ກອງທັບລາວ- ຣັດເຊຍຮ່ວມມືກວດກາເກັບກູ້ລະເບີດເພື່ອມະນຸດສະທໍາ

ກອງທັບລາວ- ຣັດເຊຍຮ່ວມມືກວດກາເກັບກູ້ລະເບີດເພື່ອມະນຸດສະທໍາ
ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດພ້ອມດ້ວຍນາຍ ແລະ ພົນທະຫານ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຢ້ຽມຢາມ ສະໝາມເກັບກູ້ລະເບີດຢູ່ ບ້ານໂພນທ່ຽງ ເມືອງກາສີ ແຂວງວຽງຈັນ ໃນວັນ 18 ມັງກອນນີີ້ ທີ່ບ້ານດັ່ງກ່າວ.
ທ່ານ ພັນໂທ ມາກຊິມ ເຕີຄາເຊັບຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນກຳລັງປະກອບອາວຸດ ແຫ່ງ ສະຫະພັນຣັດເຊຍໄດ້ລາຍງານວ່າ: ຈຸດບໍລິຫານພາກສະ
ໜາມ ຂອງໜ່ວຍງານເກັບກູ້ລະເບີດສູນກູ້ມິນສາກົນກໍາລັງປະກອບອາວຸດ ແຫ່ງ ສຣັດເຊຍປັດຈຸບັນໜ່ວຍງານເກັບກູ້ລະເບີດຂອງກໍາລັງປະຕິບັດໜ້າທີ່ຢູ່ພື້ນທີ່ ໝາຍເລກ 1, ມີເນື້ອທີ່ລວມທັງໝົດ 9,4 ເຮັກຕາ  ແລະ ພື້ນທີ່ໝາຍເລກ 2 ມີເນື້ອທີ່ລວມທັງໝົດ 1,9 ເຮັກຕາ ໜ່ວຍງານເກັບກູ້ລະເບີດໄດ້ແບ່ງດິນທີ່ຈະກວດກູ້ອອກເປັນບັອກ 25x25 ແມັດ, ການເຮັດໜ້າທີ່ຂອງພວກເຮົາໃນຄັ້ງນີ້ໄດ້ນໍາໃຊ້ອຸປະກອນກວດກູ້ລະເບີດດັ່ງຕໍ່ໄປນີ້: ອຸປະກອນກວດຫາບົມ (ກວດເລິກ) ອີແອັມແປ-ແປ2, ອຸປະກອນກວດຫາລະເບີດ (ກວດຕື້ນ) ອີແອັມແປ-3, ອຸປະກອນກວດຫາລະເບີດໜ້າດິນ ແປແປໂອ-2ອີ, ພື້ນທີ່ສໍາລັບການຜະລິດກະສິກຳພວກເຮົາໄດ້ກວດຫາວັດຖຸລະເບີດໃນຄວາມເລິກ 25 ຊັງຕີແມັດ. ພື້ນທີ່ສໍາລັບການຂະຫຍາຍຜັງເມືອງແມ່ນໄດ້ກວດຫາວັດຖຸລະເບີດໃນຄວາມເລິກ 2,5 ແມັດ, ການເຮັດວຽກໃນຄັ້ງນີ້ແມ່ນເຮັດຮ່ວມກັບກອງເກັບກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບປະຊາຊົນລາວ, ມາຮອດວັນທີ 18 ມັງກອນ 2024 ສາມາດເກັບກູ້ພື້ນທີ່ສໍາເລັດແລ້ວ 10,1 ເຮັກຕາ ກວດພົບລະເບີດ 656 ໜ່ວຍ, ພື້ນທີ່ໝາຍເລກ 1 ກວດກູ້ສໍາເລັດແລ້ວ 9,1 ເຮັກຕາ, ໃນນັ້ນໜ່ວຍງານເກັບກູ້ລະເບີດຣັດເຊຍ ກວດກູ້ສໍາເລັດ  6 ເຮັກຕາ ແລະ ກອງເກັບກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບປະຊາຊົນລາວກວດກູ້ສໍາເລັດ 3,1 ເຮັກຕາ, ພື້ນທີ່ໝາຍເລກ 2ກວດກູ້ສໍາເລັດແລ້ວ 1 ເຮັກຕາ ພົບວັດຖຸລະເບີດ 3 ໜ່ວຍ. ທຸກໆມື້ໜ່ວຍງານກວດກາຄຸນນະພາບພາຍໃນໄດ້ກວດກາຄຸນນະພາບ ບໍ່ຕໍ່າກວ່າ 10% ຂອງເນື້ອທີ່ກວດກູ້ສໍາເລັດ.
ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ກ່າວວ່າ: ໜ່ວຍງານເກັບກູ້ລະເບີດເພື່ອມະນຸດສະທໍາ 58 ກະຊວງປ້ອງກັນປະເທດ, ສະຖານທີ່ເກັບກູ້ລະເບີດທີ່ບໍ່ທັນແຕກທີ່ສອງກອງທັບລາວ ແລະ ຣັດເຊຍທີ່ເຮັດວຽກຮ່ວມກັນຕາມການລາຍງານຂອງຫົວໜ້າໜ່ວຍງານຂອງຣັດເຊຍເຫັນວ່າການປະຕິບັດໜ້າທີ່ແມ່ນມີຄວາມສຳເລັດໃນການເກັບກູ້ເປັນລຳດັບມາ, ຜົນສຳເລັດດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມຕັ້ງໃຈ, ຄວາມເອົາໃຈໃສ່ຂອງທີມງານທັງສອງຝ່າຍທີ່ສາມາດເກັບກູ້ໄດ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ປັດຈຸບັນ ເນື້ອທີ່ທີ່ຍັງເຫຼືອ ແລະ ຈະປະຕິບັດໃຫ້ຈະສໍາເລັດໃນໄວໆນີ້ ເພື່ອສາມາດປິດສະໜາມ ແລະ ມອບດິນຄືນໃຫ້ແກ່ປະຊາຊົນເພື່ອໃຫ້ເຂົາເຈົ້າໄດ້ນຳໃຊ້ທໍາການຜະລິດມີຄວາມປອດໄພ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວບ້ານໂພນທ່ຽງໃຫ້ນັບມື້ດີຂຶ້ນເລື່ອຍໆ.
(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ພີທີ ມອບ-ຮັບ ພາຫະນະ ລະຫ່ວາງ ອົງການໄອຍະການປະຊາຊົນສູງສຸດ ແລະ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ໃນວັນທີ 1 ກໍລະກົດ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີມອບ-ຮັບ ລົດຕູ້ຍີ່ຫໍ້ TOYOTS HIACE ປີ 2025 ຈຳນວນໜຶ່ງຄັນ ມູນຄ່າ 40,000 ໂດລາ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ, ໃຫ້ກຽດມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ບໍລິສັດຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ຈຳກັດ ໄດ້ຈັບມືກັບບໍລິສັດວຽງຈັນສາງເຢັນ ຈຳກັດ ເພື່ອຮ່ວມມືກັນໃນການພັດທະນາທຸລະກິດ ແລະ ຂະຫຍາຍສັກກະຍະພາບການໃຫ້ບໍລິການສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບເຖິງມືຜູ້ບໍລິໂພກໄດ້ຢ່າງໝັ້ນໃຈທັງການຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.
ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ທ້າຍອາທິດຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ໂຢເກສວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ດ້ານການຄ້າອຸດສາ ຫະກຳ ແລະ ການລົງທຶນດ້ານຕ່າງໆ ລະຫວ່າງ ລາວ ແລະ ອິນເດຍ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອໆ.
6 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

6 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນງານເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເຕີບໂຕຢ່າງແຂງແຮງ, ສະເພາະປີ 2025 ມາຮອດວັນທີ 28 ມິຖຸນາ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 3,000,000 ໂຕນ, ເພີ່ມຂຶ້ນ 8.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກາຍເປັນຊ່ອງທາງຂົນສົ່ງຫຼັກທີ່ມີປະສິດທິພາບໃນການສົ່ງອອກສິນຄ້າຂອງລາວ ແລະ ປະເທດອ້ອມຂ້າງ.
老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险招标公告

老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险招标公告

招标编号:J53A00625001365 1.招标条件 “老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险”项目已经相关主管部门批准,资金来源自筹,已落实。《中华人民共和国招标投标法》和《中华人民共和国招标投标法实施条例》等有关法律法规的规定,云南招标股份有限公司受老挝-柬埔寨边境输变电有限公司的委托,就老挝-柬埔寨边境输变电有限公司老挝班哈-班纳-阿速坡输变电项目运营期商业保险进行国内公开招标,现欢迎符合本项目资格要求的潜在投标人参加投标。
ລມຕ ກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ

ລມຕ ກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເຊີຣເກ ລາວະຣົບລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ ຣັດເຊຍ, ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ  ມຽນມາ-ລາວ ແລະ ລາວ-ມຽນມາ

ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ

ໃນວັນທີ 24 ມິຖຸນາຜ່ານມາທີ່ນະຄອນຫຼວງເນປີດໍ, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ.ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ
ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

​ ເມື່ອ​ບໍ່​ດົນ​ມາ​ນີ້, ບ​​ຣາ​ຊິ​ນໃນ​ຖາ​ນະ​ເປັນ​ປະ​ເທ​ດ​ປະ​ທານ​ໝູນ​ວຽນ​ຂອງບ​ຣິກ​ສໄດ້​ປະ​ກາດ​ວ່າ: ຫວຽດ​ນາມໄດ້​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ດ້ວຍ​ການ​ເປັນ​ປະ​ເທ​ດ​ຄູ່​ຮ່ວມບ​ຣິກ​ສ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽ​ນແລະປ​ະ​ເທດສະ​ມາ​ຊິກບ​ຣິກ​ສ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ, ຈາກ​ອິນ​ໂດ​ເນ​ເຊຍ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ບ​ຣິກ​ສ, ຮອດ​ມາ​ເລ​ເຊຍ, ໄທແລະຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມບ​ຣິກ​ສກໍ​ຄືລາວ​​ທີ່ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ບ​ຣິ​ກ​ສ​ຢ່າງ​ຕັ້ງ​ໜ້​າ.ທັງ​ໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ກຳ​ລັງ​ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນເພື່ອ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​​ແຫ່ງການ​ພັດ​ທະ​ນາ​ທີ່ກວ້າງ​ຂວາງກວ່າ​ເກົ່າ.
ທູດລາວຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

ທູດລາວຍື່ນສານຕາຕັ້ງຕໍ່ເຈົ້າຈັກກະພັດ ແຫ່ງ ຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 26 ມິຖຸນາຜ່ານມານີ້, ທ່ານ ອໍາໄພ ກິນດາວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດ ນາຣູຮິໂຕະ(Naruhito)ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ ສໍານັກພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະຣາຊະວັງຂອງຍີ່ປຸ່ນ ແລະ ພະນັກງານການທູດ ຈາກສະຖານທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຈໍານວນໜຶ່ງຕິດຕາມເຂົ້າຮ່ວມ.
ບົດຕອບຄໍາຖາມສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ  ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ  ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ

ບົດຕອບຄໍາຖາມສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ

ໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/1925-21/6/2025) ຕອບຄໍາຖາມທີ 1: ຕີລາຄາຕໍ່ບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0 ແລະ ເຕັກໂນໂລຊີ ປັນຍາປະດິດ (AI), ໂອກາດ ແລະ ສິ່ງທ້າທາຍ ສໍາລັບນັກຂ່າວໃນການເຄື່ອນໄຫວວຽກງານດ້ານການຂ່າວ: ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ປິຕິຊົມເຊີນເປັນຢ່າງຍິ່ງ, ພ້ອມທັງຂໍສະແດງຄວາມດີໃຈ ທີ່ສຳນັກຂ່າວສານຫວຽກນາມ (VNA)ໄດ້ໃຫ້ຄວາມສຳຄັນຕໍ່ພັກ-ລັດຂອງ ສປປ ລາວ ໃນການສ້າງເງື່ອນໄຂໃຫ້ໄດ້ມີໂອກາດສະແດງຄວາມຄິດເຫັນຕໍ່ກັບວັນສຳຄັນຕ່າງໆຂອງພັກແລະຂອງຊາດ ຫວຽດນາມ; ການສຳພາດໃນມື້ນີ້, ກໍເປັນໜຶ່ງໃນການສ້າງເງື່ອນໄຂນັ້ນ.
ເພີ່ມເຕີມ