ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື
ກຸ່ມບໍລິສັດແສງອາລຸນ ໄດ້ນຳເອົາວັດຖຸປັດໄຈມາຊ່ວຍເຫຼືອ ແຂວງອັດຕະປື ເຊິ່ງປະກອບມີ: ລົດຈັກ Honda Wave 100 ຈຳນວນ 1 ຄັນ ມອບໃຫ້ແກ່ ຫ້ອງວ່າການແຂວງ ເພື່ອໝູນໃຊ້ເຂົ້າໃນວຽກງານບໍລິຫານ ແລະ ຮັບໃຊ້ວຽກງານລວມຂອງຫ້ອງວ່າການ; ເງິນສົດ ຈຳນວນ 50,000,000 ກີບ ເພື່ອນຳໃຊ້ເຂົ້າໃນການສະໜັບສະໜູນວຽກງານປ້ອງກັນຊາດ ໂດຍສະເພາະແມ່ນວຽກງານ ຄຸ້ມຄອງ ແລະ ປ້ອງກັນຊາຍແດນ ລວມມູນຄ່າທັງໝົດ 85,000,000 ກີບ.

 

ພິທີມອບ-ຮັບ ມີຂຶ້ນເມື່ອວັນທີ 3 ສິງຫາຜ່ານມາ ທີ່ ແຂວງອັດຕະປື, ຕາງໜ້າບໍລິສັດ ກ່າວມອບໂດຍທ່ານ ແສງພະຈັນ ໂພທິສານ ແລະ ກ່າວຮັບໂດຍ ທ່ານ ລິດຄຳ ໂຮມອີນຕາ ຫົວໜ້າຫ້ອງວ່າການແຂວງ ໂດຍມີ ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະການປົກຄອງແຂວງ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ທະນູໄຊ ບັນຊາລິດ ໄດ້ຕາງໜ້າຄະນະພັກຄະນະນຳແຂວງ ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ ກຸ່ມບໍລິສັດ ແສງອາລຸນ ທີ່ມີຄວາມເສຍສະຫຼະ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານລວມຂອງແຂວງ ກໍຄືວຽກງານປ້ອງກັນຊາຍແດນ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່ານຳເອົາລົດຈັກ ແລະ ງົບປະມານດັ່ງກ່າວໄປຊົມໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຖືກຕ້ອງຕາມເປົ້າ.

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ