ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ
ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສີລິລາດທົງສິນ ທອງເພັງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເປັນຂີດໝາຍສໍາຄັນໃນການເຕົ້າໂຮມກໍາລັງແຮງ ເພື່ອຮ່ວມກັນຊຸກຍູ້ ແລະ ລົງເລິກການຮ່ວມມືພັດທະນາວຽກງານດ້ານການສຶກສາ, ເສດຖະກິດ-ການຄ້າ ແບບຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄື ນະຄອນຫຼວງວຽງຈັນ ແລະ ແຂວງເສສວນ ຊຶ່ງມີເປົ້າໝາຍເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ການຮ່ວມມືຮອບດ້ານໃນຂົງເຂດການສຶກສາ ແລະ ຂົງເຂດເສດຖະກິດ-ການຄ້າ ໃຫ້ໄດ້ຮັບການຂະຫຍາຍຕົວ ເປັນແຕ່ລະໄລຍະ.

ລາວ-ຈນ ຫາລສງເສມການສກສາ ແລະ ເສດຖະກດ-ການຄາ - image 1
 

ພ້ອມນີ້, ກອງປະຊຸມ ຍັງໄດ້ພ້ອມກັນສົນທະນາ, ປຶກສາຫາລື, ແລກປ່ຽນບົດຮຽນຮ່ວມກັນ, ຖືເປັນອີກໂອກາດໜຶ່ງ ເພື່ອສ້າງເວທີໃຫ້ພາກລັດ, ພາກເອກະຊົນ ກໍຄື ບັນດານັກທຸລະກິດ ຂອງນະຄອນຫລວງວຽງຈັນ ແລະ ແຂວງເສສວນ ໄດ້ມີໂອກາດ ພົບປະສ້າງສາຍພົວພັນອັນສະໜິດສະໜົມ ກໍຄື ການສ້າງຄູ່ຮ່ວມຍຸດທະສາດ ດ້ານການສຶກສາ, ດ້ານເສດຖະກິດ-ການຄ້າ ຮ່ວມກັນ ເພື່ອປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງສອງພັກສອງລັດ ໂດຍສະເພາະ ກໍແມ່ນ ນະຄອນຫຼວງວຽງຈັນ ແລະ ແຂວງເສສວນ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງຕໍ່ໄປ ພ້ອມກັນແນໃສ່ເຮັດໃຫ້ປະຊາຊົນ ຂອງສອງປະເທດ ໄດ້ມີການພັດທະນາ ໃນຮູບແບບທີ່ທັນສະໄໝ ຂຶ້ນເປັນກ້າວໆ.

ລາວ-ຈນ ຫາລສງເສມການສກສາ ແລະ ເສດຖະກດ-ການຄາ - image 2
 

ທ່ານ ສີລິລາດທົງສິນ ທອງເພັງ ໄດ້ໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ທັດສະນະໃນການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ແມ່ນສ້າງໃຫ້ເປັນຫົວໜ່ວຍຍຸດທະສາດໜຶ່ງທີ່ເຂັ້ມແຂງ ຂອງປະເທດເປັນສູນກາງທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການສຶກສາ, ຄວາມອັດສະລິຍະວິທະຍາສາດ-ເຕັກໂນໂລຊີ ແລະ ການເຊື່ອມໂຍງກັບພາກພື້ນ-ສາກົນ, ສ້າງ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງທຸກບ້ານໃຫ້ເປັນບ້ານພັດທະນາ.

ລາວ-ຈນ ຫາລສງເສມການສກສາ ແລະ ເສດຖະກດ-ການຄາ - image 3
 

ພ້ອມນີ້, ນະຄອນຫຼວງວຽງຈັນ ໄດ້ສ້າງທຸກເງື່ອນໄຂທີ່ເອື້ອອຳນວຍ ແລະ ເປີດໃຫ້ນັກລົງທຶນ ທີ່ເປັນບຸກຄົນ ຫຼື ນິຕິບຸກຄົນຕ່າງປະເທດ ສາມາດລົງທຶນເຂົ້າໃນປະເພດກິດຈະການຕ່າງໆເພີ່ມຂຶ້ນ ໂດຍສະເພາະແມ່ນທຸລະກິດ ທີ່ໄດ້ສະຫງວນໄວ້ ສຳລັບ ພົນລະເມືອງລາວ ຊຶ່ງແຕ່ກ່ອນບໍ່ອະນຸຍາດໃຫ້ນັກລົງທຶນ ຕ່າງປະເທດເຮັດໄດ້, ປັດຈຸບັນ ບຸກຄົນ ຫຼື ນິຕິບຸກຄົນຕ່າງປະເທດ ສາມາດລົງທຶນໄດ້ ແຕ່ຕ້ອງປະຕິບັດໃຫ້ສອດຄ່ອງກັບເງື່ອນໄຂສະເພາະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍ ທີ່ກ່ຽວຂ້ອງເຊັ່ນ: ທຸລະກິດການຄ້າຂາຍຍົກ-ຂາຍຍ່ອຍ; ສູນການຄ້າ, ຮ້ານສັບພະສິນຄ້າ ແລະ ອຸດສາຫະກຳປຸງແຕ່ງ; ການຜະລິດຢາປົວພະຍາດ, ຜະລິດເຄມີ ເພື່ອໃຊ້ປຸງແຕ່ງຢາ ແລະ ຜະລິດຕະພັນການຢາຈາກພືດ, ທຶນຈົດທະບຽນວິສາຫະກິດ ແຕ່ 1 ຕື້ກີບຂຶ້ນໄປ ສາມາດຖືຮຸ້ນໄດ້ 49%. ນອກຈາກນັ້ນ, ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການສົ່ງອອກຢ່າງແຂງແຮງຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຍັງໄດ້ປັບປຸງຂອດການບໍລິການໃຫ້ກະທັດຮັດວ່ອງໄວ ເປັນຕົ້ນ ແມ່ນການນຳເຂົ້າ-ສົ່ງອອກ, ການຄ້າຊາຍແດນ ແລະ ຜ່ານແດນຕ່າງໆ.

(ຂ່າວ: ທະນູທອງ, ພາບ: ຂັນໄຊ)

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ