ຕາມການລາຍງານຂອງທ່ານສາກົນພອນປະເສີດຫົວໜ້າພະແນກແຜນການແລະການລົງທຶນ (ຜທ) ແຂວງໃນກອງປະຊຸມສະໄໝສາມັນເທື່ອທີ5ຂອງສະພາປະຊາຊົນແຂວງ(ສພຂ)ເຊກອງຊຸດທີII ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ2ປີເຄິ່ງທ້າຍສະໄໝແຂວງເຊກອງຈະສືບຕໍ່ລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງໃຫ້ໄດ້ທັງໝົດ1.649,81ຕື້ກີບ. ໃນນີ້, ການລົງທຶນຂອງລັດ64,43ຕື້ກີບ; ທຶນຊ່ວຍເຫຼືອ ແລະກູ້ຢືມ92,09ຕື້ກີບ; ການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງປະເທດ1.649,81ຕື້ກີບ.
ທ່ານຫົວໜ້າພະແນກຜທແຂວງຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ການລະດົມແຫຼ່ງທຶນບັນລຸໄດ້ຕາມແຜນການໃນແຕ່ລະກຸ່ມເປົ້າໝາຍນັ້ນ, ກ່ອນອື່ນໝົດຕ້ອງຕັ້ງໜ້າສ້າງແລະປັບປຸງບັນຍາກາດເອື້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງປະເທດ; ສືບຕໍ່ປັບປຸງກົນໄກການບໍລິການລົງທຶນປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສແລະມີປະສິດທິຜົນ; ສ້າງບັນຊີຮຽກການລົງທຶນ, ສືບຕໍ່ໂຄສະນາດຶງດູດການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດໃຫ້ກວ້າງຂວາງ; ເອົາໃຈໃສ່ຕິດຕາມຊຸກຍູ້ແລະອໍານວຍຄວາມສະດວກໃຫ້ແກ່ບັນດາໂຄງການລົງທຶນທີ່ໄດ້ອະນຸມັດໄປແລ້ວຕົ້ນຕໍແມ່ນໂຄງການຂະໜາດກາງແລະຂະໜາດໃຫຍ່ໃຫ້ສາມາດດໍາເນີນກິດຈະການໄປຕາມແຜນການແລະສັນຍາທີ່ໄດ້ກໍານົດໄວ້; ເຄັ່ງຄັດປະຕິບັດຕາມກົດໝາຍແລະສັນຍາຕໍ່ບັນດາໂຄງການທີ່ແກ່ຍາວ, ບໍ່ມີຄວາມຄືບໜ້າແລະຖ່ວງດຶງເວລາ. ທັງນີ້, ກໍເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕາມຄາດໝາຍແຜນການວາງໄວ້ແລະຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ; ໃນໄລຍະກາງສະໄໝຜ່ານມາແຂວງເຊກອງສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາ1.473,19ຕື້ກີບປະຕິບັດໄດ້47,17%ຂອງແຜນການ.
ໃນນີ້, ການລົງທຶນຂອງລັດ184,57ຕື້ກີບ; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 219,91ຕື້ກີບ; ການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດ1.068,71ຕື້ກີບໂດຍທຸກໆແຫຼ່ງທຶນທີ່ແຂວງລະດົມໄດ້ນັ້ນແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງແລະສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ວຽກງານການຄ້າ, ການລົງທຶນແລະການບໍລິການດ້ານຕ່າງໆເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວແລະປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ