![]() |
ທ່ານ ຈ່າງ ເຊີຜິງ ກ່າວວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ພັດທະນາປະເທດຈາກຄວາມທຸກຍາກ ຈົນກາຍເປັນເສດຖະກິດໃຫຍ່ອັນດັບສອງຂອງໂລກ. ການເຕີບໂຕທາງເສດຖະກິດ (GDP) ໃນປີຜ່ານມາບັນລຸຫຼາຍກວ່າ 140 ຮ້ອຍລ້ານຢວນ ແລະ ໃນເຄິ່ງປີທໍາອິດຂອງແຜນການ 5 ປີຄັ້ງທີ 15 ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ 4.7%; ຄວາມກ້າວໜ້າດ້ານເຕັກໂລໂຊີ (ຫຸ່ນຍົນ AI ແລະ ປັນຍາປະດິດສ້າງໃໝ່) ພ້ອມທັງການຫັນປ່ຽນສີຂຽວຢ່າງວ່ອງໄວ, ນະໂຍບາຍຂອງສປ ຈີນ ມຸ່ງເນັ້ນແບ່ງປັນຜົນສຳເລັດໃຫ້ປະຊາຊົນຢ່າງຍຸຕິທຳ ແລະ ເປີດກວ້າງຕະຫຼາດເພື່ອຮ່ວມມືກັບສາກົນ.
![]() |
ທ່ານກ່າວຕື່ມວ່າ: ສຳລັບສາຍພົວພັນ ຈີນ-ລາວ, ໃນເດືອນມິຖຸນາ ປີນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ແລະ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບໃນການສ້າງ “ຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່”; ໝາກຜົນຂອງການຮ່ວມມືຕົວຈິງໄດ້ປະກົດໃຫ້ເຫັນຢ່າງຈະແຈ້ງ ເຊັ່ນ: ໂຄງການລົດໄຟ ລາວ-ຈີນ ທີ່ຊ່ວຍອຳນວຍຄວາມສະດວກດ້ານການຄົມມະນາຄົມ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ຊາວໜຸ່ມລາວ; ການຖ່າຍທອດເຕັກນິກການປູກຝັງຢູ່ບ້ານດອກຄຳ (ນະຄອນຫຼວງວຽງຈັນ) ເພື່ອຍົກລະດັບລາຍໄດ້ຂອງຊາວບ້ານ; ໂຄງການ “ແສງສະຫວ່າງ” ປິ່ນປົວຕາຕໍ້ໃຫ້ປະຊາຊົນລາວຫຼາຍພັນຄົນ ແລະ ການບໍລິການການແພດຢູ່ໂຮງໝໍມະໂຫສົດ; ການເປີດນຳໃຊ້ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ຈີນ-ລາວ ທີ່ເພີ່ມຄວາມສາມາດແລກປ່ຽນໄຟຟ້າໄດ້ 1.5 ລ້ານກິໂລວັດ ແລະ ຊ່ວຍຫຼຸດຜ່ອນການປ່ອຍກາກໂບນິກໄດ້ເຖິງ 2.5 ລ້ານໂຕນ; ໃນເວທີສາກົນ, ສອງປະເທດໄດ້ຮ່ວມມືກັນຢ່າງເຄັ່ງຮ້ອນໃນກົນໄກຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ, ຈີນ-ອາຊຽນ ແລະ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ພ້ອມນີ້, ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນສະມາຊິກຜູ້ກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO) ໃນເດືອນກໍລະກົດຜ່ານມາ ຊຶ່ງເປັນການເພີ່ມພະລັງງານດ້ານບວກໃຫ້ກັບສັນຕິພາບ ແລະ ການພັດທະນາຂອງພາກພື້ນ.
ຂ່າວ-ພາບ: ອາພຸດເດດ ບຸບຜາ


ຄໍາເຫັນ