ລະນຶກ 80 ປີ ວັນນັກຮົບເສຍອົງຄະແລະ ເສຍສະລະຊີວິດເພື່ອປະເທດຊາດ

ລະນຶກ 80 ປີ ວັນນັກຮົບເສຍອົງຄະແລະ ເສຍສະລະຊີວິດເພື່ອປະເທດຊາດ

ລະນຶກ 80 ປີ ວັນນັກຮົບເສຍອົງຄະແລະ ເສຍສະລະຊີວິດເພື່ອປະເທດຊາດ
ພິທີລະນຶກ “ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ” ຄົບ ຮອບ 80 ປີ (21/03/1946-21/03/2026) ຈັດຂຶ້ນໃນວັນທີ 19 ມີນາ 2026 ຢູ່ສະໂມສອນໃຫຍ່ການເມືອງກອງທັບ ໂດຍການປາຖະກະຖາຂອງ ທ່ານ ພົອ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງ ແລະ ພະ ນັກງານນັກຮົບເສຍອົງຄະຈາກ 3 ສູນ ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ລະນກ 80 ປ ວນນກຮບເສຍອງຄະແລະ ເສຍສະລະຊວດເພອປະເທດຊາດ - image 1
 

ໂອກາດນີ້, ທ່ານ ພົອ ຄໍາລຽງ ອຸທະໄກສອນ ໄດ້ຍົກໃຫ້ເຫັນບາງເນື້ອທີ່ສຳຄັນຂອງວັນດັ່ງກ່າວວ່າ: ວັນທີ 21 ມີນາ 1946 ເປັນວັນທີ່ປວງຊົນລາວທັງຊາດ ພ້ອມກັນລະນຶກເຖິງເຫດການທີ່ພວກລ່າເມືອງຂຶ້ນແບບເກົ່າ ໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ພະນັກງານນັກຮົບຂອງພວກເຮົາ ຊຶ່ງມັນໄດ້ເຂັ່ນຂ້າປະຊາຊົນລາວຜູ້ບໍລິສຸດ ດ້ວຍວິທີການທີ່ໂຫດ ຫ້ຽມ, ໄຮ້ມະນຸດສະທໍາ ລວມທັງແມ່ຍິງ ແລະ ເດັກນ້ອຍ ກໍຖືກຂ້າຢ່າງໂຫດຮ້າຍປ່າເຖືອນ. ສະນັ້ນ, “ວັນທີ 21 ມີນາ ຈຶ່ງໄດ້ກາຍເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ສັດຕູຜູ້ຮຸກຮານ”. ອີກດ້ານໜຶ່ງ ວັນດັ່ງກ່າວ, ກໍມີອີກຄວາມໝາຍໜຶ່ງທີ່ເລິກເຊິ່ງຂອງປວງຊົນລາວທັງຊາດ ຊຶ່ງມັນໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈຮັກຊາດອັນແທ້ຈິງ ບໍ່ຍອມຈໍານົນຂອງປະຊາຊົນລາວ ແລະ ພະນັກງານນັກຮົບ ທີ່ພ້ອມຕໍ່ສູ້, ພ້ອມເສຍສະລະເພື່ອຊາດ. ວັນທີ 21 ມີນາ 1946 ຍັງໄດ້ຖືກກຳນົດເປັນ “ວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດເພື່ອປະເທດຊາດ” ຊຶ່ງປີນີ້ແມ່ນຄົບຮອບ 80 ປີ.

ກ່ອນໜ້ານີ້, ເຫດການທີ່ໄດ້ຈາລຶກຄວາມຄຽດແຄ້ນ ແລະ ສັນລະເສີນນໍ້າໃຈຮັກຊາດ, ນໍ້າໃຈເສຍສະລະຂອງປະຊາຊົນລາວ ແລະ ພະນັກງານນັກຮົບຂອງພວກເຮົາ ໄດ້ເກີດຂຶ້ນເມື່ອພວກລ່າເມືອງຂຶ້ນແບບເກົ່າ ກັບຄືນມາຮຸກຮານລາວອີກຄັ້ງໃໝ່ ເມື່ອໄລຍະຕົ້ນປີ 1946. ເວລານັ້ນ, ປະທານໂຮ່ຈີ່ມິງ ໄດ້ແນະນໍາໃຫ້ພວກເຮົາຫັນທິດ ຈາກການເຄື່ອນໄຫວໃນຕົວເມືອງເປັນຈຸດໜັກ ໄປສູ່ຊົນນະບົດ, ກໍ່ສ້າງຮາກຖານປະຊາຊົນ, ປຸກລະດົມຂົນຂວາຍຊາວໄຮ່ນາ. ຈາກນັ້ນ, ເຂດທີ່ໝັ້ນຕໍ່ຕ້ານຈຶ່ງໄດ້ເກີດຂຶ້ນໃນຫລາຍແຫ່ງ, ລະດັບຄວາມຕື່ນຕົວຂອງປະຊາຊົນລາວກໍນັບມື້ນັບສູງຂຶ້ນ, ເພື່ອສະກັດກັ້ນ, ຕ້ານການບຸກລຸກຄັ້ງ ໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດ ຢຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆ ໃຫ້ປະລາໄຊເປັນກ້າວໆ. ເດັ່ນກວ່າໝູ່ ແມ່ນບັ້ນຮົບປົກປ້ອງຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດໜຶ່ງທີ່ສໍາຄັນຂອງການປະຕິວັດໃນເວລານັ້ນ.

ໃນຕົ້ນເດືອນກຸມພາ ປີ 1946, ໜ່ວຍພັກປະຈໍາເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິວ່າ: ຕ້ອງເພີ່ມຄວາມສາມັກຄີ ລະຫວ່າງ 2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ. ປະຕິບັດຕາມມະຕິດັ່ງກ່າວ, ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ຮຽກປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງທ່າແຂກຢ່າງລະອຽດ. ຄະນະບັນຊາການ ໄດ້ມອບໜ້າທີ່ໃຫ້ 2 ທ່ານຄື: ທ່ານ ສິງກະໂປ ສີໂຄດຈຸນລະມະນີ ແລະ ທ່ານ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການ ຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງເມືອງທ່າແຂກ. ກໍາລັງທະຫານພວກເຮົາ ລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ ແລະ ຊາວຫວຽດນາມຕ່າງດ້າວ 2 ກອງ ຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມສູ້ຮົບກັບພວກສັດຕູໃນທຸກທິດ. ຕອນເຊົ້າວັນທີ 21 ມີນາ 1946 ເຮືອບິນຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປີວລົງຕົວເມືອງທ່າແຂກ ຊຶ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈຳນົນ ຕໍ່ກອງທະຫານພວກລ່າເມືອງຂຶ້ນແບບເກົ່າ. ຈາກນັ້ນທະຫານພວກລ່າເມືອງຂຶ້ນແບບເກົ່າ ໄດ້ເຕົ້າໂຮມກຳລັງຢ່າງຫຼວງ ຫຼາຍບຸກໂຈມຕີເຂົ້າຕົວເມືອງທ່າແຂກເປັນ 3 ປີກ (3 ທິດທາງ), ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບສູງ, ທະຫານລ່າເມືອງຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະຜ່າຂ້າມແນວປ້ອງກັນເຂົ້າໄປໃຫ້ໄດ້. ເມື່ອບໍ່ສາມາດຮັກສາຕົວເມືອງທ່າແຂກໄວ້ໄດ້ ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນ້ຳຂອງ ພ້ອມກັບປະຊາຊົນ ລອຍຂ້າມແມ່ນ້ຳຂອງໄປແຂວງນະຄອນພະນົມ ປະເທດໄທ. ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາທີ່ພວມຂ້າມແມ່ນ້ຳຂອງຢ່າງໂຫດຮ້າຍສາມານທີ່ສຸດ ເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນ ຖືກບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ. ເຮືອຈັກທີ່ປະທານ ສຸພານຸວົງ ແລະ ພະນັກງານຈຳນວນໜຶ່ງ ໄດ້ຖືກເຮືອ ບິນຂອງສັດຕູຍິງຢູ່ກາງແມ່ນ້ຳຂອງ.

ພາຍຫລັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ຢຶດຄອງຕົວເມືອງທ່າແຂກໄດ້ແລ້ວ ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ປະຊາຊົນລາວ ໂດຍພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ເປົາປ່ານມັດປາກ ແລ້ວຖິ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນ ແລ້ວໂຍນລົງນ້ຳຂອງ ຊຶ່ງເຮັດໃຫ້ນ້ຳຂອງເວລານັ້ນ ເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3,000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນຈຳນວນຫຼວງຫຼາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກ່ຳພ້າ-ກ່ຳພອຍ.

ເຫດການໃນວັນທີ 21 ມີນາ 1946 ເປັນວັນທີ່ສໍາຄັນໃນປະຫວັດສາດ ແຫ່ງການປະຕິວັດຂອງຊາດເຮົາ ຊຶ່ງບໍ່ສະເພາະແຕ່ເປັນພຽງວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ຜູ້ຮຸກຮານ, ແຕ່ຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍຮ່ວມກັນ ລະຫວ່າງ 2 ຊາດ ລາວ-ຫວຽດນາມອ້າຍນ້ອງ ທີ່ເປັນແວ່ນແຍງອັນເຫລື້ອມໃສຂອງນ້ຳໃຈສູ້ຮົບຢ່າງພິລະອາດຫານບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາ ຊົນເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກຳລັງປະກອບອາວຸດຂອງພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈ ຂອງປະຊາຊົນລາວ ແລະ ຫວຽດນາມຕ່າງດ້າວ ທີ່ຮັກຊາດຈົນຊົ່ວກາລະນານ.

ເຖິງການຕໍ່ສູ້ປົກປ້ອງຕົວເມືອງທ່າແຂກ ບໍ່ໄດ້ຮັບໄຊຊະນະ ແລະ ຖືກນອງເລືອດກໍຕາມ, ແຕ່ມັນກໍເປັນການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຂຶ້ນຢ່າງເປັນຂະບວນຕໍ່ສູ້ຕ້ານການຮຸກຮານ ແລະ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິ ປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.(ຂ່າວ:ຂປລ-ພາບ: ອ່າຍຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ