ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026

ລາວ-ຈີນ ຈັດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026
ກິດຈະກໍາວັດທະນະທໍາບຸນ ກູດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026, ງານດື່ມນໍ້າ ຊາຫຼວງພະບາງ ແລະ ຖະແຫຼງຂ່າວ ເດັ່ນ 10 ຂ່າວໃນຂອບການຮ່ວມມື ແມ່ນໍ້າຂອງລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ແຂວງຫຼວງພະບາງ ໂດຍ ມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ຮອງປະທານຜູ້ປະຈໍາ ການສະພາທິດສະດີສູນກາງພັກ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງ ການພິມຈຳໜ່າຍພາສາຕ່າງປະເທດ ຈີນ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 1
 

 

ໃນພິທີ, ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ປັດຈຸບັນສອງ ປະເທດລາວ-ຈີນ ໄດ້ຮັບການຊຸກຍູ້ ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ ເນື່ອງ ການພົວພັນຮ່ວມມືໄດ້ຂະ ຫຍາຍກວ້າງອອກຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງ ທີ່ເປັນມິດໄວ້ ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບ ການຍົກລະດັບເປັນ “ຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ”.

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 2
 

ເວົ້າສະເພາະການຮ່ວມມືດ້ານສື່ມວນຊົນ ໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ການສ້າງຄູ່ຮ່ວມ ຊາຕາກຳລາວ-ຈີນ. ຊຸມປີມໍ່ໆມານີ້, ສື່ມວນຊົນລາວ ແລະ ອົງການສື່ມວນ ຊົນຈີນໃນທຸກລະດັບໄດ້ສ້າງຕັ້ງສາຍ ພົວພັນຮ່ວມມືທີ່ແໜ້ນແຟ້ນ ແລະ ມີ ປະສິດທິພາບສູງ, ການພົວພັນຮ່ວມມື ໄດ້ເຮັດໃຫ້ລະດັບຄວາມຊຳນານຂອງສື່ມວນຊົນລາວ ນັບມື້ຍົກສູງຂຶ້ນຢ່າງ ເດັ່ນຊັດ. ໃນນັ້ນ, ການຮ່ວມມືລະ ຫວ່າງສື່ມວນຊົນລາວ ແລະ ສື່ມວນ ຊົນແຂວງຢຸນນານ ໄດ້ຮັບການຍົກລະ ດັບຢ່າງຮອບດ້ານ.

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 3
 

ພວກເຮົາໄດ້ຮ່ວມກັນຈັດກິດຈະກຳແລກປ່ຽນວັດທະນະທຳພາຍໃຕ້ຫົວຂໍ້:“ແມ່ນໍ້າສາຍດຽວກັນ, ກົມກຽວ ດັ່ງຄອບຄົວດຽວກັນ”. ພ້ອມນີ້, ກໍໄດ້ ຈັດເວທີປຶກສາຫາລືການຮ່ວມມືສື່ ມວນຊົນໃນຫົວຂໍ້ ໜຶ່ງແລວ ໜຶ່ງເສັ້ນ ທາງ ແລະ ອື່ນໆ, ວາລະສານຈຳປາ ແລະ ສື່ມວນຊົນທາງການເຊັ່ນ: ໜັງ ສືພິມປະຊາຊົນ ໄດ້ຮ່ວມກັນວາງແຜນ ການລາຍງານຂ່າວໃນຫົວຂໍ້ສະເພາະ, ສະຖານີໂທລະພາບແຫ່ງຊາດລາວ ໄດ້ຮ່ວມກັບສູນການສື່ສານສາກົນ ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນ ອອກສ່ຽງໃຕ້ ແຂວງຢຸນນານ, ບໍລິ ສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອງພະລັງງານສາກົນ ຈຳກັດ ເພື່ອເປີດຕົວລາຍການຂໍ້ມູນ ຂ່າວສານດ້ວຍພາສາມື ສຳລັບຄົນພິ ການຫູໃນລາວ, ເລົ່າເລື່ອງການຮ່ວມມື ລະຫວ່າງລາວ-ຈີນ ຢ່າງມີຊີວິດຊີວາ, ສະຖານີວິທະຍຸ ແລະ ໂທລະພາບ ແຂວງຢຸນນານ ແລະ ສື່ມວນຊົນລາວ ໄດ້ຮ່ວມກັນຜະລິດ ແລະ ອອກອາ ກາດລາຍການຜົນງານຮູບເງົາ ແລະ ໂທລະພາບຕ່າງໆ ເຮັດໃຫ້ຊີວິດວັດ ທະນະທຳຂອງປະຊາຊົນສອງຝ່າຍມີ ຄວາມອຸດົມສົມບູນຂຶ້ນ.

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 4
 

ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືດ້ານການເລົ່າເລື່ອງ, ແນະນຳໃຫ້ສື່ ມວນຊົນລາວ-ຈີນ ສຸມໃສ່ຫົວຂໍ້ສຳຄັນ ຕ່າງໆ; ເພີ່ມທະວີການພົວພັນແລກ ປ່ຽນວັດທະນະທຳໃຫ້ຫຼາຍຂຶ້ນ, ສຸມ ໃສ່ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 5
 

ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ລະ ຫວ່າງປະຊາຊົນສອງຊາດໃຫ້ເລິກ ເຊິ່ງ, ຂະຫຍາຍເນື້ອໃນການແລກ ປ່ຽນວັດທະນະທໍາກ້າວໄປຂ້າງໜ້າ, ດໍາເນີນການຮ່ວມມືຢ່າງເຕັມສ່ວນໃນຂົງເຂດຕ່າງໆເຊັ່ນ: ຮູບເງົາ ແລະ ໂທ ລະພາບ, ສຳນັກພິມ, ການສະແດງສິ ລະປະວັດທະນະທຳ ແລະ ການຄົ້ນ ຄວ້າທາງວິຊາການ

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 6
 

ເພື່ອເຮັດໃຫ້ບົດ ບາດການຂັບເຄື່ອນຂອງທາງລົດໄຟ ລາວ-ຈີນ ຊຶ່ງເປັນເສັ້ນທາງແຫ່ງ ຄວາມສຸກ, ເສັ້ນທາງແຫ່ງການພັດທະ ນາ ແລະ ເສັ້ນທາງແຫ່ງມິດຕະພາບ ມີຄວາມໂດດເດັ່ນຍິ່ງຂຶ້ນ; ບຳລຸງ-ສ້າງ ຊາວໜຸ່ມທີ່ເປັນກຳລັງແຮງສຳຄັນ ຂອງຊາດໃຫ້ມີການພັດທະນາຢ່າງ ຮອບດ້ານ, ສືບຕໍ່ລົງເລິກການຮ່ວມມື ຕົວຈິງໃນຂົງເຂດຕ່າງໆເຊັ່ນ: ເຕັກໂນ ໂລຊີສື່ມວນຊົນ, ການບຳລຸງສ້າງບຸກ ຄະລາກອນ, ການຝຶກອົບຮົມຕາມ ຫົວຂໍ້ສະເພາະ ແລະ ອື່ນໆ.

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 7
 

ກິດຈະກໍາ ໃນຄັ້ງນີ້, ຍັງມີພິທີເປີດກິດຈະກໍາ ແລກປ່ຽນວັດທະນະທໍາເນື່ອງໃນໂອ ກາດການສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 65 ປີ ໃນຫົວຂໍ້: ກ້າວໄປຂ້າງໜ້າ; ຮັບຊົມສິລະປະວັດ ທະນະທໍາລາວ-ຈີນສິບສອງປັນນາ ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ເປັນຢ່າງດີ.

ລາວ-ຈນ ຈດກດຈະກຳວດທະນະທຳບນກດຈນກາວເຂາສລາວ ໃນຫວຂ: ກາວໄປຂາງໜາປ 2026 - image 8
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ