ກອງພົນທີ 1 ສຸມໃສ່ຫ້າງຫາກະກຽມສ້າງຂະບວນການວຽກງານຮອບດ້ານ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ກອງພົນທີ 1 ສຸມໃສ່ຫ້າງຫາກະກຽມສ້າງຂະບວນການວຽກງານຮອບດ້ານ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ໂດຍ: ບິກໄຊ ສົມພູ
    ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ກອງພົນທີ 1ໄດ້ສຸມໃສ່ສ້າງຂະບວນການເຄື່ອນໄຫວວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນສຸມໃສ່ວຽກງານຂະບວນການເຮັດໃຫ້ສະພາບມີຄວາມສະຫງົບ, ຂະບວນການປັບປຸງກໍ່ສ້າງກຳລັງ-ກໍ່ສ້າງພັກ-ພະນັກງານ, ຂະບວນການປັບປຸງກໍ່ສ້າງກົມກອງວັດທະນະທຳ, ນັກຮົບວັດທະນະທຳ, ວຽກງານການພົວພັນຮ່ວມມືກັບບັນດາກົມກອງເພື່ອນ ແລະ ຂະບວນການອື່ນໆ ທີ່ຕິດພັນກັບໜ້າທີ່ການເມືອງຂອງຕົນ.
    ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 1ໄດ້ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮັບຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ.ສະນັ້ນ ຄະນະພັກ, ຄະນະບັນຊາກອງພົນ ຈຶ່ງໄດ້ຮີບຮ້ອນສ້າງແຜນການອະນຸມັດຈາກກະຊວງປ້ອງກັນປະເທດ ເພື່ອເປີດກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ແຕ່ງຕັ້ງມອບໝາຍໜ້າທີ່ໃຫ້ບັນດາສະຫາຍຄະນະຮັບຜິດຊອບ, ອະນຸກຳມະການ ເພື່ອຫ້າງຫາກະກຽມສຸມໃສ່ສ້າງຂະບວນການວຽກງານຮອບດ້ານ ເພື່ອເຄື່ອນໄຫວຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງຊຶ່ງມາຮອດປັດຈຸບັນບັນດາກົມກອງໃນທົ່ວກອງພົນໄດ້ພ້ອມກັນສຸມໃສ່ການສ້າງຂະບວນການດ້ານຕ່າງໆ ທີ່ພົ້ນເດັ່ນແມ່ນຂະບວນການປັບປຸງກໍ່ສ້າງກົມກອງໃຫ້ກາຍເປັນກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເປັນກົມກອງວັດທະນະທຳ, ນັກຮົບວັດທະນະທຳ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນທີ່ທັນສະໄໝຂອງກອງທັບວາງອອກ ເພື່ອຮັບປະກັນທາງດ້ານຄຸນນະພາບເປັນກ້າວໆ. ພ້ອມກັນນັ້ນຍັງໄດ້ເອົາໃຈໃສ່ເປັນສຳຄັນຕໍ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຂອງກົມກອງ, ສຸມໃສ່ການປະດັບປະດາຄ້າຍໃຫ້ມີຄວາມເປັນລະບຽບສະອາດຈົບງາມ.
    ສິ່ງສຳຄັນສຸມໃສ່ຂະບວນການວຽກງານຮັບປະກັນເຮັດໃຫ້ຂອບເຂດກອງພົນຮັບຜິດຊອບມີຄວາມສະຫງົບ ໃນນີ້ໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ທີ່ກົມການເມືອງສູນກາງພັກວາງອອກ, ໃນການເຄື່ອນໄຫວແກ້ໄຂສະພາບທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ, ປ້ອງກັນເປົ້າໝາຍຍຸດທະສາດທີ່ສຳຄັນໃຫ້ມີຄວາມສະຫງົບປອດໄພ, ຈັດຕັ້ງລະບົບປະຈຳການ ກຽມພ້ອມສູ້ຮົບຕ້ານພະຍາດລະບາດ ແລະ ກອບກູ້ໄພພິບັດທາງທຳມະຊາດທີ່ເກີດຂຶ້ນ ແລະ ອາດຈະເກີດຂຶ້ນ. ນອກຈາກນັ້ນຍັງໄດ້ສຸມໃສ່ຂະບວນການປັບປຸງກໍ່ສ້າງກຳລັງ ໂດຍຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ນາຍ ແລະ ພົນທະຫານຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບ, ເອົາໃຈໃສ່ປັບປຸງການຈັດຕັ້ງພັກ, ການກໍ່ສ້າງພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນໃຫ້ມີຄວາມຮັບຮູ້-ເຂົ້າໃຈຕາມ ທີ່ຂັ້ນເທິງໄດ້ກຳນົດ, ເອົາໃຈໃສ່ປະຕິບັດວຽກງານນະໂຍບາຍດ້ານຕ່າງໆຕໍ່ນາຍ ແລະ ພົນທະຫານໂດຍສະເພາະ ຕໍ່ຜູ້ທີ່ມີຜົນງານດີເດັ່ນກໍຄືຜູ້ເຈັບເປັນ ແລະ ອື່ນໆ,ສຸມໃສ່ການຝຶກແອບຮ່ຳຮຽນ ປັບປຸງລະບຽບແບບແຜນ,ຝຶກຝົນຫຼໍ່ຫຼອມກຳລັງແຮງກາຍໃຫ້ແກ່ພະນັກງານ,ນັກຮົບຢ່າງທົ່ວເຖິງ,ສຸມໃສ່ຍູ້ແຮງຂະບວນການແກ້ໄຂຊີວິດການເປັນຢູ່, ວຽກງານພາລາທິການ, ເຕັກນິກແນໃສ່ເຮັດໃຫ້ຊິວີດການເປັນຢູ່ຂອງພະນັກງານ-ນັກຮົບຂອງກົມກອງດີຂຶ້ນ, ເພື່ອຮັບປະກັນດ້ານສຸຂະພາບ ແລະ ກຽມພ້ອມຮັບໃຊ້ໜ້າທີ່ການເມືອງຂອງຕົນ, ໄປຄຽງຄູ່ກັນນີ້ ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງ ແລະ ສ້ອມແປງທີ່ຢູ່ອາໄສຂອງບັນດາກົມກອງໃຫ້ເປັນລະບົບ.ຈຸດໜັກເລັ່ງໃສ່ການສ້ອມແປງບ່ອນພັກເຊົາ: ຫ້ອງການເຮັດວຽກ, ເຮືອນຮັບແຂກ, ເຮືອນນອນພະນັກງານ-ນັກຮົບ, ເຮືອນຄົວກິນເຂົ້າລວມໝູ່ ເຫັນວ່າມີຄວາມແໜ້ນໜາຖາວອນ, ຈົບງາມ ໂດຍໝູນໃຊ້ທ່າແຮງບົ່ມຊ້ອນຂອງກົມກອງທີ່ມີ ແລະ ປັດໄຈຊ່ວຍເຫຼືອຈາກຂັ້ນເທິງ ແລະ ບັນດາບໍລິສັດຕ່າງໆ.
    ສໍາລັບການພົວພັນ ແລະ ຮ່ວມມື ໄດ້ປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ໃນນັ້ນໄດ້ພົວພັນກັບເພື່ອນມິດພາຍໃນ ແລະ ຕ່າງປະເທດ ເພື່ອແລກປ່ຽນບົດຮຽນກັບກົມກອງແຮກສ່ຽວ ໂດຍສະເພາະກັບກອງພົນ 324 ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ແລກປ່ຽນບົດຮຽນ, ສົ່ງສານອວຍພອນຊຶ່ງກັນ ແລະ ກັນກັບສ່ຽວກອງພົນທີ 2, ກອງພົນທີ 3, ວິທະຍາຄານພາລາທິການກອງທັບ, ກອງພັນໃຫຍ່ 703 ແລະ ໂຮງງານຊິມັງລາວວັງວຽງທັງ 3 ຫຼັງຢ່າງເປັນປົກກະຕິ.
    ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ສະຫາຍ ຫົວໜ້າການເມືອງກອງພົນທີ 1 ໄດ້ສະແດງທັດສະນະຂອງຕົນວ່າ: 75 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ, ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ມີຄວາມອາໄລຮັກ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານ ໄກສອນ ພົມວິຫານ ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ສ້າງຕັ້ງ ແລະ ຊີ້ນໍາ-ບັນຊາກອງທັບປະຊາຊົນລາວ, ສະແດງຄວາມຮູ້ບຸນຄຸນ ແລະ ອາໄລເຖິງບັນດາທ່ານຜູ້ນໍາພັກ-ລັດທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ, ສ້າງສາປະເທດຊາດ. ການປັບປຸງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເປັນເຫດການໆເມືອງຄັ້ງປະຫວັດສາດຂອງຊາດລາວ, ເປັນຂີດໝາຍສໍາຄັນແຫ່ງການເປີດສັງກັດໃໝ່ໃຫ້ແກ່ຂະບວນການຕໍ່ສູ້ ປະຕິວັດຂອງປະຊາຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວ, ແມ່ນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດຊາດເພື່ອສ້າງກອງທັບ ໃຫ້ກາຍເປັນກຳລັງຫຼັກແຫຼ່ງໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເປັນໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ ແລະ ເປັນກຳລັງຫຼັກແຫ່ງຊາດເພື່ອຄວາມສົມບູນພູນສຸກ ແລະ ຄວາມວັດທະນະຖາວອນຂອງປະເທດຊາດຢ່າງແທ້ຈິງ. ຕະຫຼອດໄລຍະ 75 ປີແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສຳເລັດໜ້າທີ່ຂອງກອງທັບປະຊາຊົນລາວເວລາໃດກໍຍັງຮັກສາໄດ້ທາດແທ້ມູນເຊື້ອອັນດີງານ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີນໍ້າໃຈພິລະອາດຫານທົນທານໜຽວແໜ້ນ, ດຸໝັ່ນຂະຫຍັນພຽນ ມີຄວາມສາມັກຄີກັບປະຊາຊົນບັນດາເຜົ່າຄືປາກັບນໍ້າ, ໄປພ້ອມກັບນໍ້າໃຈສາມັກຄີສາກົນອັນຜ່ອງໃສ ແລະ ມີປະຊາທິປະໄຕ, ມີລະບຽບວິໄນເຂັ້ມງວດ; ສົມແລ້ວທີ່ເປັນກອງທັບປະຊາຊົນລາວ ເກີດມາຈາກປະຊາຊົນ, ສູ້ຮົບເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ດ້ວຍຜົນງານອັນໃຫຍ່ ຫຼວງພັກ-ລັດຈຶ່ງໄດ້ສັນລະເສີນມອບນາມມະຍົດໃຫ້ກອງທັບເຮົາເປັນກອງທັບວິລະຊົນຂອງຊາດລາວວິລະຊົນ.
    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະໝູນວຽນມາບັນຈົບຄົບຮອບໃນມໍ່ໆນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງຜູ້ນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດຈົ່ງມີສຸຂະພາບເຂັ້ມແຂງສືບຕໍ່ຊີ້ນໍາ-ນໍາພາປະເທດຊາດກ້າວສູ່ເສັ້ນທາງສະຫວ່າງສະໄຫວ, ນໍາພາກອງທັບເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ