ລັດຖະບານ ຫວຽດນາມ ຊ່ວຍຍົກລະດັບທາງດ້ານເຕັກນິກໃຫ້ແກ່ວສລ

ລັດຖະບານ ຫວຽດນາມ ຊ່ວຍຍົກລະດັບທາງດ້ານເຕັກນິກໃຫ້ແກ່ວສລ
ພິທີມອບ-ຮັບໂຄງການປ່ຽນຖ່າຍອຸປະກອນ ແລະ ຍົກລະດັບທາງດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ)  ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ (ຖວທ) ແລະ ວິທະຍຸກະຈາຍສຽງ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 30 ມັງກອນນີ້ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂດຍມີ ທ່ານ ໂພສີ ແກ້ວມະນີວົງຮອງລັດຖະມົນຕີກະຊວງຖວທ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ເຈີ່ນ ມິງ ຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV), ມີຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ  ແລະ ພະນັກງານພາຍໃນ ວສລ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການໃຫຍ່ ວສລ ໄດ້ລາຍງານວ່າ: ໂຄງການປ່ຽນຖ່າຍອຸປະກອນ ແລະ ຍົກລະດັບດ້ານເຕັກນິກໃຫ້ແກ່ ວສລ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມໃນຄັ້ງນີ້ ມີມູນຄ່າທັງໝົດ 198.000.000.000 ດົງ (ສະກຸນເງິນຫວຽດນາມ), ເປັນໂຄງການໃຫຍ່ ແລະ ມີມູນຄ່າສູງສໍາລັບຂົງເຂດ ຖວທ, ໂດຍສະເພາະແມ່ນໃຫ້ ວສລ ຊຶ່ງເປັນການຍົກລະດັບອຸປະກອນເຕັກນິກ, ຄວາມອາດສາມາດໃນການກະຈາຍສຽງທັງຮູບແບບເກົ່າ ແລະ ຮູບແບບໃໝ່ທຽບທັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ເປັນການປະກອບສ່ວນສໍາຄັນໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ໃຫ້ກວ້າງຂວາງທົ່ວເຖິງທັງຢູ່ພາຍໃນ ແລະ ຕ່າງປະເທດ.ການລົງທຶນທັງໝົດ ເປັນຕົ້ນແມ່ນລົງທຶນໃໝ່ລະບົບເຄື່ອງສົ່ງ FM ເພື່ອຍົກສູງຄຸນນະພາບ ແລະ ເປີດກວ້າງຂອບເຂດການກະຈາຍສຽງໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ ແລະ ເຂດໃກ້ຄຽງ, ລົງທຶນໃໝ່ລະບົບເຄື່ອງສົ່ງດ້ວຍການນໍາໃຊ້ລະບົບທັນສະໄໝໃນລະບົບອິນເຕີເນັດເພື່ອກະຈາຍສຽງອອກອາກາດລາຍການວິທະຍຸທັງພາຍໃນ ແລະ ຕ່າງປະເທດ, ລະບົບອຸປະກອນສໍາຮອງເພື່ອຮັບປະກັນໃຫ້ບັນດາເຄື່ອງຈັກ,ອຸປະກອນເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປອດໄພ, ຍົກລະດັບ,ປ່ຽນຖ່າຍດ້ານເຕັກໂນໂລຊີບັນດາລະບົບເຄື່ອງຈັກແລະ ອຸປະກອນທີ່ໄດ້ລົງທຶນ ແລະ ອື່ນໆ.
    ສຳລັບການປະກອບ ແລະ ຕິດຕັ້ງອຸປະກອນ ພາຍໃຕ້ໂຄງການດັ່ງກ່າວລວມມີ: ການປັບປຸງຫ້ອງອອກອາກາດ On Air 1 ຫ້ອງ, ຫ້ອງອັດສຽງ 5 ຫ້ອງ, ຫ້ອງຄວບຄຸມໃຫຍ່ (Main Control Room) 1 ຫ້ອງ, ຫ້ອງເຊີເວີ1 ຫ້ອງ, ຫ້ອງກະກຽມລາຍການສໍາລັບອອກອາກາດ 1 ຫ້ອງ, ຫ້ອງອັດໃຫຍ່ (Studio) 1 ຫ້ອງ, ຈັກໄຟຟ້າຂະໜາດ 350 KVA 1 ໜ່ວຍ, ເຄື່ອງສົ່ງ FM 20 KW 1 ຊຸດ, ອຸປະກອນສໍາລັບການສ້ອມແປງເຄື່ອງສົ່ງ FM ສະຖານີເຄືອຂ່າຍສົ່ງຕໍ່ ຢູ່ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ 2 ຊຸດ ແລະ ໄດ້ສໍາເລັດການສ້ອມແປງ,ປ່ຽນຖ່າຍອຸປະກອນສະຖານີເຄືອຂ່າຍທີ່ແຂວງຫຼວງພະບາງ. ນອກຈາກນີ້, ວິທະຍຸກະຈາຍສຽງ ແຫ່ງ ສສ ຫວຽດນາມ ຍັງໄດ້ຊ່ວຍຝຶກອົົບຮົມດ້ານເຕັກນິກໃຫ້ແກ່ວິຊາການຂອງວິທະຍຸກະຈາຍສຽງແຫ່ງຊາດລາວຫຼາຍຄັ້ງ.
 ທ່ານ ເຈິ່ນ ມິງ ຮຸ່ງໄດ້ມີຄໍາເຫັນວ່າ:  ໂຄງການດັ່ງກ່າວນີ້ ຈະປະກອບສ່ວນສໍາຄັນເຮັດໃຫ້ວຽກງານສື່ສານຂອງກະຊວງຖວທລາວ ເວົ້າລວມ, ເວົ້າສະເພາະແມ່ນ ວສລໃນການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວ ແລະ ຂໍ້ມູນຂ່າວສານຕ່າງໆ ໃຫ້ນັບມື້ກ້າວສູ່ຄວາມທັນສະໄໝ, ວ່ອງໄວ, ກວ້າງຂວາງ ແລະ ມີປະສິດທິຜົນກວ່າເກົ່າ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ມີຄໍາເຫັນວ່າ: ໂຄງການປ່ຽນຖ່າຍອຸປະກອນ ແລະ ຍົກລະດັບທາງດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ  ເພື່ອຜັນຂະຫຍາຍແນວທາງຂອງພັກ ແລະ ລັດຖະບານທີ່ຍາມໃດກໍໄດ້ເອົາໃຈໃສ່ວຽກງານການໂຄສະນາ, ການໃຫ້ຂໍ້ມູນຂ່າວສານຕໍ່ສັງຄົມຜ່ານສື່ມວນຊົນ ໂດຍແນໃສ່ປັບປຸງວຽກຖະແຫຼງຂ່າວສື່ມວນຊົນໄປສູ່ລະບົບໃໝ່ທີ່ທັນສະໄໝຊຶ່ງມັນໄດ້ສອດຄ່ອງກັບແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງໄລຍະປີ 2021-2025 ໂດຍສະເພາະແມ່ນຍຸດທະສາດການພັດທະນາວຽກງານຖະແຫຼງຂ່າວສື່ມວນຊົນ ຮອດປີ 2025 ຄື:ພັດທະນາສື່ມວນຊົນລາວໃຫ້ມີຄຸນນະພາບໃໝ່ ແລະ ທັນໄປສູ່ລະບົບດີຈີຕອນຢ່າງເປັນລະບົບຄົບຊຸດ ເພື່ອເຮັດໃຫ້ການກະຈາຍຂໍ້ມູນຂ່າວສານຕ່າງໆ ສາມາດເຂົ້າເຖິງໄດ້ທຸກພື້ນທີ່ທົ່ວປະເທດ. ພ້ອມນີ້ ທ່ານຍັງໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ຖວທແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງທຸກພາກສ່ວນທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຈົນປະສົບຜົນສຳເລັດໃນຄັ້ງນີ້, ພ້ອມທັງກ່າວມອບ ອຸປະກອນເຕັກນິກ,ເຄື່ອງມືຕ່າງໆທີ່ນອນຢູ່ໃນໂຄງການນີ້ ໃຫ້ແກ່ວສລ, ເປັນຜູ້ນໍາໃຊ້ແລະປົກປັກຮັກສາໃຫ້ເກີດປະໂຫຍດສູງສຸດ ແລະນໍາໃຊ້ພ້ອມກັບການປົກປັກຮັກສາໃຫ້ມີຄວາມຍືນຍົງ.
ຈາກນັ້ນ, ທ່ານ ໂພສີ ແກ້ວມະນີວົງໄດ້ມີຄໍາເຫັນຕື່ມວ່າ: ໂຄງການກໍ່ສ້້າງສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ ກໍເພື່ອຜັນຂະຫຍາຍໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍຄືຂອງແຂວງ ໃນການສ້າງສາພັດທະນາປະເທດຊາດ ແລະ ຂໍ້ມູນຂ່າວສານຕ່າງໆ ທີ່ເປັນປະໂຫຍດລົງສູ່ປະຊາຊົນພາຍໃນແຂວງໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ ເພື່ອນຳເອົາປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາເທື່ອລະກ້າວ ນອກຈາກນີ້ ກໍເພື່ອພັດທະນາສື່ມວນຊົນລາວໃຫ້ມີຄຸນນະພາບ, ເປັນລະບົບທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ທັນເຫດການ; ສືບຕໍ່ສ້າງໃຫ້ສື່ມວນຊົນລາວ ເປັນກະບອກສຽງອັນແຫຼມຄົມຂອງ ພັກ-ລັດ ທັງລວງເລິກ ແລະ ລວງກວ້າງ ມີຄວາມຫຼາກຫຼາຍທັງຄົບຖ້ວນດ້ານເນື້ອໃນ, ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຢ່າງຮອບດ້ານ.
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ