ລາຄານໍ້າມັນກາຊວນ ໃນສະຫະລັດ ອາເມຣິກາ ໄດ້ເພີ່ມຂຶ້ນຫຼາຍກວ່າ 74% ໃນໄລຍະ 9 ເດືອນທີ່ຜ່ານມາ, ໂດຍສະເພາະໃນລັດຄາລິຟໍເນຍ ທີ່ລາຄານໍ້າມັນສະເລ່ຍບັນລຸ 7.98 ໂດລາຕໍ່ກາລອນ.
ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນຢ່າງໄວວາກຳລັງເຮັດໃຫ້ເກີດຄວາມກັງວົນກ່ຽວກັບຜົນກະທົບທາງເສດຖະກິດຢ່າງກວ້າງຂວາງ, ຍ້ອນວ່າຂໍ້ຂັດແຍ່ງໃນອູແກຣນ ແລະ ອີຣານ ກຳລັງສົ່ງຜົນກະທົບຕໍ່ການສະໜອງນໍ້າມັນເຊື້ອໄຟ, ເຮັດໃຫ້ຄ່າໃຊ້ຈ່າຍໃນການຂົນສົ່ງເພີ່ມສູງຂຶ້ນ ແລະ ເຮັດໃຫ້ລາຄາສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນ ລວມທັງອາຫານສູງຂຶ້ນ.
ຂໍ້ມູນຈາກສະມາຄົມດັ່ງກ່າວຊີ້ໃຫ້ເຫັນວ່າ: ປັດຈຸບັນ, ຄົນຂັບລົດບັນທຸກ ແລະ ຊາວກະສິກອນ ສະຫະລັດ ອາເມຣິກາ ຕ້ອງຈ່າຍຄ່ານໍ້າມັນເຊື້ອໄຟສຳລັບລົດບັນທຸກ ແລະ ລົດໄຖນາຂະໜາດໃຫຍ່ ເພີ່ມຂຶ້ນປະມານ 63% ເມື່ອທຽບກັບໄລຍະດຽວກັນໃນປີ 2025.
ຄໍາເຫັນ