ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 46ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນລະຫວ່າງວັນທີ 24-27 ພຶດສະພາ 2025. ໃນຕອນບ່າຍຂອງວັນທີ 25 ພຶດສະພາ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ; ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄືສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ພັດທະນາເຂົ້າສູ່ລວງເລິກ.

ໃນການພົບປະຄັ້ງນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ຈາກພັກ, ລັດຖະບານ ແລະ ປະຊາຊົນລາວ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຕໍ່ການມໍລະນະກຳຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສະແດງຄວາມຂອບໃຈ ທີ່ການນຳຂັ້ນສູງຂອງລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມຄວາມເປັນເອກະພາບທົ່ວປະເທດຫວຽດນາມ ຄົບຮອບ 50 ປີ ຢູ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ຕາມການເຊື້ອເຊີນ. ນອກນີ້, ສອງຝ່າຍ ຍັງໄດ້ເປັນເອກະພາບສູງໃນການຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການສ້າງກົນໄກ, ນະໂຍບາຍທີ່ເປັນບຸລິມະສິດ ແລະ ສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມໂຍງພື້ນຖານເສດຖະກິດສອງປະເທດ ໂດຍສະເພາະແມ່ນດ້ານການຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ ແລະ ການຈັດຕັ້ງຜັນຂະຫຍາຍບັນດາໂຄງການທີ່ສຳຄັນຕ່າງໆ ຢ່າງຕັ້ງໜ້າລະຫວ່າງສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຮູບປະທຳ.

ສອງຝ່າຍຍັງໄດ້ຕີລາຄາສູງການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາ ບົນພື້ນຖານການຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືໄລຍະ 2021-2025; ແລະ ເຫັນດີ ຈະສົມທົບກັນທົບທວນຄືນ ແລະ ສ້າງຂໍ້ຕົກລົງການຮ່ວມມືໃນໄລຍະຕໍ່ໄປ. ພ້ອມນີ້, ຍັງເຫັນດີເປັນເອກະພາບກັນຊຸກຍູ້ການແລກປ່ຽນບົດຮຽນ, ການຄົ້ນຄວ້າຍຸດທະສາດ ແລະ ການຕິດຕໍ່ພົວພັນລະຫວ່າງບັນດາກົມຕ່າງໆທີ່ກ່ຽວຂ້ອງ ຂອງສອງກະຊວງການຕ່າງປະເທດ; ເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມກ່ຽວກັບມູນເຊື້ອ ສາຍພົວພົວ ລະຫວ່າງ ສອງປະເທດ ໃຫ້ແກ່ນັກການທູດຮຸ່ນໜຸ່ມໃຫ້ເຂົ້າສູ່ລວງເລິກ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ