![]() |
ໃນວັນທີ 15 ກໍລະກົດ ນີ້ ຄະນະຜູ້ແທນທັງສອງຝ່າຍໄດ້ພົບປະ ແລະ ແຈ້ງສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ, ຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງຝ່າຍ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 31 ກໍລະກົດ 2024 ທີ່ນະຄອນຫຼວງພະນົມເປັນ ຣາຊະອານາ ຈັກກໍາປູເຈຍໃຫ້ກັນຊາບ. ການຈັດກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະການຄ້າຂາຍຢາເສບຕິດຢ່າງມີປະສິດທິຜົນ ແລະ ບັນຫາອື່ນໆຈໍານວນໜຶ່ງ ດ້ວຍບັນຍາກາດອັນອົບອຸ່ນສະໜິດສະໜົມ ແລະ ໄມຕີຈິດມິດຕະພາບອັນດູດດື່ມປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີອັນເປັນມູນເຊື້ອຂອງສອງປະເທດ ສປປ ລາວ - ຣາຊະອານາ ຈັກກໍາປູເຈຍ ເວົ້າລວມສາຍພົວພັນການພັດທະນາ ແລະ ການຮ່ວມມືວຽກງານໄອຍະການລະຫວ່າງອົງການໄອຍະການແຫ່ງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ເປັນຢ່າງດີ.
![]() |
ໂອກາດນີ້, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮ່ວມລົງນາມເຊັນບົດບັນທຶກສອງຝ່າຍດັ່ງນີ້: 1. ຄູ່ພາຄີ ເຫັນດີສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂັ້ນວິຊາການສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບເພື່ອຮັກສາ ແລະ ເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນລະຫວ່າງອົງການໄອຍະການສອງຝ່າຍ ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ ເວັ້ນເສຍແຕ່ໃນກໍລະນີຈໍາເປັນອາດຈະມີການແລກປ່ຽນການຢ້ຽມຢາມປີລະຄັ້ງກໍໄດ້; 2. ຄູ່ພາຄີເຫັນດີຈັດກອງປະຊຸມອົງການໄອຍະການລາວ-ກໍາປູເຈຍເພື່ອສົ່ງເສີມການຮ່ວມມືຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າ ພາບ ພ້ອມທັງຈັດກອງປະຊຸມຝຶກອົບຮົມອື່ນໆ ເພື່ອແລກປ່ຽນປະສົບການ, ຂໍ້ມູນຂ່າວສານກ່ຽວກັບກົດໜາຍ, ບົດຮຽນທີ່ດີ, ບັນຫາທີ່ພົ້ນເດັ່ນໃນປັດຈຸບັນ. ໃນການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ແລະ ຫົວຂໍ້ອື່ນໆ ທີ່ຄູ່ພາຄີມີຄວາມສົນໃຈ; 3. ຄູ່ພາຄີ ເຫັນດີເພີ່ມທະວີການພົວພັນຮ່ວມມືໃນວຽກງານຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ, ຄໍາຮ້ອງຂໍການຮ່ວມມືຈາກສອງຝ່າຍຈະຕ້ອງໄດ້ຮັບການແກ້ໄຂຢ່າງທັນການ ແລະ ມີປະສິດ ທິພາບ; 4. ຄູ່ພາຄີ ເຫັນດີອໍານວຍຄວາມສະດວກໃຫ້ແກ່ອົງການໄອຍະການທ້ອງຖິ່ນ, ແຂວງທີ່ມີຊາຍແດນຕິດຈອດເພື່ອສ້າງ ແລະ ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນ ຮັບປະກັນການຊ່ວຍເຫຼືອແຈ້ງໃຫ້ກັນຊາບໂດຍໄວ ກ່ຽວກັບການລະເມີດກົດໝາຍ ແລະ ອາຊະຍາກໍາໃນຂອບເຂດສິດອໍານາດຂອງຕົນ ພ້ອມທັງປຶກສາຫາລືບັນດາມາດຕະການຕ່າງໆ ໃນການແກ້ໄຂສະພາບການດັ່ງກ່າວ; 5. ຄູ່ພາຄີ ສາມາດຂະຫຍາຍກິດຈະກໍາການຮ່ວມມືໃນຂອບທີ່ບໍ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້.
ຂ່າວ-ພາບ: ຍຸພິນທອງ
ຄໍາເຫັນ