ລາວ-ຫວຽດນາມ ພົບປະສອງຝ່າຍ ແລກປ່ຽນບົດຮຽນການແກ້ໄຂຄຳຮ້ອງຂອງປະຊາຊົນ

ລາວ-ຫວຽດນາມ ພົບປະສອງຝ່າຍ ແລກປ່ຽນບົດຮຽນການແກ້ໄຂຄຳຮ້ອງຂອງປະຊາຊົນ

ລາວ-ຫວຽດນາມ ພົບປະສອງຝ່າຍ ແລກປ່ຽນບົດຮຽນການແກ້ໄຂຄຳຮ້ອງຂອງປະຊາຊົນ
ສະຫາຍ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ເຢືອງ ແທງ ບິ່ງ ຫົວໜ້າຄະນະຄຳຮ້ອງຂອງປະຊາຊົນ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 18 ຕຸລາຜ່ານມາ ທີ່ ນະຄອນຫຼວງວຽງຈັນ.

ສະຫາຍ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຜົນສຳເລັດການຮ່ວມມື 2 ຝ່າຍ ແລະ ແຈ້ງສະພາບການພົ້ນເດັ່ນ ຂອງ ສປປ ລາວ ແລະ ຂອງສະພາແຫ່ງຊາດລາວ ໂດຍຫຍໍ້ໃຫ້ຝ່າຍຫວຽດນາມໄດ້ຮັບຊາບ; ພ້ອມທັງ ເຫັນດີເປັນເອກະພາບຕໍ່ການຕີລາຄາ ຂອງສອງສະຫາຍປະທານສະພາແຫ່ງຊາດລາວ ແລະ ປະທານສະພາແຫ່ງຊາດ ຫວຽດນາມ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິບັນຍັດ ນັບມື້ນັບໜັກແໜ້ນ ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ.

ການພົບປະຄັ້ງນີ້, ທັງສອງກຳມາທິການຍັງໄດ້ມີຄໍາເຫັນ ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບ ວຽກງານແກ້ໄຂຄໍາຮ້ອງຂອງປະຊາຊົນ, ຊຶ່ງບັນຫາດັ່ງກ່າວ ທັງສອງຝ່າຍຍັງຈະໄດ້ສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນກ່ຽວກັບວຽກງານດັ່ງກ່າວ ລະອຽດນໍາກັນ ໃນຕໍ່ໜ້າ.

ສະຫາຍ ເຢືອງ ແທງ ບິ່ງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ທັງແຈ້ງໃຫ້ຊາບການຈັດຕັ້ງປະຕິບັດວຽກງານຂອງຕົນ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ທັງຢັ້ງຢືນຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ເວົ້າລວມ, ເວົ້າສະເພາະ ແມ່ນ ລະຫວ່າງ ສອງກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ຄະນະຄຳຮ້ອງຂອງປະຊາຊົນ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ ແລະ ເປັນຮູບປະທໍາ.

(ຂ່າວ: ສພຊ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ຈະ​ຕິດ​ຕັ້ງ​ຊິງ​ຊັ່ງ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ ດ່ານ​ສາ​ກົນ​ແດນ​ສະ​ຫວັນ

ຈະ​ຕິດ​ຕັ້ງ​ຊິງ​ຊັ່ງ​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ ດ່ານ​ສາ​ກົນ​ແດນ​ສະ​ຫວັນ

ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ໄດ້​ອະ​ນຸ​ມັດ​ໃຫ້​ບໍ​ລິ​ສັດ ວົງ​ສະ​ຫວັນ ໂລ​ຈິ​ສ​ຕິກ ຈຳ​ກັດ​ຜູ້​ດຽວ, ບໍ​ລິ​ສັດ ດາວ​ສະ​ຫວັນ ຈຳ​ກັດ ແລະ ບໍ​ລິ​ສັດ ທະ​ວີ​ສັກ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ​ຈຳ​ກັດ​ຜູ້​ດຽວ ​ລົງ​ທຶນ​ຕິດ​ຕັ້ງ​​ຊິງ​ຊັ່ງ​​ທີ່​ທັນ​ສະ​ໄໝ ແລະ ພັດ​ທະ​ນາ​​ສະ​ຖາ​ນີຄ່ຽນ​ຖ່າຍ​ສິນ​ຄ້າ ຢູ່​ດ່ານ​ສາ​ກົນ​ແດນ​ສະ​ຫວັນ ເມືອງ​ເຊ​ໂປນ ແຂວງ​ສະ​ຫວັນະ​ເຂດ.
ຖະແຫຼງຂ່າວກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ

ຖະແຫຼງຂ່າວກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາ ແຫ່ງຊາດໄດ້ຖະແຫຼງຂ່າວຕໍ່ສືມວນຊົນກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານ ໃນວັນທີ 6 ມິຖຸນານີ້ ທີ່ສະພາແຫ່ງຊາດວ່າ: ເຫັນດີຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ ຈໍານວນ 9 ທ່ານ ຍິງ 2 ທ່ານ ດັ່ງນີ້:
ທ່ານນາຍົກ ຕ້ອນຮັບຄະນະຜູ້ແທນສານສູງສຸດປະເທດມາເລເຊຍ

ທ່ານນາຍົກ ຕ້ອນຮັບຄະນະຜູ້ແທນສານສູງສຸດປະເທດມາເລເຊຍ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະຜູ້ແທນສານສູງສຸດ ແຫ່ງປະເທດມາເລເຊຍ, ນຳໂດຍ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ເຂົ້າຢ້ຽມຂໍ່ານັບໃນວັນທີ 6 ມິຖຸນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນານີ້.
ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ  ແລະ ວັນສິ່ງແວດລ້ອມແຫ່ງຊາດ

ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດ ລ້ອມແຫ່ງຊາດໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງປີນີ້ວັນສິ່ງແວດລ້ອມໂລກແມ່ນຄົບຮອບ 52 ປີ ແລະວັນສິ່ງແວດລ້ອມແຫ່ງຊາດແມ່ນຄົບຮອບ 26 ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ
ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ປະທານປະເທດ ພົບປະກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru) ນາຍົກລັກຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ​ໃນ​ວັນ​ທີ 29 ພຶດ​ສະ​ພານີ້ ທີ່​ປະ​ເທດ​ຍີ່​ປຸ່ນ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ​ຕໍ່ ທ່ານ ອິຊິບະ ຊິເງະຣຸ ທີ່ໄດ້ໃຫ້​ການຕ້ອນຮັບຄະນະຜູ້ແທນ ສ​ປ​ປ ລາວ ຢ່າງອົບອຸ່ນໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ທີ່ຈັດໂດຍສຳນັກໜັງສືພິມ ນິເກອິ ປະເທດຍີ່ປຸ່ນ.
ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

­ ບັນດາທ່ານ ທີ່ນັບຖື, ­ ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ, ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ
ລັດຖະບານ ພິຈາລະນາ 7 ຫົວຂໍ້ສຳຄັນ ໃນກອງປະຊຸມປະຈໍາເດືອນນີ້

ລັດຖະບານ ພິຈາລະນາ 7 ຫົວຂໍ້ສຳຄັນ ໃນກອງປະຊຸມປະຈໍາເດືອນນີ້

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນພຶດສະພາ2025ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ29 ພຶດສະພານີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງແລະນະຄອນຫຼວງວຽງຈັນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາແລະທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ2025.
ນາຍົກລັດຖະມົນຕີລາວ - ຫວຽດນາມ ພົບປະປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມື

ນາຍົກລັດຖະມົນຕີລາວ - ຫວຽດນາມ ພົບປະປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມື

ໃນຕອນບ່າຍຂອງວັນທີ 26 ພຶດສະພາ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ; ສະຫາຍສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ - ຫວຽດນາມ
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ໃນຕອນເຊົ້າວັນທີ 28 ພຶດສະພາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ລະຫວ່າງວັນທີ 27 ຫາ 29 ພຶດສະພາ 2025.
ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າອົງການໄອຍະການສູງສຸດ ສ ຣັດເຊຍ

ໃນຕອນເຊົ້າວັນທີ 28 ພຶດສະພາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສູດ ສ ຣັດເຊຍ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 27-29 ພຶດສະພາ 2025.
ເພີ່ມເຕີມ