ໄລຍະ 1 ປີຜ່ານມາ ຊາວໜຸ່ມຍາດໄດ້ຜົນສຳເລັດຫຼາຍດ້ານ

ໄລຍະ 1 ປີຜ່ານມາ ຊາວໜຸ່ມຍາດໄດ້ຜົນສຳເລັດຫຼາຍດ້ານ
ໂດຍ: ວັນເພັງ
    ໃນໄລຍະ 1 ປີຜ່ານມາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ແຕ່ສູນກາງຮອດທ້ອງຖິ່ນໄດ້ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຊາວໜຸ່ມ ຊຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະພັກຂອງຕົນແລະໄດ້ຮັບການມອບໝາຍໜ້າທີ່ໃໝ່ທີ່ສູງຂຶ້ນກ່ວາເກົ່າ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ.
    ເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024) ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກເລຂາ ຄຊປປລໄດ້ໃຫ້ສຳພາດຜ່ານສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໃນຊຸມປີຜ່ານມາຄຊປປລແຕ່ສູນກາງຮອດທ້ອງຖິ່ນ ໄດ້ສຸມໃສ່ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຊາວໜຸ່ມຈຶ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານເປັນຕົ້ນວຽກງານການສຶກສາອົບຮົມການເມືອງແນວຄິດໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍ, ກົດລະບຽບ, ເອກະສານມູນເຊື້ອຂອງພັກ,ຂອງຊາດ, ຂອງຊາວໜຸ່ມຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມແລະຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນດ້ວຍຮູບການຕ່າງໆເປັນຕົ້ນການຈັດປາຖະກະຖາ, ສໍາມະນາວິທະຍາສາດ, ເລົ່າມູນເຊື້ອ, ລົງໂຄສະນາໂດຍກົງ, ຜ່ານສື່ສິ່ງພິມແລະສື່ເອເລັກໂຕຣນິກຄື: ຜ່ານສື່ໜັງສືພິມ, ວິທະຍຸ, ໂທລະພາບ, ສື່ອອນລາຍຕ່າງໆຂອງຄຊປປລແຕ່ລະຂັ້ນໄດ້ທັງໝົດ8.732 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 601.767 ເທື່ອຄົນ.ພ້ອມນັ້ນ, ໄດ້ສໍາເລັດການປັບປຸງພາລະບົດບາດຂອງຄຊປປລບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ, ເມືອງແລະບ້ານ, ປັບປຸງກົງຈັກໃຫ້ກະທັດຮັດໃຫ້ມີຄວາມແຂັ້ມແຂງ. ໃນນັ້ນ, ສໍາເລັດການປັບປຸງກົງຈັກຈາກ 8 ກົມ,1 ຫ້ອງການແລະ 1 ສູນມາເປັນ 7 ກົມແລະ 1 ຫ້ອງການ, ຂັ້ນແຂວງໄດ້ປັບປຸງຈາກ 8 ຂະແໜງການມາເປັນ 6 ຂະແໜງໄດ້ 5 ແຂວງ. ໃນນັ້ນ, 5 ຂະແໜງໄດ້ 6 ແຂວງ, 4 ຂະແໜງໄດ້ 3 ແຂວງ. ພ້ອມນັ້ນ, ຂັ້ນເມືອງໄດ້ປັບປຸງຈາກ 5 ໜ່ວຍງານມາເປັນ 3 ໜ່ວຍງານສໍາເລັດ 100%. ໃນຕໍ່ໜ້າຈະສືບຕໍ່ປັບປຸງມາເປັນ 5 ຂະແໜງການໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ)ແມ່ນອົງການຈັດຕັ້ງມະຫາຊົນໃນລະບົບການເມືອງຂອງ ສປປ ລາວ ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມການເມືອງສູນກາງພັກ ໃນການເຕົ້າໂມຄວາມສາມັກຄີ, ສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນລາວ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນກໍາລັງປະຈັນບານເຂົ້າໃນທຸກຂົງເຂດວຽກງານ,ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ແລະ ຮັບຜິດຊອບໂດຍກົງຮອບດ້ານຕໍ່ການຈັດຕັ້ງເຍົາວະຊົນ-ອະນຸຊົນ ທີ່ເປັນໜໍ່ແໜງຂອງຊາດດ້ວຍການນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດວາງອອກໃນແຕ່ລະໄລຍະມາເປັນແຜນງານໂຄງການ ແລະ ກິດຈະກໍາລະອຽດທີ່ແທດເໝາະກັບຈຸດພິເສດຂອງຊາວໜຸ່ມໃນແຕ່ລະຂົງເຂດເພື່ອສຶກສາອົບຮົມເຂົາເຈົ້າໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດກາຍເປັນພົນລະເມືອງດີຂອງຊາດ ແລະ ເປັນຜູ້ສືບທອດທີ່ດີຕໍ່ອຸດົມການຂອງພັກ.ປັດຈຸບັນທົ່ວປະເທດມີຊາວໜຸ່ມໃນເກນອາຍຸ 15-35 ປີມີທັງໝົດ 1.573.738 ຄົນຍິງ 757.658 ຄົນ, ເປັນສະມາຊິກຊາວໜຸ່ມ 635.664 ຄົນຍິງ 271.636 ຄົນ, ມີໜ່ວຍຊາວໜຸ່ມຈໍານວນ 26.362 ໜ່ວຍ ແລະ ມີ 1.313 ຮາກຖານ, ມີເຍົາວະຊົນໃນເກນອາຍຸ 9-14 ປີ559.316ຄົນຍິງ 281.005ຄົນ, ເປັນເຍົາວະຊົນທັນວາ 385.912ຄົນຍິງ 205.921ຄົນ, ມີອະນຸຊົນໃນເກນອາຍຸ 6-8 ປີ301.299ຄົນຍິງ 151.474ຄົນ, ເປັນອະນຸຊົນທັນວາ 149.135ຄົນຍິງ 76.756ຄົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຊຸດອົບຮົມວຽກງານໂຄສະນາຜ່ານສື່ ໃຫ້ແກ່ຕາໜ່າງຂ່າວເມືອງໄຊເສດຖາ, ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 1 ຕຸລາຜ່ານ​ມາທີ່ ເມືອງ​ໄຊ​ເສດ​ຖາ ໂດຍການ​ເປັນ​ປະ​ທານ​ຂອງທ່ານ ສຸລິກາ ຈັນທະຄໍາເມີ ຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງ,ມີ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍສຳມະນາກອນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ວັນທີ 2 ຕຸລາ 2026 ນີ້ທີ່ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ)ຢູ່ແຂວງ ຈຳປາສັກ.
ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 5 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 36 ປີ ປະຈຳປີ 2026 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ), ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມຜູ້ອາຍຸສູງ ເຂົ້າຮ່ວມ.
9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

ໄລຍະ 9 ເດືອນຜ່ານມາ, ຢູ່ແຂວງອັດຕະປື ມີອຸບັດເຫດຕາມທາງຖະໜົນເກີດຂຶ້ນ 375 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64 ຄັ້ງ ແລະ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວ 16 ຄົນ, ຍິງ 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຜູ້ເສຍຊີວິດຫຼຸດລົງ 3 ຄົນ, ຈາກອຸບັດເຫດດັ່ງກ່າວ ມີພາຫະນະເປ່ເພ 522 ຄັນ ໃນນີ້, ເປ່ເພເລັກນ້ອຍ 313 ຄັນ, ເປ່ເພສົມຄວນ 198 ຄັນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບ 503 ຄົນ, ບາດເຈັບເລັກນ້ອຍ 326 ຄົນ, ບາດເຈັບສົມຄວນ 142 ຄົນ, ບາດເຈັບສາຫັດ 19 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 2,4 ຕື້ກວ່າກີບ.
ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 1 ຕຸລາ 2026ນີ້ ພະແນກການເງິນແຂວງຄໍາມ່ວນ. ໄດ້ຈັດພິທີ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສສປ ລາວຄົບຮອບ 35 ປີ(15 ສິງຫາ 1991 -15 ສິງຫາ 2026),ວັນຢຶດອໍານາດ ຄົບຮອບ 81 ປີ (23 ສິງຫາ 1945 -23 ສິງຫາ 2026) ແລະ ວັນສ້າງຕັ້ງຊື່ມວນຊົນ ຄົບຮອບ 76 ປີ(13 ສິງຫາ 1950 -13 ສິງຫາ 2026), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ. ປາຖະກະຖາ ໂດຍທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຄໍາມ່ວນ. ມີຄະນະພັກ,ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກການເງີນເຂົ້າຮ່ວມຮັບຟັງ.
ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ວັນທີ 1 ຕຸລາ 2026, ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼູບວຽກ ງານ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນການ 3 ເດຶອນ ທ້າຍປີ 2026, ໂດຍມີ ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍ, ມີທ່ານ ວິໄລວັນ ແກ້ວເຮຶອງສີ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຄະນະອົງການໄອຍະການປະຊາຊົນ, ພະນັກງານ-ວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ພິທີປະກາດການສ້າງຕັ້ງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 01 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ , ເປັນປະທານໂດຍທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ , ມີທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ, ຕາງໜ້າກົມກ່ຽວຂ້ອງ, ບັນດາແຂກຖືກເຊີນ, ຫົວໜ້າຫ້ອງການຍຸຕິທໍາ 10 ຕົວເມືອງ ແລະ ຄະນະຂະແໜງການປິ່ນອ້ອມພະແນກເຂົ້າຮ່ວມ.
ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ