![]() |
ໃນການຂັບເຄື່ອນທາງດ້ານທຸລະກິດ ຂອງກຸ່ມບໍລິສັດ ລາວ ໂທລະຄົມ ກໍ່ມີສ່ວນຮ່ວມການສ້າງໂອກາດໃນການພັດທະນາຫັນເປັນ Digital ໃຫ້ກັບສັງຄົມລາວ ເເລະ ຍັງໄດ້ຂະຫຍາຍເຄືອຂ່າຍ 5G ສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ມີສັນຍານໃຫ້ຄວບຄຸມທຸກພື້ນທີ່ ດ້ວຍເຫດນັ້ນ ການພັດທະນາການໃຫ້ບໍລິການ ແລະ ຊ່ວຍເຫຼືອສັງຄົມຢ່າງບໍ່ຢຸດຢັ້ງ ຈຶ່ງເຮັດໃຫ້ ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຮັບລາງວັນ ແລະ ກຽດຕິຍົດຕ່າງໆຢ່າງຫຼວງຫຼາຍ ລວມທັງລາງວັນລະດັບຊາດ ແລະ ລະດັບສາກົນ ໂດຍສະເພາະ ລາງວັນນັກທຸລະກິດຊັ້ນນໍາດີເດັ່ນ 2024 ຄົບຮອບ 35 ປີ ຂອງ ສຄອຊ.
![]() |
ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ
ຂະເເໜງຈັດຕັ້ງ-ບໍລິຫານ ໄດ້ກ່າວວ່າ: ຕະຫຼອດໄລຍະ 29 ປີ ເເລະ ໄດ້ເປັນສະມາຊິກ ສຄອຊ ໃນອັນດັບຕົ້ນໆ, ກຸ່ມບໍລິສັດ ລາວ ໂທລະຄົມ ກໍ່ໄດ້ເອົາໃຈໃສ່ໃນການໃຫ້ບໍລິການ ດ້ານໂທລະຄົມມະນາຄົມ ແລະ ຫັນມາເປັນ Digital Service Provider ເຈົ້າທໍາອິດໃນ ສປປ ລາວ, ລາວ ໂທລະຄົມ ໄດ້ສຸມໃສ່ໃນການພັດທະນາເເບບບໍ່ຢຸດຢັ້ງ ແລະ ນໍາເຕັກໂນໂລຊີໃໝ່ໆເຂົ້າມາໃຫ້ບໍລິການແກ່ປະຊາຊົນຕະຫຼອດມາ.
ຂ່າວ:ບໍລິສັດ ລາວ ໂທລະຄົມມະນາຄົມ


ຄໍາເຫັນ