ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 11 ກໍລະກົດນີ້, ກ່ຽວກັບຄວາມຄືບໜ້າໃນການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

ລາວ ກຽມພ້ອມເປັນເຈົ້າພາບຈັດກອງປະຊຸມອາຊຽນ

ລາວ ກຽມພ້ອມເປັນເຈົ້າພາບຈັດກອງປະຊຸມອາຊຽນ
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 11 ກໍລະກົດນີ້, ກ່ຽວກັບຄວາມຄືບໜ້າໃນການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນລະຫວ່າງ ວັນທີ 21-27 ກໍລະກົດນີ້, ທີ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.

ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ, ພວກເຮົາ ໄດ້ກຳນົດ 9 ບຸລິມະສິດ ສໍາລັບການເປັນປະທານ ອາຊຽນ ເພື່ອຜັນຂະຫຍາຍຄໍາຂວັນປະທານອາຊຽນ ປະກອບມີ 2 ກຸ່ມຄື: 1; ເພີ່ມທະວີການເຊື່ອມຈອດອາຊຽນ” ມີ 4 ບຸລິມະສິດ. 2; ເພີ່ມທະວີຄວາມເຂັ້ມແຂງອາຊຽນ ມີ 5 ບຸລິມະສິດ. ບັນດາທ່ານ ກໍຄືພໍ່ແມ່ພີ່ນ້ອງປະຊາຊົນລາວ ຄົງຈະໄດ້ຮັບຊາບລາຍລະອຽດຂອງແຕ່ລະບຸລິມະສິດ ຄືດັ່ງທີ່ບັນດາສື່ມວນຊົນ ໄດ້ອອກຂ່າວໄປກ່ອນໜ້ານີ້. ບຸລິມະສິດເຫຼົ່ານັ້ນ ແມ່ນແນໃສ່ເພື່ອຜົນປະໂຫຍດແຫ່ງຊາດຂອງສປປ ລາວ ແລະ ຂອງພາກພື້ນ.

ປັດຈຸບັນ, ບັນດາອະນຸກຳມະການຮັບຜິດຊອບ ແຕ່ລະໜ້າວຽກ ກໍຄືຂະແໜງການກ່ຽວຂ້ອງ ໄດ້ສຸມໃສ່ກະກຽມຄວາມພ້ອມຢ່າງຮອບດ້ານເຊັ່ນ: ດ້ານເນື້ອໃນ, ດ້ານສະຖານທີ່ພັກເຊົາ, ຍານພາຫະນະຮັບໃຊ້ກອງປະຊຸມ, ການໂຄສະນາ, ການປະດັບປະດາ, ການປັບປຸງຖະໜົນຫົນທາງ ແລະ ສະໜາມບິນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສື່ສານ ແລະ ອິນເຕີເນັດ, ບຸກຄະລາກອນ, ແຜນງົບປະມານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມຈຳເປັນ.

ມາຮອດປະຈຸບັນ ເຫັນວ່າ: ມີຄວາມຄືບໜ້າເປັນຢ່າງດີໃນທຸກດ້ານ ແລະ ມີຄວາມພ້ອມຢ່າງຮອບດ້ານ ໃນການເປັນປະທານ ແລະ ເຈົ້າພາບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນທ້າຍເດືອນກໍລະກົດນີ້.

ສໍາລັບດ້ານເນື້ອໃນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ນີ້ ຈະໄດ້ຮັບຮອງເອົາຖະແຫຼງການຂອງລັດຖະມົນຕີຕ່າງປະເທດ ຊຶ່ງປັດຈຸບັນ, ໜ່ວຍງານວິຊາການກໍາລັງເຈລະຈາຮ່າງຖະແຫຼງການດັ່ງກ່າວ ແລະ ເຫັນວ່າ ມີຄວາມຄືບໜ້າດີ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຈະໄດ້ສຸມໃສ່ປຶກສາຫາລືການຈັດຕັ້ງປະຕິບັດວິໄສ ທັດ ປະຊາຄົມອາຊຽນ 2025 ແລະ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ຊຶ່ງ ສປປ ລາວເຮົາ ໄດ້ເປັນປະທານຮ່ວມກັບ ມາເລເຊຍ ໃນນາມປະທານ ອາຊຽນຜູ້ຕໍ່ໄປ ນໍາພາການຮ່າງແຜນຍຸດທະສາດ ເພື່ອຈັດຕັ້ງວິໄສທັດ ປະຊາຄົມອາຊຽນ 2045, ປະກອບດ້ວຍແຜນຍຸດທະສາດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ.

ສໍາລັບການຮ່ວມມື ລະຫວ່າງ ອາຊຽນ ກັບ ພາຍນອກ, ອາຊຽນ ກໍຈະໄດ້ຮ່ວມກັບ 11 ຄູ່ເຈລະຈາ ທົບທວນຄືນການຮ່ວມມື ແລະ ກຳນົດແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ. ໃນໂອກາດນີ້, ສປປ ລາວ ກໍຈະໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົສຕຣາລີ ໃນນາມປະເທດປະສານງານ (2021-2024). ຫຼັງຈາກນັ້ນ, ສປປ ລາວ ກໍຈະຮັບໜ້າທີ່ເປັນປະເທດປະສານງານສໍາລັບ ອາຊຽນ-ການາດາ (2024-2027); ເປັນປະທານຮ່ວມ ອາຊຽນບວກສາມ; ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS ຊຶ່ງມີ 19 ປະເທດເຂົ້າຮ່ວມ); ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31 ຊຶ່ງມີ 27 ປະເທດເຂົ້າຮ່ວມ.

ນອກຈາກນີ້, ຈະມີກອງປະຊຸມປິ່ນອ້ອມອື່ນໆ ກັບປະເທດຄູ່ຮ່ວມມື ຂະແໜງການຕ່າງໆ ແລະ ຄູ່ ຮ່ວມມືແມ່ນໍ້າຂອງ. ລວມແລ້ວຈະມີກອງປະຊຸມປະມານ 25 ກອງປະຊຸມ, ມີລັດຖະມົນຕີຕ່າງປະເທດ ແລະ ຕາງໜ້າ 35 ປະເທດ ເຂົ້າຮ່ວມ. ສໍາລັບເອກະສານທີ່ຈະຮັບຮອງ, ຮັບຊາບ ແລະ ຈະອອກໃນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ນີ້, ມີປະມານ 29 ສະບັບ. ໃນນັ້ນ ເອກະສານທີ່ຈະຮັບຮອງມີ 14 ສະບັບ, ເອກະສານທີ່ຈະຮັບຊາບມີ 10 ສະບັບ ແລະ ເອກະສານທີ່ຈະອອກມີ 5 ສະບັບ. ໃນນີ້, ລວມມີຖະແຫຼງການຮ່ວມຂອງລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ຊຶ່ງຖືວ່າເປັນເອກະສານທີ່ສໍາຄັນອັນໜຶ່ງຂອງກອງປະຊຸມ. ນອກນັ້ນ, ຍັງມີເອກະສານສໍາຄັນອື່ນໆ ເປັນຕົ້ນ ບັນດາຖະແຫຼງການຮ່ວມຕ່າງໆ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ຊຶ່ງພວມຢູ່ໃນຂັ້ນຕອນການປຶກສາຫາລື ລະຫວ່າງອາຊຽນ ແລະ ຄູ່ເຈລະຈາທີ່ກ່ຽວຂ້ອງ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ່ 57 ແມ່ນມີຄວາມສໍາຄັນຫຼາຍ ເພາະຈະເປັນ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄືກອງປະຊຸມສຸດຍອດອື່ນໆກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024.

ທ່ນ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ຜົນສໍາເລັດຂອງການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມດັ່ງກ່າວ ຈະເປັນການຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ກໍເປັນການສ້າງໂອກາດ ໃນການຊຸກຍູ້ ແລະ ສົ່ງເສີມການຄ້າ, ການລົງທຶນ, ທ່ອງທ່ຽວ ແລະ ໂຄສະນາເຜີຍແຜ່ຮີດຄອງປະເພນີອັນດີງາມຂອງຊາດລາວ ໃຫ້ບັນດາຄະນະຜູ້ແທນ ແລະ ນັກຂ່າວ ຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ແລະ ທັງເປັນການສົ່ງເສີມປີທ່ອງທ່ຽວລາວ 2024.

ບັນຫາສິ່ງທ້າທາຍອື່ນໆ ກໍແມ່ນສະພາບການໂດຍລວມຂອງພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ມີ ຄວາມສັບສົນ, ຄາດຄະເນໄດ້ຍາກ ແລະ ມີການຜັນປ່ຽນໄປຢ່າງໄວວາ. ສະພາບການດັ່ງກ່າວ ເປັນສິ່ງທ້າທາຍຕໍ່ການຮ່ວມມື ລະຫວ່າງປະເທດ ແລະ ການພັດທະນາຂອງບັນດາປະເທດໃນໂລກ ກໍຄືພາກພື້ນ ໂດຍລວມ. ສະນັ້ນ, ອາຊຽນ ຈະຕ້ອງໄດ້ສືບຕໍ່ຮັດແໜ້ນຄວາມເປັນແກນກາງ ແລະ ຄວາມເອກະພາບພາຍໃນອາຊຽນ ໃນທຸກກົນໄກອາຊຽນເປັນຜູ້ສ້າງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ແລະ ຈັບເອົາກາລະໂອກາດ ເພື່ອເສີມຂະຫຍາຍປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຄືດັ່ງຄໍາຂວັນປະທານອາຊຽນ ຂອງ ສປປ ລາວ.

ການເປັນປະທານອາຊຽນຂອງ ສປປ ລາວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຮົາ ໝົດທຸກຄົນ. ການເປັນປະທານອາຊຽນ 2 ຄັ້ງຜ່ານມາ, ພະນັກງານທຸກຂະແໜງການ, ທະຫານ, ຕຳຫຼວດ ກໍຄືພາກທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຕັ້ງໜ້າ ປະກອບສ່ວນ ຕາມພາລະບົດບາດຂອງຕົນ ແລະ ເຮັດໃຫ້ການເປັນປະທານອາຊຽນໃນ 2 ຄັ້ງນັ້ນ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຕື່ມວ່າ: ຂ້າພະເຈົ້າ ເຊື່ອໝັ້ນວ່າ ເພື່ອຮັບປະກັນໃຫ້ການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີນີ້ ໄດ້ຮັບຜົນສໍາເລັດຕາມຄາດໝາຍ ຄືຜ່ານມາ, ທຸກຂະແໜງການກ່ຽວຂ້ອງ ນັບແຕ່ສູນກາງ ຮອດທ້ອງຖິ່ນ ກໍຄືພີ່ນ້ອງຊາວລາວທຸກຖ້ວນໜ້າ ຈະພ້ອມກັນປະກອບສ່ວນ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອສ້າງຄວາມພ້ອມໃນທຸກດ້ານສໍາລັບການເປັນປະທານອາຊຽນ ແລະ ເປັນເຈົ້າພາບທີ່ດີ ໃນການຈັດກອງປະຊຸມອາຊຽນ ໃນລະດັບຕ່າງໆ ໂດຍສະເພາະ ແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ເປັນການສືບຕໍ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ເພີ່ມເຕີມ