ລາວ - ຫວຽດນາມ ຫາລືວຽກງານສະມາຊິກສະພາແຫ່ງຊາດ ສອງຝ່າຍ

ລາວ - ຫວຽດນາມ ຫາລືວຽກງານສະມາຊິກສະພາແຫ່ງຊາດ ສອງຝ່າຍ

ລາວ - ຫວຽດນາມ ຫາລືວຽກງານສະມາຊິກສະພາແຫ່ງຊາດ ສອງຝ່າຍ
ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ຫງວຽນ ແທັງຮ່າຍ ຫົວໜ້າຄະນະກຳມະການວຽກງານ ສະມາຊິກສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນວັນທີ 19 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ຫງວຽນ ແທັງຮ່າຍ ຫົວໜ້າຄະນະກຳມະການວຽກງານ ສະມາຊິກສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນວັນທີ 19 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ ທ່ານ ສຸບັນ ສະວະບຸດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ສະຫາຍ ນາງ ຫງວຽນ ແທັງ ຮ່າຍ ທີ່ໄດ້ຮັບການເລືອກຕັ້ງເປັນກຳມະການຄະນະປະຈຳສະພາແຫ່ງຊາດ ທັງເປັນຫົວໜ້າຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ ສສ ຫວຽດນາມ .

ທ່ານ ສຸບັນ ສະວະບຸດ ໄດ້ລາຍງານກ່ຽວກັບວຽກງານ ສສຊ ຕາມພາລະບົດບາດ ມີຢູ່ 4 ວຽກໃຫຍ່: ການຄຸ້ມຄອງ ສສຊ (ໃນນີ້ກໍເວົ້າເຖິງ ນະໂຍບາຍຕ່າງໆ, ການບັນຈຸຊັບຊ້ອນ ສສຊ ສັງກັດ ກຳມາທິການ, ການແຕ່ງຕັ້ງ ຍົກຍ້າຍ) ການພັດທະນາ: ປະສານສົມທົບກັບພາກສ່ວນຕ່າງໆ ໃນການສ້າງຄວາມເຂັ້ມແຂງ ໃຫ້ ສສຊ ແລະ ສສຂ, ການຄົ້ນຄວ້າດ້ານໂຄງປະກອບຂອງ ສພຊ ແລະ ສພຂ ການກະກຽມວຽກງານເລືອກຕັ້ງ, ກ່ອນການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ຕ້ອງກຽມເອກະສານ, ເງື່ອນໄຂອໍານວຍຄວາມສະດວກ, ການສ້າງ-ປັບປຸງ ນິຕິກຳ ເປັນຕົ້ນລະບຽບການດໍາເນີນກອງປະຊຸມ, ການເຄື່ອນໄຫວຂອງ ຄະນະ ສສຊ ແລະ ອື່ນໆ. ສະນັ້ນ, ຜ່ານການເຄື່ອນໄຫວກໍມີທັງປະຕິບັດ ແລະ ຖອດຖອນບົດຮຽນໄປນໍາ, ຫຼາຍບັນຫາກໍຍັງພົບຄວາມຫຍຸ້ງຍາກ, ສໍາລັບທິດທາງຕໍ່ໜ້ານີ້ ພັກໄດ້ກຳນົດແນວທາງໃຫ້ປັບປຸງບູລະນະອໍານາດການປົກຄອງທ້ອງຖິ່ນ ຊຶ່ງຈະໃຫ້ມີການສ້າງຕັ້ງຕາແສງ, ກຳນົດເອົາເລຂາພັກແຂວງ ເປັນປະທານສະພາ ປະຊາຊົນຂັ້ນແຂວງ, ເລຂາພັກເມືອງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ (ປັດຈຸບັນ ລາວຍັງບໍ່ທັນມີສະພາປະຊາຊົນເມືອງ) ແລະ ໃນປີ 2025 ນີ້ຕ້ອງກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ ຊຶ່ງຈະດໍາເນີນຂຶ້ນໃນ ຕົ້ນປີ 2026. ສະນັ້ນ, ໃນໂອກາດທີ່ສະຫາຍ ໄດ້ມີບົດຮຽນປະສົບການໃນການ ນໍາພາ-ຊີ້ນໍາ ຢູ່ທ້ອງຖິ່ນມາແລ້ວ ກໍຢາກຂໍເຊີນສະຫາຍ ນໍາພາຄະນະຜູ້ແທນມາຢ້ຽມຢາມເປັນທາງການ ແລະ ໃຫ້ຄວາມຮູ້ແກ່ພວກເຮົາ ຫຼື ຖ້າມີໂອກາດ ພວກຂ້າພະເຈົ້າຈະໄປແລກປ່ຽນຮຽນຮູ້ບົດຮຽນ ຢູ່ທ້ອງຖິ່ນຕ່າງໆ ຂອງຫວຽດນາມຕື່ມ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ຈະ​ຕິດ​ຕັ້ງ​ຊິງ​ຊັ່ງ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ ດ່ານ​ສາ​ກົນ​ແດນ​ສະ​ຫວັນ

ຈະ​ຕິດ​ຕັ້ງ​ຊິງ​ຊັ່ງ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ ດ່ານ​ສາ​ກົນ​ແດນ​ສະ​ຫວັນ

ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ໄດ້​ອະ​ນຸ​ມັດ​ໃຫ້​ບໍ​ລິ​ສັດ ວົງ​ສະ​ຫວັນ ໂລ​ຈິ​ສ​ຕິກ ຈຳ​ກັດ​ຜູ້​ດຽວ, ບໍ​ລິ​ສັດ ດາວ​ສະ​ຫວັນ ຈຳ​ກັດ ແລະ ບໍ​ລິ​ສັດ ທະ​ວີ​ສັກ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ​ຈຳ​ກັດ​ຜູ້​ດຽວ ​ລົງ​ທຶນ​ຕິດ​ຕັ້ງ​​ຊິງ​ຊັ່ງ​​ທີ່​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ດ່ານ​ສາ​ກົນ​ແດນ​ສະ​ຫວັນ ເມືອງ​ເຊ​ໂປນ ແຂວງ​ສະ​ຫວັນະ​ເຂດ.
ຖະແຫຼງຂ່າວກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ

ຖະແຫຼງຂ່າວກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາ ແຫ່ງຊາດໄດ້ຖະແຫຼງຂ່າວຕໍ່ສືມວນຊົນກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ ໃນວັນທີ 6 ມິຖຸນານີ້ ທີ່ສະພາແຫ່ງຊາດວ່າ: ເຫັນດີຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ ຈໍານວນ 9 ທ່ານ ຍິງ 2 ທ່ານ ດັ່ງນີ້:
ທ່ານນາຍົກ ຕ້ອນຮັບຄະນະຜູ້ແທນສານສູງສຸດປະເທດມາເລເຊຍ

ທ່ານນາຍົກ ຕ້ອນຮັບຄະນະຜູ້ແທນສານສູງສຸດປະເທດມາເລເຊຍ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະຜູ້ແທນສານສູງສຸດ ແຫ່ງປະເທດມາເລເຊຍ, ນຳໂດຍ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ເຂົ້າຢ້ຽມຂໍ່ານັບໃນວັນທີ 6 ມິຖຸນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນານີ້.
ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ  ແລະ ວັນສິ່ງແວດລ້ອມແຫ່ງຊາດ

ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດ ລ້ອມແຫ່ງຊາດໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງປີນີ້ວັນສິ່ງແວດລ້ອມໂລກແມ່ນຄົບຮອບ 52 ປີ ແລະວັນສິ່ງແວດລ້ອມແຫ່ງຊາດແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ
ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru) ນາຍົກລັກຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ​ໃນ​ວັນ​ທີ 29 ພຶດ​ສະ​ພານີ້ ທີ່​ປະ​ເທດ​ຍີ່​ປຸ່ນ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ​ຕໍ່ ທ່ານ ອິຊິບະ ຊິເງະຣຸ ທີ່ໄດ້ໃຫ້​ການຕ້ອນຮັບຄະນະຜູ້ແທນ ສ​ປ​ປ ລາວ ຢ່າງອົບອຸ່ນໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ທີ່ຈັດໂດຍສຳນັກໜັງສືພິມ ນິເກອິ ປະເທດຍີ່ປຸ່ນ.
ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

­ ບັນດາທ່ານ ທີ່ນັບຖື, ­ ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ
ລັດຖະບານ ພິຈາລະນາ 7 ຫົວຂໍ້ສຳຄັນ ໃນກອງປະຊຸມປະຈໍາເດືອນນີ້

ລັດຖະບານ ພິຈາລະນາ 7 ຫົວຂໍ້ສຳຄັນ ໃນກອງປະຊຸມປະຈໍາເດືອນນີ້

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນພຶດສະພາ2025ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ29 ພຶດສະພານີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງແລະນະຄອນຫຼວງວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາແລະທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ2025.
ນາຍົກລັດຖະມົນຕີລາວ - ຫວຽດນາມ ພົບປະປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມື

ນາຍົກລັດຖະມົນຕີລາວ - ຫວຽດນາມ ພົບປະປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມື

ໃນຕອນບ່າຍຂອງວັນທີ 26 ພຶດສະພາ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ; ສະຫາຍສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ - ຫວຽດນາມ
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ໃນຕອນເຊົ້າວັນທີ 28 ພຶດສະພາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ລະຫວ່າງວັນທີ 27 ຫາ 29 ພຶດສະພາ 2025.
ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ໃນຕອນເຊົ້າວັນທີ 28 ພຶດສະພາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສູດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 27-29 ພຶດສະພາ 2025.
ເພີ່ມເຕີມ