ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ
​ ເມື່ອ​ບໍ່​ດົນ​ມາ​ນີ້, ບ​​ຣາ​ຊິ​ນໃນ​ຖາ​ນະ​ເປັນ​ປະ​ເທ​ດ​ປະ​ທານ​ໝູນ​ວຽນ​ຂອງບ​ຣິກ​ສໄດ້​ປະ​ກາດ​ວ່າ: ຫວຽດ​ນາມໄດ້​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ດ້ວຍ​ການ​ເປັນ​ປະ​ເທ​ດ​ຄູ່​ຮ່ວມບ​ຣິກ​ສ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽ​ນແລະປ​ະ​ເທດສະ​ມາ​ຊິກບ​ຣິກ​ສ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ, ຈາກ​ອິນ​ໂດ​ເນ​ເຊຍ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ບ​ຣິກ​ສ, ຮອດ​ມາ​ເລ​ເຊຍ, ໄທແລະຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມບ​ຣິກ​ສກໍ​ຄືລາວ​​ທີ່ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ບ​ຣິ​ກ​ສ​ຢ່າງ​ຕັ້ງ​ໜ້​າ.ທັງ​ໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ກຳ​ລັງ​ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນເພື່ອ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​​ແຫ່ງການ​ພັດ​ທະ​ນາ​ທີ່ກວ້າງ​ຂວາງກວ່າ​ເກົ່າ.
ກນ​ໄກ​ການ​ຮວມ​ມ​ປະ​ເທດສະ​ມາ​ຊກ​ບ​ຣກ​ສ​ສາງ​ພນ​ທ​ການ​ຮວມ​ມ​ທກວາງ​ຂວາງກວາ​ເກາ​ໃຫ​ແກ​ປະ​ເທດ​ສະ​ມາ​ຊກ​ອາ​ຊຽນ - image 1
 

 

ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນເປັນຕົ້ນມາ, ກົນໄກການຮ່ວມມືປະເທດສະມາຊິກບຣິກສໄດ້ຢຶດໝັ້ນແນວຄິດເປີດກວ້າງ, ກວມລວມ, ຮ່ວມມືແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍແລະໄດ້ສຸມກຳລັງເຂົ້າໃນການສົ່ງເສີມຄວາມສາມັກຄີແລະການຮ່ວມມືຂອງປະເທດໃນເຂດໂລກໃຕ້. ກົນໄກການຮ່ວມມືນີ້ໄດ້ຕອບສະໜອງກັບຄວາມຕ້ອງການຂອງບັນດາປະເທດສະມາຊິກອາຊຽນໃນການຍົກລະດັບສິດໃນການປະກອບຄຳເຫັນໃນເວທີສາກົນແລະຊຸກຍູ້ການພັດທະນາແບບຫຼາຍຂົ້ວ. ພາຍໃຕ້ສະຖານະການສາກົນທີ່ສະຫຼັບສັບຊ້ອນໃນປັດຈຸບັນ, ການແຂ່ງຂັນລະຫວ່າງປະເທດໃຫຍ່ໄດ້ສ້າງຄວາມກົດດັນຢ່າງຫຼວງຫຼາຍໃຫ້ແກ່ປະເທດສະມາຊິກອາຊຽນ, ໂດຍຜ່ານກົນໄກການຮ່ວມມືບຣິກສ, ບັນດາປະເທດສະມາຊິກອາຊຽນສາມາດເພີ່ມທະວີການຮ່ວມມືຢ່າງຮອບດ້ານກັບກຸ່ມເສດຖະກິດຈະເລີນໃໝ່ອື່ນໆ, ເປີດກວ້າງພື້ນທີ່ການຕ່າງປະເທດຫຼາຍຝ່າຍຢ່າງມີປະສິດທິຜົນ, ຍາດເອົາສິດໃນການປະກອບຄຳເຫັນໃຫ້ຫຼາຍກວ່າເກົ່າເພື່ອຍົກສູງຖານະບົດບາດຂອງຕົນໃນເວທີສາກົນ.

ປະເທດສະມາຊິກບຣິກສມີປະຊາກອນທັງໝົດປະມານ 3 ຕື້ 500 ລ້ານຄົນຊຶ່ງກວມເອົາຫຼາຍກວ່າ 40% ຂອງປະຊາກອນທົ່ວໂລກ, ມີຕະຫຼາດໃຫຍ່ພິເສດແລະມູນຄ່າການຄ້າກວມເອົາ 25% ຂອງໂລກ. ເພື່ອບັນລຸການພັດທະນາແບບຍືນຍົງ, ປະເທດສະມາຊິກອາຊຽນຕ້ອງບຸກເບີກພື້ນທີ່ການຮ່ວມມືແລະສະແຫວງຫາຈຸດເຕີບໂຕໃໝ່ດ້ານເສດຖະກິດ. ກົນໄກການຮ່ວມມືປະເທດສະມາຊິກບຣິກສກໍໄດ້ສ້າງເວທີອັນສຳຄັນແບບນີ້ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ. ຍົກເອົາຫວຽດນາມເປັນຕົວຢ່າງ, ຫຼັງຈາກກາຍເປັນປະເທດຄູ່ຮ່ວມບຣິກສແລ້ວຈະຊຸກຍູ້ການລົງເລິກການຮ່ວມມືດ້ານການຄ້າແລະການລົງທຶນລະຫວ່າງຫວຽດນາມກັບຄອບຄົວບຣິກສ, ສ້າງຕະຫຼາດທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ຜະລິດຕະພັນກະສິກຳແລະຜະລິດຕະພັນອຸດສາຫະກຳຂອງຫວຽດນາມ, ດຶງດູດການລົງທຶນທີ່ມີຄຸນນະພາບດີກວ່າເກົ່າແລະການຮ່ວມມືດ້ານເຕັກໂນໂລຊີທີ່ກ້າວໜ້າເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດຫວຽດນາມດ້ວຍຄຸນນະພາບສູງ.

ໃນດ້ານການບໍລິຫານທົ່ວໂລກ, ກົນໄກການຮ່ວມມືປະເທດສະມາຊິກບຣິກສໄດ້ສ້າງຕັ້ງຂຶ້ນເປັນເວລາເກືອບ 20 ປີແລ້ວໄດ້ກາຍເປັນກຳລັງທີ່ມີລັກສະນະສ້າງສັນໃນການຊຸກຍູ້ການປ່ຽນແປງຂອງລະບົບການບໍລິຫານທົ່ວໂລກ. ໂດຍຜ່ານການຮ່ວມມືກັບປະເທດບຣິກສ, ປະເທດສະມາຊິກອາຊຽນສາມາດປົກປ້ອງຜົນປະໂຫຍດດ້ານການພັດທະນາຂອງຕົນເອງຢ່າງມີປະສິດທິຜົນໃນຂະນະທີ່ໄດ້ຮັບການພັດທະນາຢ່າງວ່ອງໄວພ້ອມທັງສາມາດສ້າງການພົວພັນຄູ່ຮ່ວມມືທີ່ໝັ້ນທ່ຽງພາຍໃຕ້ສະພາບແວດລ້ອມການເມືອງແລະເສດຖະກິດສາກົນທີ່ມີການປ່ຽນແປງຢ່າງຫຼວງຫຼາຍ.

ກນ​ໄກ​ການ​ຮວມ​ມ​ປະ​ເທດສະ​ມາ​ຊກ​ບ​ຣກ​ສ​ສາງ​ພນ​ທ​ການ​ຮວມ​ມ​ທກວາງ​ຂວາງກວາ​ເກາ​ໃຫ​ແກ​ປະ​ເທດ​ສະ​ມາ​ຊກ​ອາ​ຊຽນ - image 2
 

ເຖິງວ່າປະເທດລາວຍັງບໍ່ທັນໄດ້ເຂົ້າຮ່ວມກົນໄກການຮ່ວມມືບຣິກສກໍຕາມ, ແຕ່ໃນຊຸມປີມໍ່ໆມານີ້ໄດ້ສະແຫວງຫາການຮ່ວມມືດັ່ງກ່າວມາໂດຍຕະຫຼອດ. ໃນເວລາເຂົ້າຮ່ວມກອງປະຊຸມສຸດຍອດປະເທດສະມາຊິກບຣິກສໃນປີ 2024, ທ່ານທອງລຸນສີສຸລິດປະທານປະເທດລາວເຄີຍກ່າວວ່າ: ປະເທດສະມາຊິກບຣິກສມີບົດບາດນັບມື້ສຳຄັນໃນເວທີສາກົນ, ປະເທດລາວຫວັງຢາກກາຍເປັນປະເທດສະມາຊິກຂອງກົນໄກການຮ່ວມມືປະເທດສະມາຊິກບຣິກສ.

ກົນໄກການຮ່ວມມືປະເທດສະມາຊິກບຣິກສໄດ້ເປີດກວ້າງພື້ນທີ່ການຮ່ວມມືແລະນຳເອົາໂອກາດການພັດທະນາໃໝ່ມາໃຫ້ແກ່ປະເທດສະມາຊິກອາຊຽນໂດຍອີງໃສ່ທ່າແຮງດ້ານຕ່າງໆຂອງຕົນ. ໃນອະນາຄົດ, ສອງຝ່າຍຈະດຳເນີນການຮ່ວມມືໃນຫຼາຍຂົງເຂດກວ່າເກົ່າແລະດ້ວຍລະດັບທີ່ເລິກເຊິ່ງກວ່າເກົ່າເພື່ອບັນລຸການພັດທະນາຮ່ວມກັນແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ