ລັດຖະບານ ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫຼີກມີຄຸນນະພາບ

ລັດຖະບານ ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫຼີກມີຄຸນນະພາບ
ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫຼີກມີຄຸນນະພາບ ແລະ ເທົ່າທຽມກັບຕົວເມືອງ ທັງເປັນການດຶງດູດຈິດໃຈໃຫ້ເດັກນ້ອຍນັກຮຽນຢາກມາສຶກສາຮໍ່າຮຽນ ເພື່ອຫຼຸດຜ່ອນການປະລະການຮຽນ, ການອອກໂຮງຮຽນກາງປີ.

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດຜ່ານມາ, ທີ່ສະພາແຫ່ງຊາດ ວ່າ: ຜົນສໍາເລັດ ແລະ ບົດຮຽນທີ່ສໍາຄັນຂອງການແກ້ໄຂບັນຫານັ້ນ ແມ່ນການປະກອບສ່ວນທີ່ສໍາຄັນ, ເປັນເຈົ້າການຂອງອໍານາດການປົກຄອງທ້ອງຖິ່ນ (ເມືອງ, ບ້ານ), ພໍ່ແມ່ຜູ້ປົກຄອງ ແລະ ອໍານວຍການ, ຄູ-ອາຈານແຕ່ລະແຫ່ງ. ໃນຕໍ່ໜ້າຄວນສຸມໃສ່ຕື່ມເຊັ່ນ:

1) ສຸມໃສ່ການຂະຫຍາຍ ແລະ ສະໜອງອາຫານທ່ຽງໃນໂຮງຮຽນໃຫ້ທົ່ວເຖິງເຂດຫ່າງໄກສອກຫຼີກ; ສ້າງຄວາມຮູ້ໃຫ້ໂຮງຮຽນ ແລະ ຊຸມຊົນທ້ອງຖິ່ນໃນການຜະລິດກະສິກຳພາຍໃນບ້ານເພື່ອມາສະໜອງເປັນວັດຖຸດິບໃຫ້ແກ່ອາຫານທ່ຽງ ເພື່ອຄວາມຍືນຍົງ, ສົ່ງເສີມຄວາມຮູ້ດ້ານໂພຊະນາການ ແລະ ສຸຂະອະນາໄມ ແລະ ຄວາມປອດໄພຂອງອາຫານ ເພື່ອໃຫ້ເດັກມີສຸຂະພາບແຂງແຮງ ພ້ອມທີ່ຈະມາຮຽນ;

2) ສຸມໃສ່ການປັບປຸງຫຼັກສູດການຮຽນ-ການສອນຊັ້ນກຽມປະຖົມ (ກຸ່ມຮຽນຜ່ານການຫຼິ້ນ, ຫຼັກສູດພັກແລ້ງ 10 ອາທິດ) ໃຫ້ເຊື່ອມຕໍ່ກັບ ປ1 ໂດຍສະເພາະໃນຊັ້ນປະຖົມ ກໍຄື ການຂະຫຍາຍການຮຽນຊັ້ນປະຖົມໃຫ້ມີຮອດຊັ້ນ ປ6 ເພື່ອສ້າງພື້ນຖານທີ່ເຂັ້ມແຂງໃຫ້ເດັກກ່ອນຂຶ້ນຮຽນໃນຊັ້ນມັດທະຍົມ;

3) ສ້າງຄວາມເຂັ້ມແຂງໃຫ້ສູນການສຶກສານອກໂຮງຮຽນ ເພື່ອຮັບຮອງນັກຮຽນທີ່ຕົກລົ່ນ ແລະ ປະລະການຮຽນຈາກໃນລະບົບ ພ້ອມທັງຝຶກອົບຮົມວິຊາຊີບຂັ້ນພື້ນຖານ;

4) ຊຸກຍູ້ການສ້າງຫ້ອງສະໝຸດໃຫ້ເປັນສູນການອ່ານ ແລະ ຮຽນຮູ້ ເພື່ອສ້າງບັນຍາກາດການຮຽນໃຫ້ໜ້າສົນໃຈ ແລະ ສົ່ງເສີມການສຶກສາຮຽນຮ່ວມ ເພື່ອໃຫ້ເດັກທຸກກຸ່ມ, ທຸກສະພາບຮ່າງກາຍ ແລະ ຊົນເຜົ່າ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ;

5) ເພີ່ມທະວີການສະໜອງເບ້ຍລ້ຽງໃຫ້ນັກຮຽນຈາກຄອບຄົວທຸກຍາກ, ເດັກຂາດໂອກາດ ແລະ ນັກຮຽນພິການ ໃຫ້ໄດ້ຮັບການສຶກສາຢ່າງສະເໝີພາບ ລວມເຖິງການກໍ່ສ້າງຫໍພັກນັກຮຽນ ແລະ ສະໜອງສິ່ງອໍານວຍຄວາມສະດວກທີ່ຈໍາເປັນຢູ່ໃນເຂດຫ່າງໄກສອກຫຼີກ ເພື່ອຫຼຸດຜ່ອນອຸປະສັກໃນການເດີນທາງມາຮຽນ ແລະ ປ້ອງກັນການປະລະການຮຽນ;

6) ຊຸກຍູ້ການມີສ່ວນຮ່ວມຂອງຊຸມຊົນ, ຜ່ານການເພີ່ມບົດບາດຂອງຄະນະພັດທະນາການສຶກສາຂັ້ນບ້ານ ໃຫ້ເຂົ້າມາມີສ່ວນຮ່ວມວາງແຜນພັດທະນາໂຮງຮຽນ ແລະ ຊຸກຍູ້ໃຫ້ສະຖາບັນຄອບຄົວ ຕິດຕາມລູກຫຼານບໍ່ໃຫ້ປະລະການຮຽນ. ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍປົກປ້ອງເດັກ ແລະ ວຽກງານຕ້ານການຄ້າມະນຸດໃນໂຮງຮຽນ ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ນັກຮຽນ;

7) ຍົກສູງລະບົບການນິເທດພາຍໃນ ໂດຍສ້າງຄວາມເຂັ້ມແຂງໃຫ້ລະບົບກຸ່ມໂຮງຮຽນ ແລະ ສຶກສາ ຕາແສງ ເພື່ອລົງຕິດຕາມ, ຊ່ວຍເຫຼືອ ແລະ ປະເມີນຜົນການສອນຂອງຄູຢ່າງໃກ້ຊິດ;

8) ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄູ ທັງຊັ້ນກ່ອນໄວຮຽນ ຈົນເຖິງຊັ້ນມັດທະຍົມສຶກສາ ເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກການສອນໃໝ່ໆ;

9) ສະໜອງສື່ ແລະ ອຸປະກອນ ICT ໃຫ້ໂຮງຮຽນ ພ້ອມທັງສົ່ງເສີມໃຫ້ຄູຂັ້ນຮາກຖານ ສາມາດນໍາໃຊ້ແພັລດຟອມດີຈີຕອນ (ເຊັ່ນ: ຄັງປັນຍາລາວ) ເຂົ້າໃນການຮຽນການສອນ ແລະ ການພັດທະນາຕົນເອງ;

10) ສ້າງສື່ການຮຽນ-ການສອນທາງດີຈີຕອນ ແລະ ແພລັດຟອມການຮຽນຮູ້ຕ່າງໆ ເພື່ອນໍາໃຊ້ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ;

11) ຈັດຕັ້ງການປະເມີນຕົນເອງຂອງໂຮງຮຽນ ແລະ ນໍາໃຊ້ມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານພາກ 3 ຢ່າງເຂັ້ມງວດ ເພື່ອວັດແທກປະສິດທິພາບການສອນຂອງຄູ ທີ່ສົ່ງຜົນຕໍ່ການຮຽນຂອງນັກຮຽນ;

12) ກໍານົດນະໂຍບາຍການສົ່ງເສີມ ແລະ ຍ້ອງຍໍຄູດີເດັ່ນ ແລະ ໂຮງ ຮຽນຕົວແບບ ເພື່ອສ້າງແຮງຈູງໃຈໃນການແຂ່ງຂັນພັດທະນາຜົນງານ. (ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ