ກໍ່ສ້າງພັກ-ພະນັກງານ ໃນການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ

ກໍ່ສ້າງພັກ-ພະນັກງານ ໃນການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ
ໂດຍ: ສ.ບຸດປະຊາ
    ການສ້າງນະຄອນຫຼວງວຽງຈັນ (ນວ) ເປັນຫົວໜ່ວຍຍຸດທະສາດ ແມ່ນໄດ້ດຳເນີນໄປຕາມ 7 ດ້ານ 66 ຕົວຊີ້ບອກ ຊຶ່ງໄລຍະຜ່ານມາແມ່ນສາມາດຍາດໄດ້ຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ແລະ ໂດຍລວມແລ້ວ ກໍສາມາດບັນລຸມາດຕະຖານ ເປັນຫົວໜ່ວຍຍຸດທະສາດ, ໄດ້ຮັບການຢັ້ງຢືນ ແລະ ຮັບຮອງເອົາເປັນຫົວໜ່ວຍຍຸດທະສາດ ຕາມທິດ 3 ສ້າງຂອງພັກເຮົາ ໂດຍຂໍ້ຕົກລົງເລກທີ 66/ນຍ, ລົງວັນທີ 12/5/2023. ແຕ່ເຖິງຢ່າງໃດກໍຕາມ, ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ ກໍຍັງມີບາງດ້ານທີ່ຕ້ອງສືບຕໍ່ ໂດຍສະເພາະ 6 ຕົວຊີ້ບອກທີ່ຍັງບໍ່ທັນບັນລຸ ຊຶ່ງໃນນີ້ ກໍມີ 1 ຕົວຊີ້ບອກຂອງການກໍ່ສ້າງພັກ-ພະນັກງານ ໃນການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ.
    ດ້ານການກໍ່ສ້າງພັກ-ພະນັກງານ 1 ໃນ 7 ດ້ານຂອງການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ ຊຶ່ງດ້ານນີ້ປະກອບມີ7 ຕົວຊີ້ບອກ; ໃນບົດສະຫຼຸບການປະເມີນຜົນວຽກງານສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຂອງ ນວ ໄລຍະປີ 2016-2020 ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ ອົງຄະນະພັກ, ຄະນະນໍາ ຂອງອົງການປົກຄອງ ນວ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ 871 ໜ່ວຍພັກ, ເທົ່າກັບ 74%, ໄດ້ອອກບັດ-ມອບບັດແດງໃຫ້ສະມາຊິກພັກໄດ້ 28 ຊຸດ, ຈໍານວນ 17.478 ສະຫາຍຍິງ 5.097 ສະຫາຍ, ກວມເອົາ 80%; ການບັນຈຸພະນັກງານ-ລັດຖະກອນ, ການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ,ສອດຄ່ອງກັບຕໍາແໜ່ງງານ, ຮັບປະກັນລັກສະນະສືບທອດປ່ຽນແທນ, ສົ່ງພະນັກງານໄປຍົກລະດັບທິດສະດີ 76 ທ່ານຍິງ 18 ທ່ານ, ຍົກລະດັບວິຊາສະເພາະ 18 ທ່ານຍິງ 5 ທ່ານ ແລະ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານກັບທີ່ຕິດພັນກັບຂະບວນການ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການ ເພື່ອສ້າງໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ.
ການກໍ່ສ້າງພັກ-ພະນັກງານສາມາດບັນລຸໄດ້ 6 ຕົວຊີ້ບອກ ເທົ່າກັບ 85,71% ຊຶ່ງສາເຫດທີ່ບັນລຸຍ້ອນມີແນວທາງການປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ, ມີບັນດາມະຕິ, ນິຕິກໍາຕ່າງໆຂອງສູນກາງ, ຂອງ ນວ ເປັນບ່ອນອີງ, ມີການຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດຕົວຈິງ ແລະ ການຊ່ວຍໜູນຂອງຂະແໜງການອ້ອມຂ້າງສູນກາງພັກ-ລັດຖະບານ. ຢ່າງໃດກໍຕາມ, ໃນນີ້ກໍຍັງມີຕົວຊີ້ບອກທີ່ບໍ່ບັນລຸ 1 ຕົວຄື: (ຂໍ້1.5) ຫັນພະນັກງານລົງສູ່ຮາກຖານຢ່າງລະອຽດຈະແຈ້ງ ເພື່ອສ້າງເປັນພະນັກງານນໍາພາ ຫຼື ກາຍເປັນນັກພັດທະນາກອນຢູ່ຮາກຖານ ແລະ ສາມາດຈັດຕັ້ງປະຕິບັດໄດ້ 70% ຂຶ້ນໄປ ຊຶ່ງຜ່ານການຈັດຕັ້ງປະຕິບັດ ຄິດເປັນເປີເຊັນເທົ່າກັບ 14,29%. ສາເຫດທີ່ພາບໍ່ໃຫ້ບັນລຸ ຍ້ອນຂາດມາດຖານເງື່ອນໄຂການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບໍ່ໄດ້ 80% ຍ້ອນສະມາຊິກພັກຈໍານວນໜຶ່ງຍັງຂາດຄວາມເປັນເຈົ້າການ ໃນການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ການຫັນເອົາພະນັກງານລົງກໍ່ສ້າງຮາກຖານ ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນ ແມ່ນຍັງພົບຄວາມຍຸ້ງຍາກ, ຄວາມເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມຕໍ່ວຽກງານດັ່ງກ່າວ ຍັງບໍ່ທັນເປັນປົກກະຕິ.
ສະນັ້ນ, ເພື່ອແກ້ໄຂບັນຫາທີ່ບໍ່ທັນບັນລຸ ອົງຄະນະພັກ ນວ, ອົງຄະນະພັກເມືອງ ແລະ ຮາກຖານ ຈຶ່ງໄດ້ມີທິດທາງແຜນການໃນຕໍ່ໜ້າ ຊຶ່ງໃນດ້ານການກໍ່ສ້າງພັກ-ພະນັກງານ ຕ້ອງໄດ້ເພີ່ມທະວີການປັບປຸງວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ຍົກສູງຄຸນນະພາບແບບແຜນວິທີນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໃຫ້ສາມາດເປັນແກນນໍາ-ນໍາພາຢູ່ທຸກຂົງເຂດວຽກງານ; ເອົາໃຈໃສ່ຊຸກຍູ້ຂະບວນການສ້າງໜ່ວບພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຕັ້ງໜ້າປັບປຸງຄຸນນະພາບວຽກງານພະນັກງານ ໃຫ້ມີການຫັນປ່ຽນໃຫ້ດີຂຶ້ນເທື່ອລະກ້າວ, ຮັບປະກັນລັກສະນະປະຊາທິປະໄຕ, ວິທະຍາສາດ ແລະ ຖືກຕ້ອງ, ທ່ຽງທໍາ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ ສົມຄູ່ກັບໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ; ສູ້ຊົນສ້າງໃຫ້ໄດ້ດ້ານກໍ່ສ້າງພັກ-ພະນັກງານ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ