ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື
ໃນວັນທີ 9 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ນອກແວ ປກສາຫາລເພອເສມຂະຫຍາຍການພວພນຮວມມ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບທ່ານ ອານເດຣອັສ ມົດສະເຟ ຄຣາວິກ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈໄປຍັງ ລັດຖະບານນອກແວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານກໍຄືການໃຫ້ການຊ່ວຍເຫຼືອໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຊຶ່ງໄດ້ໃຫ້ທຶນຊ່ວຍເຫຼືອໂດຍກົງແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO-Lao).

ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ນອກແວ ຕະຫຼອດໄລຍະ 34 ປີ ທີ່ຜ່ານມາ ຊຶ່ງອັນພົ້ນເດັ່ນແມ່ນ ການຮ່ວມມືດ້ານພະລັງງານ ແລະ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ, ໂດຍມີກົນໄກການປຶກສາຫາລືກັນເປັນປະຈຳ. ນອກນັ້ນ, ສອງຝ່າຍ ຍັງເຫັນດີຮ່ວມກັນ ທີ່ຈະສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີໝາກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ໄດ້ຈັດກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າໂດຍຜ່ານການເສີມ ສ້າງສະຖາບັນ ແລະ ການສ້າງຄວາມສາມາດພາຍໃນຂະແໜງການນໍ້າໃນຕົວເມືອງ,ໂດຍການເປັນ ປະທານ ຮ່ວມຂອງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮອງຫົວໜ້າກົມນໍ້າປະປາ ກະຊວງໂຍທາ ທິການ ແລະ ຂົນສົ່ງ, ທ່ານ ນາງ ນິຕາ ໂພເດຄວ ຫົວໜ້າຂະແໜງນໍ້າ ແລະ ການພັດທະນາຕົວເມືອງ ທະນາຄານພັດທະນາອາຊີ ADB, ມີບັນດາລັດວິສາຫະກິດນໍ້າປະປາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

​ ໂຄງ​ການ​ແກມ​ຊິວ (GAMCIL) ຈັດ​ຝຶກ​ອົບ​ຮົມໃຫ້​ແກ່​ນັກ​ຂ່າວ​ທົ່ວ​ປະ​ເທດ ພາຍ​ໃຕ້​ຫົວ​ຂໍ້ ”ລາຍ​ງານ​ຂ່າວ​ບັນ​ຫາ​ສີ​ຂຽວ”ຂຶ້ນໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ທີ່​ນະ​ຄອນຫຼວງ​ພະ​ບາງ ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານ ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມ ນັກຂ່າວ, ທ່ານ ບຸນເພັງ ທຳມະວົງ ຫົວໜ້າບໍລິຫານແຜນງານໂຄງການອາວຸໂສ ອົງການແຄຣ໌ ລາວ, ມີແຂກຖືກເຊີນ ພ້ອມ​ດ້ວຍຄະນະສະມາຄົມນັກຂ່າວ,ຄູຝຶກ ແລະ ນັກ​ຂ່າວ​ທົ່ວ​ປະ​ເທດ​ເຂົ້າຮ່ວມ.
ເພີ່ມເຕີມ