ລາຄານໍ້າມັນເພີ່ມຂຶ້ນຫຼາຍກວ່າ 1 ໂດລາ

ລາຄານໍ້າມັນ ຢູ່ ອາຊີ ເພີ່ມຂຶ້ນຫຼາຍກວ່າ 1 ໂດລາ

ລາຄານໍ້າມັນ ຢູ່ ອາຊີ ເພີ່ມຂຶ້ນຫຼາຍກວ່າ 1 ໂດລາ
ຂ່າວສານຫວຽດນາມລາຍງານວ່າ: ລາຄານໍ້າມັນເພີ່ມຂຶ້ນຫຼາຍກວ່າ 1 ໂດລາ ໃນຮອບຊື້-ຂາຍ ວັນທີ 4 ພະຈິກ ນີ້ ຢູ່ ອາຊີ, ພາຍຫຼັງອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ

 

(OPEC) ແລະ ປະເທດຄູ່ຮ່ວມມື OPEC+ ໄດ້ຕັດສິນໃຈໃນວັນທີ 3 ພະຈິກ ຜ່ານມາ ເລື່ອນແຜນການເພີ່ມການຜະລິດອອກໄປຕື່ມອີກ 1 ເດືອນ.

ຂ່າວລະບຸວ່າ: ລາຄານໍ້າມັນເບຣນ (Brent) ໃນອະນາຄົດ ເພີ່ມຂຶ້ນ 1,14 ໂດລາ/ບາເຣນ, ເທົ່າກັບ 1,56%, ຂຶ້ນເປັນ 74,24 ໂດລາ/ຖັງ.ລາຄານ້ຳມັນຫວານ WTI ຂອງ ອາເມຣິກາ ໃນອະນາຄົດ ຍັງເພີ່ມຂຶ້ນ 1,14 ໂດລາ/ບາເຣນ, ເທົ່າກັບ 1,64%, ຂຶ້ນເປັນ 70,63 ໂດລາ/ບາເຣນ. ອີງຕາມການແຈ້ງການໃນເວັບໄຊຂອງອົງການ OPEC+, ກຸ່ມດັ່ງກ່າວໄດ້ຕົກລົງທີ່ຈະຕໍ່ເວລາຫຼຸດການຜະລິດໂດຍສະໝັກໃຈລົງເປັນ 2,2 ລ້ານບາເຣນຕໍ່ວັນ ອີກໜຶ່ງເດືອນຈົນຮອດທ້າຍເດືອນທັນວາປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ກອງປະຊຸມພົບປະຄັ້ງທີ 17 ຂອງຜູ້ນຳປະເທດສະມາຊິກບຣິກສ ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດີຈາເນໂຣ ປະເທດບຣາຊິນ ໃນລະຫວ່າງວັນທີ 6-7 ກໍລະກົດ ຜ່ານມາ. ນີ້ເປັນກອງປະຊຸມຄົບຄະນະ “11+10” ຄັ້ງທຳອິດຂອງວົງຄະນາຍາດໃຫຍ່ບຣິກສຫຼັງຈາກອິນໂດເນເຊຍເຂົ້າເປັນສະມາຊິກບຣິກສໃນເດືອນມັງກອນ ແລະ ຫວຽດນາມ ເຂົ້າເປັນປະເທດຄູ່ຮ່ວມໃນເດືອນມິຖຸນາປີນີ້.
ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຫວ່າງມໍ່ໆມານີ້, ຜົນການສຳຫຼວດຄວາມຄິດເຫັນສາກົນສະບັບໜຶ່ງໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມມີສະເໜ່ຂອງຈີນຕໍ່ໂລກໄດ້ເພີ່ມຂຶ້ນເປັນ 8,8 ຄະແນນ, ຜົນການສຳຫຼວດຄວາມຄິດເຫັນສາກົນຫຼາຍສະບັບໃນຊຸມປີຜ່ານມາ ລ້ວນແຕ່ໄດ້ເບິ່ງຈີນດ້ວຍທ່າທີທີ່ເປັນມິດ ແລະ ດ້ານດີນັບມື້ນັບຫຼາຍຂຶ້ນ ແລ້ວຄວາມມີສະເໜ່ຂອງຈີນເປັນຄືແນວໃດ?
ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ວັນທີ 10 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນໃນມື້ດຽວກັນ.
ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ຜ່ານມາວ່າ: ທ່ານ ກັນ ຄິມຢົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການທຶນຊ່ວຍເຫຼືອເພື່ອການປັບຕົວທາງທຸລະກິດ (Business Adaptation Grant) ພາຍໃນເດືອນຕຸລາ 2025 ນີ້ ເພື່ອຊ່ວຍໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຂອງອັດຕາພາສີ.
ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ກໍລະກົດນີ້ວ່າ: ສັນຍາວ່າດ້ວຍການຍົກເວັ້ນວີຊາຕໍ່ຜູ້ຖືໜັງສືຜ່ານແດນທາງລັດຖະການ ແລະ ໜັງສືຜ່ານແດນທົ່ວໄປຂອງກັນ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານມາເລເຊຍ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດນີ້ເປັນຕົ້ນໄປ.
ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນຫວຽດ ນາມ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM-58) ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະ AMM-58 ຢູ່ສູນກອງປະຊຸມກົວລາລຳເປີ (Kuala Lumpur) ປະເທດມາເລເຊຍ.
ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ວັນທີ 10 ກໍລະກົດນີ້, ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 8 ກໍ​ລະ​ກົດ ຜ່ານມານີ້, ໄ​ພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້​ຍັງ​ມີ​ຜູ້​ຫາຍ​ສາບ​ສູນ 172 ຄົນ​.
ເພີ່ມເຕີມ