ໃນວັນທີ 29 ຕຸລາ ຜ່ານມາ ທີ່ຜາມໄຊເມືອງທ່າແຂກ ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ໄດ້ມອບເງິນສົດຈໍານວນ 300 ລ້ານກີບ, ໃຫ້ຄະນະກໍາມະການຈັດງານບຸນປະເພນີອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈໍາປີ 2023 ເພື່ອເປັນການປະກອບສ່ວນ ແລະ ຊຸກຍູ້ດ້ານງົບປະມານເຂົ້າໃນງານດັ່ງກ່າວໃຫ້ມີຜົນສໍາເລັດດ້ວຍດີ, ເປັນກຽດຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມອບໂດຍ ທ່ານ ຫວາງ ເຕີສວນ ຜູ້ອໍານວຍການ ບໍລິສັດ ລາວຄາຍຢວນບໍ່ແຮ່ຈຳກັດ,
ທາງ ບໍລິສັດ ລາວຄາຍຢວນ ຍັງໄດ້ສະໜັບສະໜູນເຮືອຊ່ວງປະເພດ 50-55 ສີພາຍ: ມັງກອນຄາຍຢວນ (ປກຊ ແຂວງ)ເຂົ້າຮ່ວມແຂ່ງຂັນ ແລະ ຜ່ານການແຂ່ງຂັນ ແລະ ສາມາດຍາດໄດ້ທີ 2 ຂອງການແຂ່ງຂັນໃນງານຄັ້ງນີ້ອີກດ້ວຍ.
ໃນວັນດຽວກັນ ທະນາຄານພັດທະນາລາວ (LDB ) ມອບເງິນ 292 ລ້ານກີບ ປະກອບສ່ວນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ເປັນກຽດຮັບໂດຍ ທ່ານ ວັນໄຊ ພອງສະຫວັນ, ມອບໂດຍ ທ່ານ ພຸດທະວີໄຊ ບຸດດາວົງ ຜູ້ອໍານວຍທະນາຄານພັດທະນາລາວ ຈໍາກັດ.
ຂ່າວ-ພາບ: ມະນີວັນ
ຄໍາເຫັນ