![]() |
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບຕີລາຄາຜົນສໍາເລັດການ ຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຮສສ ໃນປີ 2025 ຜ່ານມາ, ຊອກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດດ້ານຕ່າງໆ ລວມທັງວິທີການ ແລະ ມາດຕະການເພື່ອແກ້ໄຂໃຫ້ມີປະສິດທິຜົນ, ແນໃສ່ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍສູ້ຊົນ ແລະ ບັນດາວຽກຈຸດສຸມຂອງຂະແໜງ ຮສສ ທີ່ສະພາແຫ່ງຊາດ ແລະ ລັດຖະບານມອບໝາຍໃຫ້ ຕາມມະຕິ 177/ສພຊ ແລະ ດໍາລັດເລກທີ 702 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ-ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບໃຫ້ມິີປະສິດທິຜົນ. ກອງປະຊຸມຄັ້ງນີ້, ຈະໄດ້ລົງເລິກຄົ້ນຄວ້າປຶກສາຫາລືບາງຫົວຂໍ້ວິຊາການຈໍານວນໜຶ່ງ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດບັນດາຄາດໝາຍສູ້ຊົນໃນປີ 2026 ຊຶ່ງເປັນປີເລີ່ມຕົ້ນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ແລະ ແຜນພັດທະນາ ຮສສ 5 ປີ ຄັ້ງທີ V ເປັນຕົ້ນ ການພັດທະນາສີມືແຮງງານໃຫ້ມີຄຸນນະພາບສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການຈັດຫາວຽກເຮັດງານທໍາ ແລະ ການຫັນເປັນດີຈີຕອນ; ເພີ່ມທະວີການຄຸ້ມຄອງ ແລະ ປົກປ້ອງສິດ-ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕາມມາດຕະຖານແຮງງານແຫ່ງຊາດ ແລະ ສາກົນ; ເພີ່ມທະວີປັບປຸງ-ສ້າງຄວາມເຂັ້ມແຂງໃຫ້ລະບົບການບໍລິການປົກປ້ອງສັງຄົມ ໃຫ້ໄປສູ່ກຸ່ມເປົ້າໝາຍຕ່າງໆ ຢ່າງກວ້າງຂວາງ ມີຄຸນນະພາບ ແລະ ທັນສະໄໝນັບມື້ດີຂຶ້ນ.
![]() |
ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ ໄດ້ສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາປີ 2025 ແລະ ທິດທາງແຜນການປີ 2026 ໂດຍຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນໃນ 5 ເປົ້າໝາຍ 12 ວຽກຈຸດສຸມ, ດ້ານແຮງງານປີ 2025 ຜ່ານມາ, ໄດ້ພັດທະນາສີມືແຮງງານໃໝ່ໄດ້ທັງໝົດ 210,182 ຄົນ ຍິງ 98,032 ຄົນ, ລື່ນແຜນການປີກວ່າ 2 ເທົ່າໂຕຂອງແຜນການປີ (80,000 ຄົນ). ໃນນີ້, ຂະແໜງກະສິກຳ 42,103 ຄົນ ຍິງ 17,431 ຄົນ, ອຸດສາ ຫະກໍາ 62,205 ຄົນ ຍິງ 19,339 ຄົນ ແລະ ບໍລິການ 126,526 ຄົນ ຍິງ 72,610 ຄົນ; ເຮັດການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານ ຕາມສາຂາອາຊີບໃນລະດັບຕ່າງໆ ຢູ່ຫົວໜ່ວຍແຮງງານໄດ້ 498 ຄົນ ຍິງ 177 ຄົນ, ກໍາລັງແຮງງານໄດ້ມີວຽກເຮັດງານທໍາ, ຈັດຫາວຽກເຮັດງານທໍາຕິດພັນວາລະແຫ່ງຊາດໄດ້ 180,471 ຄົນ ຍິງ 91,319 ຄົນ, ລື່ນແຜນການປີ 4 ເທົ່າໂຕຂອງແຜນການປີ (ພາຍໃນ 31,177 ຄົນ ຍິງ 91,319 ຄົນ; ຕ່າງປະເທດ 149,294 ຄົນ ຍິງ 79,607 ຄົນ). ໃນນັ້ນ, ຂະແໜງກະສິກໍາ 39,161 ຄົນ, ອຸດສະຫະກໍາ 39,229 ຄົນ, ບໍລິການ 102,081 ຄົນ. ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໄດ້ຮັບການປົກປ້ອງຕາມກົດໝາຍ ແລະ ລະບຽບການ. ໂອກາດນີ້, ຍັງຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາທີ່ສໍາຄັນຂອງການນໍາຂັ້ນສູງຕື່ມອີກ.
![]() |
ຂ່າວ-ພາບ: ວັນເພັງ



ຄໍາເຫັນ