຳຄັນທາງປະຫວັດສາດ ແຫ່ງການພົວພັນລາວ-ຫວຽດນາມ ໃຫ້ມີໃບໜ້າໃໝ່. ການຢ້ຽມຢາມ ໄດ້ປະກອບສ່ວນເສີມຂະຫຍາຍ ແລະ ເພິ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ໄດ້ນຳເອົາສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ ກ້າວຂຶ້ນສູ່ລະດັບໃໝ່ ທີ່ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ເລິກເຊິ່ງກວ່າເກົ່າ, ສ້າງກຳລັງຍູ້ດັນບຸກທະລຸໃຫ້ການຮ່ວມມືພັດທະນາທີ່ແທດເໝາະຕົວຈິງ, ຍືນຍົງ, ຍາວນານ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ກໍຄືໃນໂລກ.
10. ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ພັນລະຍາ ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການຕ້ອນຮັບອັນສົມກຽດ, ໝົດຈິດໝົດໃຈ, ຊຶ່ງເປັນການສະແດງຢ່າງເລິກເຊິ່ງ ເຖິງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ຫວຽດນາມ-ລາວ; ຖືໂອກາດດັ່ງກ່າວ ໄດ້ເຊື້ອເຊີນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ບັນດາ ສະຫາຍ ການນຳຂັ້ນສູງຂອງພັກ, ລັດ ສປປ ລາວ ເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດລາວ ສະແດງຄວາມຂອບໃຈ ແລະ ຕອບຮັບດ້ວຍຄວາມຍິນດີຕໍ່ການເຊື້ອເຊີນດັ່ງກ່າວ.
ນະຄອນຫຼວງວຽງຈັນ, 02 ທັນວາ 2025
ຄໍາເຫັນ