ການຊ່ວຍເຫຼືອຈາກວົງຄະນາຍາດສາກົນນັບມື້ເພີ່ມຂຶ້ນ

ກຕທ ຍາດແຍ່ງການຊ່ວຍເຫຼືອຈາກວົງຄະນາຍາດສາກົນນັບມື້ເພີ່ມຂຶ້ນ

ກຕທ ຍາດແຍ່ງການຊ່ວຍເຫຼືອຈາກວົງຄະນາຍາດສາກົນນັບມື້ເພີ່ມຂຶ້ນ
ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ໃນລະຫວ່າງ ວັນທີ 6-7 ມັງກອນນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕະຫຼອດໄລຍະຜ່ານມາ,

 

ກະຊວງການຕ່າງປະເທດໄດ້ເດັດດ່ຽວຢຶດໝັ້ນແນວທາງການຕ່າງປະເທດຂອງພັກໃນແຕ່ລະໄລຍະບົນຫຼັກການ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ພ້ອມທັງ ສົມທົບກໍາລັງແຮງຂອງຊາດ ກັບ ກໍາລັງແຮງຍຸກສະໄໝ, ມີຄວາມເປັນເຈົ້າການ ແລະ ມີຄວາມຕັ້ງໜ້າໃນການເຊື່ອມໂຍງສາກົນຢ່າງຮອບດ້ານ, ກວ້າງຂວາງ ແລະ ເລິກເຊິ່ງ, ອັນໄດ້ເຮັດໃຫ້ເພື່ອນມິດ ຂອງ ສປປ ລາວ ໄດ້ນັບມື້ນັບເພີ່ມຂຶ້ນ, ສາມາດຍາດແຍ່ງເອົາການສະໜັບສະໜູນ ແລະ ຄວາມເຫັນອົກເຫັນໃຈ, ພ້ອມທັງການຊ່ວຍເຫຼືອຈາກວົງຄະນາຍາດສາກົນ ກໍໄດ້ນັບມື້ນັບເພີ່ມຂຶ້ນເຊັ່ນກັນຊຶ່ງສະແດງອອກມາຮອດປັດຈຸບັນນີ້, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດ ກັບ 151 ປະເທດ ແລະ ມີການພົວພັນກັບ 140 ພັກ ຈາກ 83 ປະເທດໃນໂລກ; ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ; ມີກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 23 ແຫ່ງ, ກົງສູນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ,ຂະແໜງການຕ່າງປະເທດກໍໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຊຶ່ງປະກອບ ສ່ວນເຮັດໃຫ້ເສດຖະກິດຂອງລາວໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ລາຍໄດ້ສະເລ່ຍຂອງປະຊາຊົນເພີ່ມຂຶ້ນ, ອັດຕາຄວາມທຸກຍາກຂອງປະຊາຊົນຫຼຸດລົງ ແລະ ອື່ນໆຊຶ່ງສິ່ງເຫຼົ່ານີ້ ກໍຍ້ອນມາຈາກການກໍານົດແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ ຈຶ່ງສາມາດເຮັດໃຫ້ພວກເຮົາ ສາມາດຍາດແຍ່ງເອົາການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກປະຊາຄົມໂລກ,ການຍາດແຍ່ງການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ຄວາມເຫັນອົກເຫັນໃຈຈາກປະຊາຄົມໂລກ ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຂອງຊາດ.

ທ່ານກ່າວຕື່ມວ່າ:ທິດທາງແຜນການເຄື່ອນໄຫວການຕ່າງປະເທດໃນຕໍ່ໜ້າ,ສືບຕໍ່ຈັດຕັ້ງຜັນຂະ ຫຍາຍທິດທາງ ແລະ ແນວທາງການຕ່າງປະເທດຂອງມະຕິກອງປະຊຸມໃຫຍ່ຂອງພັກໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ຕັ້ງໜ້າປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”, ແນໃສ່ນໍາອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ,ສືບຕໍ່ສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍ, ເປັນເຈົ້າການຍາດແຍ່ງກາລະໂອກາດ ຄຽງຄູ່ກັບການຈຳກັດຜົນກະທົບຈາກສະພາບພາຍນອກ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດ,ປົກປ້ອງຜົນປະໂຫຍດແຫ່ງຊາດຂອງ ສປປ ລາວ ຢູ່ໃນເວທີສາກົນ ແລະ ຂົນຂວາຍຍາດແຍ່ງຜົນປະໂຫຍດທາງດ້ານເສດຖະກິດ ມາໃຫ້ປະເທດຊາດນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະແມ່ນການເຄື່ອນໄຫວວຽກງານການຕ່າງປະເທດ ຕ້ອງຕິດພັນກັບການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ,ຫັນການພົວພັນຮ່ວມມືກັບເປົ້າໝາຍຕ່າງໆເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ເສີມສ້າງສາຍພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດຮ່ວມອຸດົມການສັງຄົມນິຍົມ ເປັນບຸລິມະສິດສຳຄັນ ໂດຍສະເພາະແມ່ນເຮັດໃຫ້ການພົວພັນແບບພິເສດ ລາວ-ຫວຽດນາມ ແລະ ການພົວພັນຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ມີຄຸນນະພາບອັນໃໝ່ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ, ມີໝາກຜົນກັບປະເທດເພື່ອນບ້ານ ເພີ່ມທະວີການເຄື່ອນໄຫວໃນຂອບອາຊຽນ; ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາປະເທດໃຫຍ່ຢ່າງໝັ້ນທ່ຽງ; ເປີດກວ້າງການພົວພັນຮ່ວມມືກັບປະເທດຕ່າງໆຕາມຈັງຫວະທີ່ເໝາະສົມ, ແກ້ໄຂການພົວພັນກັບປະເທດຕ່າງໆຢ່າງຄ່ອງແຄ້ວ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດຂອງພວກເຮົາເສີມຂະຫຍາຍການເຄື່ອນໄຫວການທູດຢ່າງຮອບດ້ານ, ໂດຍສົມທົບລະຫວ່າງການເຄື່ອນໄຫວການທູດທາງການຂອງລັດ ກັບການເຄື່ອນໄຫວການທູດສາຍພັກ, ການທູດລັດຖະສະພາ ແລະ ການທູດປະຊາຊົນ; ລະຫວ່າງການທູດການເມືອງກັບການທູດເສດຖະກິດ ແລະ ການທູດວັດທະນະທຳ ແລະ ປະສານສົມທົບລະຫວ່າງວຽກງານຕ່າງປະເທດກັບປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ ເກື້ອກູນ ຊຶ່ງກັນ ແລະ ກັນ,ເພີ່ມທະວີການປະສານສົມທົບ ລະຫວ່າງ ພາກສ່ວນກ່ຽວຂ້ອງໃນການເຄື່ອນໄຫວຕໍ່ສູ້ການເມືອງ, ທັບມ້າງກົນອຸບາຍມ້າງເພທຳລາຍ, ການຫັນປ່ຽນໂດຍສັນຕິຂອງສັດຕູ, ເພີ່ມທະວີການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ,ຕິດພັນກັບການຕອບໂຕ້ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ, ອະທິບາຍຊີ້ແຈງຕໍ່ສາກົນຢ່າງທັນການ ແລະ ຢູ່ໃນທ່າບຸກ. ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ຜົນສຳເລັດການເຄື່ອນໄຫວວຽກງານຕ່າງປະເທດ ເພື່ອສ້າງຄວາມເຂົ້າໃຈ ແລະ ການສະໜັບສະໜູນຈາກສັງຄົມ ເພື່ອສ້າງສະພາບເວດລ້ອມອັນດີຢູ່ພາຍໃນ ແລະ ພາຍນອກ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ