ລາວ ແລະ ບາເຣນ ພົບປະປຶກສາຫາລືເພື່ອເສີມຂະຫຍາຍ ຮັດແໜ້ນການຮ່ວມມື

ລາວ ແລະ ບາເຣນ ພົບປະປຶກສາຫາລືເພື່ອເສີມຂະຫຍາຍ ຮັດແໜ້ນການຮ່ວມມື

ລາວ ແລະ ບາເຣນ ພົບປະປຶກສາຫາລືເພື່ອເສີມຂະຫຍາຍ ຮັດແໜ້ນການຮ່ວມມື
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ອັບດຸນລາຕິຟ໌ ບິນ ຣາຊິດ ອັນຊາຍານີ (Abdullatif bin Rashid Alzayani) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກບາເຣນ ໃນວັນທີ 25 ພຶດສະພາ ຜ່ານມາ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ,

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ), ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນເປັນຄັ້ງທໍາອິດ ແລະ ໄດ້ຕີລາຄາສູງການພົວພັນຮ່ວມມືອັນດີລະຫວ່າງ ສອງປະເທດ ຕະຫຼອດໄລຍະ 23 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ພ້ອມທັງວາງທິດທາງການຮ່ວມມືໃນຕໍ່ໜ້າເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ບາເຣນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະແມ່ນທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ທີ່ມີທ່າແຮງ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານອົງການກວດກາແຫ່ງລັດ ຕ້ອນຮັບ ຫົວໜ້າໄອຍະການສູງສຸດແຫ່ງ ສະຫະພັນ ຣັດເຊຍ

ປະທານອົງການກວດກາແຫ່ງລັດ ຕ້ອນຮັບ ຫົວໜ້າໄອຍະການສູງສຸດແຫ່ງ ສະຫະພັນ ຣັດເຊຍ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ໄອຍະການສູງສຸດແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະໃນວັນທີ 28 ພຶດສະພາ ນີ້2ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ (ຫຼັກ 6), ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 27-29 ພຶດສະພາ 2025 ນີ້.
ອົງການໄອຍະການປະຊາຊົນສູງສຸດ ລາວ-ຣັດເຊຍ ຮ່ວມລົງນາມກິດຈະກໍາຮ່ວມມື ສົກປີ 2025-2026

ອົງການໄອຍະການປະຊາຊົນສູງສຸດ ລາວ-ຣັດເຊຍ ຮ່ວມລົງນາມກິດຈະກໍາຮ່ວມມື ສົກປີ 2025-2026

ອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ລະຫ່ວາງ ອົງການໄອຍະການສູງສຸດ ສ ຣັດເຊຍ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ລົງວັນທີ 4 ກັນຍາ 2024, ໄດ້ຕົກລົງເຫັນດີ ຈັດກິດຈະກໍາຮ່ວມກັນ ໃນສົກປີ 2025-2026.
ເຊີນເຂົ້າຮ່ວມປະກວດຂຽນບົດ: ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ

ເຊີນເຂົ້າຮ່ວມປະກວດຂຽນບົດ: ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ

ໂດຍ: ວັນໄຊ ຕະວິນຍານ ອີງຕາມແຫຼ່ງຂ່າວຈາກວິທະຍຸກະຈາຍສຽງຫວຽດນາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOVWORLD) ຄົບຮອບ 80 ປີ (ວັນທີ 7 ກັນຍາ 1945 – 7 ກັນຍາ 2025). ນັບແຕ່ວັທີ 10 ມີນາ 2025 – 15 ມິຖຸນາ 2025, ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດການປະກວດຂຽນບົດໃນຫົວຂໍ້ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ” ສຳລັບຊາວຕ່າງປະເທດ ແລະ ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຫຼື ຢູ່ຫວຽດນາມ.
ອົງການໄອຍະການສູງສຸດ ສປປ ລາວ - ຣັດເຊຍ ເພີ່ມທະວີການຮ່ວມມື

ອົງການໄອຍະການສູງສຸດ ສປປ ລາວ - ຣັດເຊຍ ເພີ່ມທະວີການຮ່ວມມື

ກອງປະຊຸມພົບປະສອງຝ່າຍຂອງຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ ນີ້ ທີ່ ອອປສ, ຝ່າຍລາວນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຝ່າຍຣັດເຊຍນໍາໂດຍ ທ່ານ ອີກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ, ມີພະນັກງານຂັ້ນສູງທັງສອງຝ່າຍເຂົ້າຮ່ວມໃນຄັ້ງນີ້.
ກອງປະຊຸມ ວິທະຍາສາດ ວຽກງານໄອຍະການ ລາວ - ຣັດເຊຍ

ກອງປະຊຸມ ວິທະຍາສາດ ວຽກງານໄອຍະການ ລາວ - ຣັດເຊຍ

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມວິທະຍາສາດວຽກງານໄອຍະການ ລາວ-ຣັດເຊຍ ຂຶ້ນໃນວັນທີ 28 ພຶດສະພາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ນາງ ວິໄລສິນ ແດນຫັນສາ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ,
ລາວ ແລະ FAO ທົບທວນ ແລະ ວາງແຜນປະຈໍາປີ ສືບຕໍ່ແຜນງານການຮ່ວມມື ຄັ້ງທີ 7

ລາວ ແລະ FAO ທົບທວນ ແລະ ວາງແຜນປະຈໍາປີ ສືບຕໍ່ແຜນງານການຮ່ວມມື ຄັ້ງທີ 7

ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026) ໃນວັນທີ 26 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ; ມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມງານວາງສະແດງສາກົນພາກຕາເວັນຕົກຈີນ ຄັ້ງທີ 20

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມງານວາງສະແດງສາກົນພາກຕາເວັນຕົກຈີນ ຄັ້ງທີ 20

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ​ແຫ່ງ​ ສປປ​ລາວ ພ້ອມດ້ວຍຄະນະຜູ້ແທນຈາກ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມງານວາງສະແດງສາກົນພາກຕາເວັນຕົກຈີນ ຄັ້ງທີ 20 ທີ່ນະຄອນເສິນຕູ ແຂວງເສສວນ ​ສປ ຈີນ, ພາຍໃຕ້ຫົວຂໍ້: “ການປະຕິຮູບຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍແຮງຂັບເຄື່ອນໃນການເປີດກວ້າງ ເພື່ອສົ່ງເສີມການພັດທະນາ - Deepening reform to enhance momentum expanding opening-up to promote development” ໂດຍໄດ້ເຄື່ອນໄຫວໃນລະຫວ່າງວັນທີ 24-27 ພຶດສະພາ 2025.
ຄະນະນໍາກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານ ສະຫາຍ ເຈີນ ດຶກ ເລືອງ

ຄະນະນໍາກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານ ສະຫາຍ ເຈີນ ດຶກ ເລືອງ

ໃນວັນທີ 26 ພຶດສະພາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ຄະນະນໍາ ກະຊວງກະສິກຳ ແລະ ປ່າໄມ້ ນຳໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ, ໄດ້ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳ
ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງຕ່າງປະເທດອ້ອມຂ້າງ

ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງຕ່າງປະເທດອ້ອມຂ້າງ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກກອມມູນິດຈີນ, ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ “ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ລະຫວ່າງວັນທີ 25-27 ພຶດສະພາ 2025.
ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານກຳມາທິການກິດຈະການລັດຖະສະພາໄທ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານກຳມາທິການກິດຈະການລັດຖະສະພາໄທ

ຫວ່າງບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ປະເສີດ ບຸນເຮືອງ ປະທານກຳມາທິການກິດຈະການລັດຖະສະພາ ແຫ່ງຣາຊະອານາຈັກໄທພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເພີ່ມເຕີມ