ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ທີ່ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງທນ ສາມກຄ ຈາປາສກ ຊວຍເຫອສງຄມ ສະຫບການຈດຕງປະຕບດວຽກງານ - image 1
 

ທ່ານ ນາງ ວຽງສະໄໝ ສູນນະລາດ ປະທານກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ໄດ້ຜ່ານບົດສະຫຼຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກອງທຶນສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ແຕ່ເດືອນ 6 ປີ 2024 ຫາ ເດືອນ 4 ປີ2026 ແລະ ທິດທາງແຜນການ 5 ປີ (2026 – 2030), ຈຸດສຸມ 6 ເດືອນທ້າຍປີ 2026 ເຊິ່ງສາມາດຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດໃນແຕ່ລະດ້ານ, ພ້ອມຍົກໃຫ້ເຫັນປະຫວັດຄວາມເປັນມາ ຄື: ກອງທຶນສາມັກຄີ ຈຳປາສັກ ຊ່ວຍເຫຼືອສັງຄົມ ໄດ້ສ້າງຕັ້ງຂຶ້ນໃນເດືອນ ມິຖຸນາ ປີ 2024 ໂດຍສະເພາະແມ່ນທາງສະຫະພັນແມ່ຍິງແຂວງ ຮ່ວມກັບພັນລະຍາການນໍາ; ກອງທຶນດັ່ງກ່າວໄດ້ມາຈາກການລະດົມຈາກຄອບຄົວການນໍາ, ນັກທຸລະກິດ, ຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆທັງຢູ່ສູນກາງ ແລະ ແຂວງຈຳປາສັກ. ສະເພາະໃນແຂວງ ໂດຍໄດ້ການສະໜັບສະໜູນຈາກນັກທຸລະກິດຜູ້ປະກອບການ ດ້ວຍຄວາມຕື່ນຕົວສະໝັກໃຈ, ເພື່ອເປັນກຳລັງແຮງໜຶ່ງໃນການປະກອບສ່ວນຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອຄອບຄົວຜູ້ທຸກຍາກ ຂາດເຂີນ ແລະ ກິດຈະກຳອື່ນໆ ທີ່ເປັນຜົນປະໂຫຍດສ່ວນລວມກໍຄືສັງຄົມ.

ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ສາມາດລະດົມທຶນຮອນຈາກຫຼາຍພາກສ່ວນປະກອບສ່ວນ ເຊິ່ງສາມາດສັງລວມລາຍຮັບເບື້ອງຕົ້ນ ລວມທັງໝົດ 1,556,500,000 ກີບ. ພ້ອມນີ້ກອງທຶນສາມັກຄີ ຈຳປາສັກ ຊ່ວຍເຫຼືອສັງຄົມ ໄດ້ເຄື່ອນໄຫວຮ່ວມກັບ ສະຫະພັນແມ່ຍິງແຂວງ, ຄອບຄົວການນໍາ, ນັກທຸລະກິດຍິງແຂວງ ແລະ ຜູ້ປະກອບການ ບໍລິສັດຫ້າງຮ້ານປະກອບສ່ວນຊ່ວຍເຫຼືອສັງຄົມເປັນຕົ້ນ: ມອບວັດຖຸ-ປັດໃຈໃຫ້ບັນດາໂຮງຮຽນທີ່ມີຄວາມຫຍຸ້ງຍາກ ຂາດເຂີນຢູ່ອ້ອມຂ້າງແຂວງ, ເມືອງ - ນະຄອນ, ໂຮງໝໍແຂວງ, ສູນຄົນພິການ, ສູນຫັດຖະກຳຕ່ຳແຜ່ນຜ້າ, ທະຫານຊາຍແດນ, ຄອບຄົວຜູ້ປະສົບອັກຄີໄພ, ປະກອບສ່ວນກໍ່ສ້າງເສັ້ນທາງ, ຊຸກຍູ້ນັກກິລາ, ກິດຈະກຳຂອງແຂວງ ແລະ ວັນສໍາຄັນຕ່າງໆຂອງຊາດຂອງພັກກໍຄື ວັນສໍາຄັນຂອງອົງການຈັດຕັ້ງມະຫາຊົນຂັ້ນແຂວງ.

ກອງທນ ສາມກຄ ຈາປາສກ ຊວຍເຫອສງຄມ ສະຫບການຈດຕງປະຕບດວຽກງານ - image 2
 

ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນຄະນະຮັບຜິດຊອບກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ຄື: ທ່ານ ນາງ ວຽງສະໄໝ ສູນນະລາດ ເປັນປະທານ, ທ່ານ ນາງ ວິໄລພອນ ວິໄລວົງ ເປັນຮອງ, ທ່ານ ນາງ ສົມໝາຍ ທໍາມະຮັກສາ ເປັນຮອງ ແລະ ແບ່ງຄວາມຮັບຜິດຊອບໃນຕໍາແໜ່ງງານອື່ນໆອີກ.

ໃນໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງທຶນສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ໃນການເຄື່ອນໄຫວເຮັດໜ້າທີ່ປະກອບສ່ວນຊ່ວຍເຫຼືອສັງຄົມໃນໄລຍະຜ່ານມາຕາມພາລະບົດບາດ, ອີງໃສ່ທ່າແຮງທີ່ມີ ຢ່າງທົ່ວເຖິງ, ພ້ອມທັງເນັ້ນໃຫ້ ໃຫ້ກອງທຶນເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ແລະ ກໍາລັງແຮງເພື່ອໃຫ້ກອງທຶນເຕີບໃຫຍ່ເຂັ້ມແຂງ, ເອົາໃຈໃສ່ປັບປຸງແບບແຜນໃຫ້ແທດເໝາະກັບສະພາບການຕົວຈິງ, ມີລະບອບການສະຫຼຸບ ລາຍຮັບ-ລາຍຈ່າຍ, ຊຸກຍູ້ການເຮັດຜະລິດຕະພັນສິນຄ້າເພື່ອຈໍາໜ່າຍ ທີ່ສາມາດສ້າງລາຍຮັບເພີ່ມໃຫ້ແກ່ກອງທຶນ, ມີການເປີດກວ້າງກັບພາກສ່ວນອື່ນໆເພື່ອຂະຫຍາຍກອງທຶນໃຫ້ເຕີບໃຫຍ່ເຂັ້ມແຂງ.

ໂອກາດນີ້ຄະນະປະຈໍາພັກແຂວງ ກໍຄືການນໍາຂອງແຂວງ ໄດ້ມອບທຶນປະກອບສ່ວນໃຫ້ແກ່ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ຈໍາ 1,000,000,000 ກີບ ແລະ ພາກສ່ວນອື່ນໆ ກໍໃຫ້ການປະກອບສ່ວນຕື່ມອີກ.

ຂ່າວ-ພາບ: ຈັນທະວີສັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ