ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ຕຸລາຜ່ານມາ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ, ໄດ້ເຮັດໃຫ້ລາຄາຄໍາໃນຕະຫຼາດໂລກຫຼຸດລົງເກີນ 6% ໃນຊົ່ວໄລຍະໜຶ່ງ, ຄິດເປັນມູນຄ່າ ຕ່ຳລົງເຖິງ 4,100 ໂດລາຕໍ່ອອນ ຊຶ່ງເປັນຈຳນວນຫຼຸດລົງຫຼາຍທີ່ສຸດຕໍ່ມື້ ໃນຮອບ 12 ປີຜ່ານມາ; ສ່ວນລາຄາເງິນໃນຕະຫຼາດໂລກໄດ້ຫຼຸດລົງເກີນ 8% ໃນຊົ່ວໄລຍະໜຶ່ງ, ຄິດເປັນມູນຄ່າຫຼຸດຕ່ຳລົງເຖິງ 48 ໂດລາຕໍ່ອອນ ຊຶ່ງເປັນຈຳນວນຫຼຸດລົງຫຼາຍທີ່ສຸດຕໍ່ມື້ ຫຼັງຈາກປີ 2021 ເປັນຕົ້ນມາ.
ນັບແຕ່ເຂົ້າສູ່ປີ 2025 ເປັນຕົ້ນມາ, ລາຄາຄຳໄດ້ເພີ່ມຂຶ້ນເກີນ 50% ແລະ ລາຄາເງິນກໍໄດ້ເພີ່ມຂຶ້ນເກືອບ 70% ໃນຕະຫຼາດໂລກ. ນັກວິເຄາະຊີ້ໃຫ້ເຫັນ ວ່າ: ສະພາບການສາກົນທີ່ເຄັ່ງຕຶງໃນກ່ອນໜ້ານີ້ ແລະ ສາເຫດອື່ນໆ ເຮັດໃຫ້ຜູ້ລົງທຶນກ້າວເຂົ້າສູ່ຕະຫຼາດໂລຫະມີຄ່າສາກົນ ເພື່ອຫຼີກລ່ຽງຄວາມສ່ຽງ. ຖ້າຫາກສະພາບເໜັງຕີງຮ້າຍແຮງໃນຕະຫຼາດຜ່ອນຄາຍລົງ, ລາຄາໂລຫະມີຄ່າ ອາດຈະຖືກປັບໃຫ້ຫຼຸດລົງຕາມລຳດັບ.
ຄໍາເຫັນ