ໃນຂະນະທີ່ນໍ້າມັນກາຊວນ ຈະມີລາຄາ 6,550 ຣຽວຕໍ່ລິດ, ເພີ່ມຂຶ້ນ 2.3% ຈາກ 6,400 ຣຽວ. ນັບຕັ້ງແຕ່ການຂັດແຍ້ງເລີ່ມຕົ້ນໃນຕາເວັນອອກກາງ, ລາຄານໍ້າມັນແອັດຊັງໃນກຳປູເຈຍໄດ້ເພີ່ມຂຶ້ນ 42.8%, ໃນຂະນະທີ່ລາຄານໍ້າມັນກາຊວນໄດ້ເພີ່ມຂຶ້ນເຖິງ 70%.
ໃນວັນທີ 14 ມີນາຜ່ານມາ, ກະຊວງດັ່ງກ່າວໄດ້ເປີດເຜີຍວ່າ: ສາງນໍ້າມັນເຊື້ອໄຟ ແລະ ສະຖານີບໍລິການຫຼາຍກວ່າ 400 ແຫ່ງຈາກທັງໝົດ 6,300 ແຫ່ງໃນກຳປູເຈຍໄດ້ຖືກປິດຊົ່ວຄາວ ຍ້ອນຄວາມຊັກຊ້າໃນການນໍາເຂົ້ານໍ້າມັນເຊື້ອໄຟໃໝ່.
ປັດຈຸບັນ, ກຳປູເຈຍອາໄສການນໍາເຂົ້ານໍ້າມັນກາຊວນ ແລະ ນໍ້າມັນເຊື້ອໄຟອື່ນໆຢ່າງຫຼວງຫຼາຍ. ເນື່ອງຈາກວ່າປັດຈຸບັນຍັງບໍ່ມີການຂຸດຄົ້ນນ້ຳມັນ ແລະ ອາຍແກ໊ສສຳຮອງຢູ່ໃຕ້ທະເລ.
ຄໍາເຫັນ