ກົດໝາຍແມ່ນເຄື່ອງທີ່ສໍາຄັນໃນການກຳນົດ

ກົດໝາຍແມ່ນເຄື່ອງມືສໍາຄັນໃນການກຳນົດ ແລະ ດັດປັບສາຍພົວພັນສັງຄົມ

ກົດໝາຍແມ່ນເຄື່ອງມືສໍາຄັນໃນການກຳນົດ ແລະ ດັດປັບສາຍພົວພັນສັງຄົມ
ໂດຍ: ບຸນອູ້ມ ກົດໝາຍແມ່ນເຄື່ອງທີ່ສໍາຄັນໃນການກຳນົດ ແລະ ດັດປັບສາຍພົວພັນສັງຄົມທີ່ຂາດບໍ່ໄດ້ ເພື່ອຮັບປະກັນການຊົມໃຊ້ສິດ ແລະ ການປະຕິບັດພັນທະຂອງອົງການລັດ ແລະ ປະຊາຊົນຖືກຕ້ອງ,

 

ເຮັດໃຫ້ການຢູ່ຮ່ວມກັນຂອງຄົນເຮົາໃນສັງຄົມ ມີຄວາມກົມກຽວ, ສະຫງົບ, ປອດໄພ. ຢາກເຮັດໄດ້ແນວນັ້ນ ກ່ອນອື່ນໝົດ ຄວາມຮັບຮູ້, ສະຕິເຄົາລົບ ແລະ ປະຕິ ບັດກົດໝາຍຂອງຂອງປະຊາຊົນ ແລະ ຂອງອົງການລັດ ໃນການບໍລິການຮັບໃຊ້ປະຊາຊົນຕ້ອງເລິກເຊິ່ງ ແລະ ວິທະຍາສາດ ຈຶ່ງເຮັດໃຫ້ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາສັກສິດ.

ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ກົດໝາຍແມ່ນເຄື່ອງມືສໍາຄັນໃນການກຳນົດ ແລະ ດັດປັບສາຍພົວພັນສັງຄົມ, ເປັນອາວຸດທາງດ້ານກົດໝາຍຂອງອົງການລັດ, ຂອງປະຊາຊົນ ໃນການເຄື່ອນໄຫວ, ດໍາລົງຊີວິດປະຈຳວັນ ຢ່າງຖືກຕ້ອງ, ສອດຄ່ອງເຂົ້າໃຈກ່ຽວກັບກົດໝາຍທີ່ຖືກຕ້ອງຈະຊ່ວຍໃຫ້ຮູ້ວ່າ ກົດໝາຍທີ່ເຮົານໍາໃຊ້ມີກົດ ໝາຍອັນໃດ ແລະ ກົດໝາຍອັນໃດ ເປັນເຄື່ອງ ຂອງອົງການລັດ ແລະ ຂອງປະຊາຊົນ ຊຶ່ງສາຍພົວພັນສັງຄົມ ທີ່ເປັນພື້ນຖານ ໃນລັດທີ່ປົກຄອງດ້ວຍກົດໝາຍທີ່ກົດໝາຍດັດປັບມີຄື: ກົດໝາຍມະຫາຊົນມີລັດຖະທຳມະນູນ, ກົດໝາຍປົກຄອງ, ປະມວນກົດໝາຍອາຍາ ແລະ ກົດໝາຍອື່ນເປັນເຄື່ອງມືໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຂອງອົງການຈັດຕັ້ງລັດ ທີ່ປະກອບດ້ວຍອົງການນິຕິບັນຍັດ, ອົງການປົກຄອງ ອົງການຕຸລາການ, ອົງການໄອຍະການປະຊາຊົນ ແລະ ອົງການອື່ນຂອງລັດ, ກົດໝາຍປົກຄອງ ເປັນສ່ວນໜຶ່ງຂອງກົດໝາຍມະຫາຊົນ, ແມ່ນບັນດາກົດໝາຍໃນຂົງເຂດບໍລິຫານລັດເຊັ່ນ: ກົດ ໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການກໍ່ສ້າງ, ກົດໝາຍວ່າດ້ວຍການທ່ອງທ່ຽວ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນ, ເປັນເຄື່ອງມື ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຂອງອົງການບໍລິຫານ ຫຼື ອົງການປົກຄອງສູນກາງ ແລະ ທ້ອງຖິ່ນ (ອົງການປົກຄອງສູນກາງ ປະກອບດ້ວຍປະທານປະເທດ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ ປະກອບດ້ວຍ ອົງການປົກຄອງແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ເທດສະບານ ແລະ ອົງການປົກຄອງບ້ານ)ເປັນຜູ້ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ. ກົດໝາຍເອກະຊົນ ປະກອບດ້ວຍ ປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນທີ່ໄດ້ກຳນົດສາຍພົວພັນທາງແພ່ງ, ເປັນບ່ອນອີງໃນການເຄື່ອນໄຫວດໍາລົງຊີວິດປະຈຳວັນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃນສາຍພົວພັນທາງແພ່ງ. ປັດຈຸບັນ ສປປ ລາວ ມີກົດໝາຍທັງ ໝົດ 167 ສະບັບ ຊຶ່ງໃນນັ້ນ ມີກົດໝາຍປົກຄອງ ຫຼື ກົດໝາຍໃນຂົງເຂດບໍລິຫານລັດ 121 ສະບັບ.

ການປະຕິບັດກົດໝາຍ ແມ່ນພຶດຕິກຳທີ່ສອດຄ່ອງກັບກົດໝາຍ ເພື່ອແນໃສ່ຫັນເອົາບັນດາຂໍ້ກຳນົດຂອງກົດໝາຍເຂົ້າສູ່ການເຄື່ອນໄຫວ, ການດໍາລົງຊີວິດ, ກາຍເປັນພຶດຕິກຳຕົວຈິງທີ່ຖືກຕ້ອງຕາມກົດໝາຍ ຊຶ່ງສະແດງອອກດ້ວຍ 4 ຮູບແບບຄື: ການເຄົາລົບກົດໝາຍ, ການປະຕິບັດຕາມກົດໝາຍ, ການນໍາໃຊ້ກົດໝາຍ ແລະ ການໃຊ້ກົດໝາຍ.

ທ່ານໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສ້າງນິຕິກຳກົດໝາຍໄດ້ກຳນົດກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳ ຊຶ່ງເມື່ອຄົ້ນຄວ້າແລ້ວ ເຫັນວ່າແມ່ນກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ໂດຍມີເນື້ອໃນຕົ້ນຕໍຄື:ການໂຄສະນາ ເຜີຍແຜ່ ແລະ ຍົກສູງສະຕິເຄົາລົບນິຕິກຳ (ການເຜີຍແຜ່ກົດໝາຍ);ການສ້າງ ຫຼື ປັບປຸງກົນໄກການຈັດຕັ້ງປະຕິບັດນິຕິກຳ ລວມທັງການຜັນຂະຫຍາຍນິຕິກຳເປັນອັນລະອຽດ (ການຜັນຂະຫຍາຍກົດໝາຍ);ການຝຶກອົບຮົມ, ການຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານ-ລັດຖະກອນທີ່ຮັບຜິດຊອບຈັດຕັ້ງປະຕິບັດນິຕິກຳ (ການຝຶກອົບຮົມກົດໝາຍ);ການກວດການິຕິກຳທີ່ຂັດກັນ, ເປັນຊ່ອງວ່າງ, ມີຜົນກະທົບ ຫຼື ສາເຫດທີ່ພາໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້(ການກວດກາກົດໝາຍ);ການສະໜອງຂໍ້ມູນ ຂ່າວສານ ແລະ ການບໍລິຫານຈັດການ ເພື່ອອໍານວຍຄວາມສະດວກ ແລະ ການສະໜອງການບໍລິການປະຊາຊົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ