ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື
ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.

 

ລາວ ແລະ ຕວກກພບປະປກສາຫາລເພອເສມຂະຫຍາຍການພວພນຮວມມ - image 1
 

ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ການພົບປະກັນໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ຕວັກກີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 26 ມິຖຸນາ 1958 (ຄົບຮອບ 67 ປີ), ສະແດງອອກຄື ໄດ້ມີການແລກປ່ຽນຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງແລະຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສືບຕໍ່ສະໜັບສະໜູນແລະຊ່ວຍເຫຼືອຊຶ່ງກັນແລະກັນໃນເວທີພາກພື້ນແລະສາກົນ.

ພ້ອມນີ້, ສອງຝ່າຍ ຍັງປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າຂອງສອງປະເທດໂດຍສະເພາະແມ່ນການຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນໃຫ້ຫຼາຍຂຶ້ນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນດ້ານການຄ້າ, ການລົງທຶນ, ກະສິກໍາ, ສາທາລະນະສຸກ, ການສຶກສາ, ແຮງງານ ແລະ ສະຫວັດດີການສັງຄົມ, ລວມເຖິງການຮ່ວມມືລະຫວ່າງອົງການຈັດຕັ້ງສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືໃນຂອບຫຼາຍຝ່າຍ,ສະພາບການພາກພື້ນແລະສາກົນທີ່ສອງຝ່າຍມີຄວາມສົນໃຈ.

ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ສປປ ລາວ ຮ່ວມກັບກົມຈັດພິມ, ການພິມ ແລະ ຈໍາໜ່າຍ ສສ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມດ້ານວຽກງານການພິມ ແລະ ການຈັດພິມຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ສປປ ລາວ ແລະ ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ, ພະນັກງານວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ພິທີປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ, ມີບັນດາກໍາມະການ ສນຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ໃນຕອນບ່າຍຂອງວັນທີ 8 ກັນຍາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ປະດັບຫຼຽນກາມິດຕະພາບໃຫ້ທ່ານທູດ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ໃນ​ວັນ​ທີ 8 ກັນຍາ ນີ້ ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ທອງ​ສະຫວັນ​ ພົມວິຫານ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ນາງ ການນີວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).
Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

ເຊີນນັກທ່ອງທ່ຽວໃຫ້ສະເຫຼີມສະຫຼອງວັນຄູ່ 9/9 ກັບສາຍການບິນ Vietjet ດ້ວຍໂປຣໂມຊັນປີ້ຍົນລາຄາຫຼຸດ 99% ສໍາລັບຄ່າປີ້ພື້ນຖານໃນທຸກໆເສັ້ນທາງ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ ສປປ ລາວ - ນະຄອນໂຮ່ຈິມິນ ສສ ຫວຽດນາມ. ຜູ້ໂດຍສານຍັງຈະໄດ້ຮັບສິດບໍ່ເສຍຄ່າກະເປົາສຳລັບໂຫຼດໃຕ້ທ້ອງເຄື່ອງໜັກ 20 ກິໂລກຣາມ, ເຮັດໃຫ້ການຈັດກະເປົາສຳລັບການເດີນທາງຄັ້ງຕໍ່ໄປງ່າຍຂຶ້ນ.
ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ລະຫວ່າງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາຜ່ານມາ ທີ່ໂຮງຮຽນດັ່ງກ່າວ ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດສາທາລະນະລັດ ເກົາຫຼີ (ສ. ເກົາຫຼີ) ປະຈໍາ ສປປ ລາວ ໄດ້ຈັດງານວາງສະແດງໜັງສືໃບລານ ແລະ ຄໍາພີຈິກຈີ (JIKJI) ພ້ອມທັງມອບ-ຮັບປື້ມສໍາເນົາຈິກຈີ ຂອງ ສ. ເກົາຫຼີ ທີ່ໄດ້ຮັບຮອງເປັນຄວາມຊົງຈໍາຂອງໂລກ (UNESCO) ໃຫ້ແກ່ຫໍສະໝຸດແຫ່ງຊາດໃນວັນທີ 4 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ; ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ ພ້ອມດ້ວຍແຂກຖືກເຊີນທັງ 2 ຝ່າຍ.
ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18

ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18

ໃນລະຫວ່າງ ວັນທີ 3-4 ກັນຍາ ຜ່ານມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18 (AMME 18) ແລະ ກອງປະຊຸຸມລັດພາຄີວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນຄັ້ງທີ 20 (COP20) ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຊຶ່ງຈັດຂຶ້ນທີ່ ປະເທດມາເລເຊຍ, ກອງປະຊຸມດັ່ງກ່າວ ປະກອບມີບັນດາລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມ, ເລຂາທິການໃຫຍ່ອາຊຽນ, ບັນດາປະເທດຄູ່ຮ່ວມອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ພາຍໃຕ້ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ

ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ ໃນວັນທີ 8 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ, ໂດຍທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢູນນານ, ພ້ອມພະນັກງານສໍານັກງານກຸ່ມໜັງສືພິມລາຍວັນຢຸນນານໃຫ້ກຽດຕ້ອນຮັບເປັນຢ່າງດີ.
ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຂໍ່ານັບປະທານປະເທດກູບາ

ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຂໍ່ານັບປະທານປະເທດກູບາ

ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດສ-ກາແນນ ເບມຸເດັດສ (Miguel Díaz-Canel Bermúdez) ປະທານປະເທດແຫ່ງ ສ ກູບາ ໃນໂອກາດມາຢ້ຽມຢາມ ສປປ ລາວ ລະຫວ່າງ ວັນທີ 6-7 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ