ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ 3 ສະບັບໃນຂົງເຂດ ສພຊ

ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ 3 ສະບັບໃນຂົງເຂດ ສພຊ
ໃນວັນທີ 25-26 ກັນຍາ ນີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດກາເນື້ອໃນຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຊັ້ນແຂວງ (ສພຂ) (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ, ຮອງປະທານກຳມາທິການສະພາແຫ່ງຊາດ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຮອງຫົວໜ້າຫ້ອງວ່າການປະທານປະເທດ, ຄະນະທີ່ປຶກສາດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກ ງານ-ລັດຖະກອນ ຈາກສະພາແຫ່ງຊາດ ແລະ ກະຊວງ, ອົງການກ່ຽວຂ້ອງ.
ກອງປະຊຸມກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍ3 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ)  ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້ ທີ່ເມືອງແກ້ວອຸດົມແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ, ຮອງປະທານກໍາມາທິການ; ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ; ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ຮອງລັດຖະມົນຕີກະຊວງຍຸຕິທໍາ, ກະຊວງການເງິນ, ກະຊວງພາຍໃນ; ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ທີ່ປຶກສາທາງດ້ານກົດໝາຍ; ຫົວໜ້າ, ຮອງຫົວໜ້າກົມ; ຫົວໜ້າ, ຮອງຫົວໜ້າພະແນກພ້ອມດ້ວຍພະນັກງານ-ລັດຖະກອນ ຈາກພາກສ່ວນກ່ຽວຂ້ອງ.
ທັງນີ້, ກໍເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍ3 ສະບັບດັ່ງກ່າວ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີການຄົ້ນຄວ້າເຮັດໃຫ້ກົດໝາຍມີຄວາມຮັດກຸມ, ຈະແຈ້ງ, ສອດຄ່ອງ ກັບແນວທາງນະໂຍບາຍຂອງລັດ, ລັດຖະທໍາມະນູນ, ກົດໝາຍອື່ນໆ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ, ທາງດ້ານເສດຖະກິດ-ສັງຄົມ; ທັງເປັນການລະດົມສະຕິປັນຍາຈາກຊ່ຽວຊານ, ສໍານັກງານ ແລະຄະນະຮັບຜິດຊອບ ກ່ຽວກັບການສ້າງແລະ ປັບປຸງກົດໝາຍ ໃນການປັບປຸງກ່ອນນໍາສະເໜີກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ເພື່ອນໍາເຂົ້າກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາ.
ໃນກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນວ່າ: ໃນໄລຍະຜ່ານມາຄະນະຮັບຜິດຊອບກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ນໍາເອົາກົດໝາຍທັງ 3 ສະບັບ ລົງໄປປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຢູ່ໃນຂອບເຂດທົ່ວປະເທດ ແລະ ໄດ້ລາຍງານຜົນການປະເມີນກົດໝາຍ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອມີທິດຊີ້ນຳ. ຄະນະຮັບຜິດຊອບ ໄດ້ຄົ້ນຄ້ວາ, ວິເຄາະ, ວິໄຈ ຕາມຄໍາເຫັນຂອງຜູ້ແທນກອງປະຊຸມ ເພື່ອປັບປຸງເນື້ອໃນຂອງຮ່າງກົດໝາຍ ແລະ ໄດ້ນໍາເອົາຮ່າງກົດໝາຍ 3 ສະບັບດັ່ງກ່າວ ໄປທາມທາບຄໍາເຫັນໃນຂອບເຂດທົ່ວປະເທດ ຊຶ່ງຄັ້ງລ່າສຸດແມ່ນໄດ້ຈັດກອງປະຊຸມທາບທາມຄຳເຫັນຢູ່ຂັ້ນສູນກາງ. ຈາກນັ້ນ, ຄະນະຮັບຜິດຊອບປັບປຸງ ແຕ່ລະກົດໝາຍ ກໍໄດ້ຄົ້ນຄວ້າ, ປັບປຸງ ແລະ ສັງລວມເອົາບັນດາຄໍາເຫັນຂອງຜູ້ແທນກອງປະຊຸມ ເພື່ອເປັນຂໍ້ມູນຕ່າງໆ ໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃນມື້ນີ້, ກອງປະຊຸມຈະດໍາເນີນການກວດກາເນື້ອໃນຮອບດ້ານເປັນຄັ້ງສຸດທ້າຍ ກ່ອນທີ່ຈະລາຍງາຍຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອມີທິດຊີ້ນຳ ໃນບັນຫາໃດໜຶ່ງ ທີ່ເຫັນວ່າພວກເຮົາບໍ່ສາມາດຕົກລົງກັນໄດ້. ການດໍາເນີນກອງປະຊຸມໃນຄັ້ງນີ້ ຈະເປັນການກວດກາເນື້ອໃນລະອຽດ ຊຶ່ງພວກເຮົາຈະດໍາເນີນໄປຕາມແຕ່ລະມາດຕາ ຂອງແຕ່ລະກົດໝາຍ ໂດຍສະເພາະ ບັນດາມາດຕາທີ່ຖືກປັບປຸງ.ໂອກາດນີ້ ທ່ານປະທານກອງປະຊຸມຈຶ່ງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນ ຕໍ່ແຕ່ລະເນື້ອໃນຂອງແຕ່ລະກົດໝາຍ ຢ່າງມີຈຸດສຸມ. ຄຳຄິດຄຳເຫັນຂອງບັນດາທ່ານ ຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບປຸງກົດໝາຍແຕ່ລະສະບັບ ເພື່ອເຮັດໃຫ້ແຕ່ລະກົດໝາຍ ມີເນື້ອໃນຊັດເຈນ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ດ້ວຍຄຸນນະພາບສູງ.
ໃນວາລະຂອງກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ແຕ່ລະເນື້ອໃນຂອງ 3 ກົດໝາຍຢ່າງມີຈຸດສຸມ ຊຶ່ງຈະເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບປຸງກົດໝາຍແຕ່ລະສະບັບ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດຕົວຈິງ.
ກອງປະຊຸມຄັ້ງນີ້ ແມ່ນນໍາໃຊ້ງົບປະມານ ຂອງຄະນະເລຂາທິການສະພາແຫ່ງຊາດ ສົມທົບກັບ ໂຄງການມູນນິທິເອເຊຍ (TAF). 
(ຂ່າວ-ພາບ: ນາງ ກົງໃຈ ແສງອໍາພັນສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ