ການຍົກລະດັບຕະຫຼາດຫຼັກຊັບແມ່ນເປີດກວ້າງຄວາມສາມາດເຂົ້າເຖິງແຫຼ່ງເງິນລົງທຶນທົ່ວໂລກ. ໃນໄລຍະທຳອິດ, ເລີ່ມຕົ້ນວັນທີ 21 ກັນຍາ, ຄາດວ່າຈະມີຈຳນວນເງິນປະມານ 240 ລ້ານໂດລາ ໄຫຼເຂົ້າ 27 ຫຸ້ນ ຫວຽດນາມ. ໃນນັ້ນ Vanguard ຊຶ່ງເປັນໜ່ວຍງານຄຸ້ມຄອງຊັບສິນທີ່ໃຫຍ່ອັນດັບສອງຂອງໂລກ ໃຫ້ຮູ້ວ່າ: ຈະລົງທຶນປະມານ 2,5 ຕື້ໂດລາ ເຂົ້າຫວຽດນາມ ຜ່ານກອງທຶນ FTSE.
ທ່ານນາງ ຫວັນມິງ ດູ ຜູ້ອຳນວຍການນະໂຍບາຍດັດຊະນີ ພາກພື້ນ ອາຊີ - ປາຊີຟິກ ຂອງ ບໍລິສັດ FTSE Russell ໃຫ້ຮູ້ວ່າ: FTSE Russell ມີໝວດດັດຊະນີຫຼັກຊັບທົ່ວໂລກ, ດ້ວຍຊັບສິນປະມານ 2.8 ພັນຕື້ໂດລາ ໄດ້ຄຸ້ມຄອງຕິດພັນກັບບັນດາດັດຊະນີ, ລວມມີກຸ່ມຕະຫຼາດທີ່ຫາກໍ່ພົ້ນເດັ່ນ. ກ່ອນທີ່ຈະໄດ້ຈັດເຂົ້າໃນກຸ່ມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຫວຽດນາມ ບໍ່ມີໂອກາດເຂົ້າເຖິງທຶນທີ່ນອນໃນຈຳນວນຊັບສິນນີ້. ແຕ່ເມື່ອໄດ້ຈັດເຂົ້າກຸ່ມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຫວຽດນາມ ຈະສາມາດເຂົ້າເຖິງ ແຫຼ່ງທຶນໃນຈຳນວນຊັບສິນທີ່ມີມູນຄ່າ 2.8 ພັນຕື້ໂດລານີ້.
ການຍົກລະດັບໄດ້ເປີດໂອກາດໃຫ້ການດຶງດູດແຫຼ່ງເງິນທຶນລົງທຶນຈາກຕ່າງປະເທດ ແລະ ກໍແມ່ນກຳລັງໜູນເພື່ອໃຫ້ຕະຫຼາດຫຼັກຊັບ ຫວຽດນາມ ສືບຕໍ່ຍົກສູງລັກສະນະໂປ່ງໃສ, ມີປະສິດທິຜົນ ແລະ ມີຄວາມສາມາດແກ່ງແຍ້ງ.
ຄໍາເຫັນ