ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ລັດຖະບານ ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ແບບຮັດກຸມຫຼາຍຂຶ້ນ

ລັດຖະບານ ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ແບບຮັດກຸມຫຼາຍຂຶ້ນ
ໂດຍ: ວັນເພັງ ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແຜນການລົງທຶນ ປະຈໍາປີ 2025, ແຜນງົບປະມານ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຈໍາປີ 2025; ການດັດແກ້ງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ລັດຖະບານ ໄດ້ເພີ່ມທະວີການຄວບຄຸມອັດຕາເງິນເຟີ້ ດ້ວຍການປະຕິບັດນະໂຍບາຍເງິນຕາແບບຮັດກຸມຫຼາຍຂຶ້ນ, ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອບໍ່ໃຫ້ອັດຕາແລກປ່ຽນຜັນຜວນແຮງ, ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ, ຄົ້ນຄວ້າສ້າງລະບົບຄວບຄຸມລາຄາສິນຄ້າ, ນໍາໃຊ້ນະໂຍບາຍທາງດ້ານການຄ້າ ເພື່ອຈໍາກັດການນໍາເຂົ້າສິນຄ້າຟຸ່ມເຟືອຍ ແລະ ພາຫະນະທາງບົກທີ່ມີມູນຄ່າ ນັບແຕ່ 50,000 ໂດລາ ຂຶ້ນໄປ. ຄຽງຄູ່ກັບການເຂັ້ມງວດຕ້ານ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າອັດຕາເງິນເຟີ້ ແມ່ນຫຼຸດລົງຫຼາຍ, ສະເລ່ຍ 10 ເດືອນຢູ່ໃນລະດັບ 24.4% ຊຶ່ງໃນທ້າຍປີ 2024 ຄາດວ່າຈະບໍ່ເກີນ 20% (ອັດຕາເງິນເຟີ້ສະເລ່ຍ ປີ 2023 ແມ່ນ 31.23%); ສາມາດຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບຫຼາຍຂຶ້ນ. ໃນນີ້, ສາມາດຄວບຄຸມປະລິມານເງິນ M2 ໂດຍສະເພາະອົງປະກອບປະລິມານເງິນ ທີ່ເປັນເງິນກີບໄດ້ໃນລະດັບແນ່ນອນພໍສົມຄວນ ດ້ວຍການນໍາໃຊ້ອັດຕາດອກເບ້ຍອ້າງອີງຂອງທະນາຄານ ແຫ່ງສປປ ລາວ(ທຫລ), ການພິມຈຳໜ່າຍພັນທະບັດ ແລະ ລວມສູນບັນຊີຄັງເງິນຢູ່ ທຫລ ເພື່ອຄຸ້ມຄອງສະພາບຄ່ອງເງິນຕາໃນລະບົບທະນາຄານ ໃຫ້ຢູ່ໃນລະດັບທີ່ເໝາະສົມເຮັດໃຫ້ເງິນM2 ຂະຫຍາຍຕົວຫຼຸດລົງມາຢູ່ໃນລະດັບ 22.13% ໃນເດືອນຕຸລາ 2024 ແລະ ຄາດວ່າ ຮອດທ້າຍປີ 2024 ຈະຫຍາຍຕົວບໍ່ເກີນ 25%.ໃນນັ້ນ, ໄດ້ປະຕິບັດມາດຕະການຕ່າງໆ ເພື່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດເຊັ່ນ: ໄດ້ມີມາດຕະການເຂັ້ມງວດຕໍ່ຜູ້ປະກອບການທີ່ສົ່ງອອກໃຫ້ນໍາລາຍຮັບເປັນເງິນຕາໂອນເຂົ້າມາ ສປປ ລາວ ແລະ ແລກປ່ຽນກັບທະນາຄານ. ພ້ອມນັ້ນ, ໄດ້ກຳນົດໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນເປີດບັນຊີສະເພາະ ພ້ອມທັງຊໍາລະສະສາງຜ່ານລະບົບທະນາຄານ. ຮອດປັດຈຸບັນ ໄດ້ລົງທະບຽນໃຫ້ບໍລິສັດນໍາເຂົ້າ-ສົ່ງອອກຈໍານວນ 4,012 ຫົວໜ່ວຍ.ໃນນັ້ນ, ມີບໍລິສັດນໍາເຂົ້າ 733 ຫົວໜ່ວຍ, ບໍລິສັດສົ່ງອອກ 528 ຫົວໜ່ວຍ, ບໍລິສັດນໍາເຂົ້າ-ສົ່ງອອກ 2,523 ຫົວໜ່ວຍ ແລະ ບໍລິການ 228 ຫົວໜ່ວຍ; ໄດ້ພັດທະນາລະບົບຊຳລະຂ້າມແດນ ເພື່ອເກັບລາຍຮັບແຮງງານ-ທ່ອງທ່ຽວ ເຮັດໃຫ້ລາຍຮັບຈາກການສົ່ງອອກ ຜ່ານລະບົບທະນາຄານເຂົ້າມາປະເທດຫຼາຍຂຶ້ນ ບັນລຸໄດ້ 70.56% ແລະ ເຮັດໃຫ້ສາມາດຮັກສາລະດັບຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ ໄດ້ໃນລະດັບ 4ເດືອນກວ່າ, ທຽບໃສ່ຄາດໝາຍຂອງວາລະແຫ່ງຊາດ ແມ່ນປະຕິບັດໄດ້ລື່ນຄາດໝາຍ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫຼຸດ 3 ເດືອນ); ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບ 1.86% ຊຶ່ງຢູ່ໃນລະດັບທີ່ສະພາແຫ່ງຊາດ ຮັບຮອງ (ບໍ່ໃຫ້ເກີນ 3% ຂອງ ຍອດສິນເຊື່ອທັງໝົດ). ພ້ອມນີ້, ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດປະຕິບັດ 98.60% ຂອງ GDP ຊຶ່ງປະຕິບັດໄດ້ລື່ນຄາດໝາຍທີ່ສະພາແຫ່ງຊາດຮັບຮອງ (ຄາດໝາຍ ແມ່ນໃຫ້ໄດ້ 85% ຂອງ GDP). ສໍາລັບ ຍອດເຫຼືອສິນເຊື່ອ ຂອງຂະແໜງທະນາຄານ ປັດຈຸບັນປະຕິບັດ 64.18% ຂອງ GDP ຄາດວ່າໝົດປີຈະສາມາດບັນລຸໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ (65% ຂອງ GDP).

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ລັດຖະບານ ໄດ້ນໍາໃຊ້ 3 ມາດຕະການຕົ້ນຕໍໃນການຄວບຄຸມອັດຕາແລກປ່ຽນຄື:ປັບປຸງກົນໄກການກໍານົດອັດຕາແລກປ່ຽນໃນແຕ່ລະໄລຍະ; ສ້າງຕັ້ງຕະຫຼາດແລກປ່ຽນເງິນຕາແບບເອເລັກໂຕຣນິກ (LFX) ດ້ວຍການຮ່ວມທຶນ ລະຫວ່າງ ທຫລ ກັບ ທະນາຄານທຸລະກິດ 11 ແຫ່ງ ເພື່ອຮັບໃຊ້ສັງຄົມ ແນໃສ່ການຈໍາກັດ ແລະ ຕີຖອຍການແລກປ່ຽນນອກລະບົບທະນາຄານແບບຊະຊາຍ; ໄດ້ເລີ່ມຄົ້ນຄວ້າປັບປຸງກົນໄກ ແລະ ລະບຽບການຄຸ້ມຄອງທະນາຄານຄໍາ, ຮ້ານຂາຍຄໍາ ແລະ ວັດຖຸມີຄ່າ ກໍຄືບັນດາຫົວໜ່ວຍເສດຖະກິດທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດ-ເງິນຕາ ມີຄວາມເຂັ້ມແຂງ. ຈາກການປະຕິບັດບັນດາມາດຕະການດັ່ງກ່າວມານັ້ນ ສາມາດເຮັດໃຫ້ການອ່ອນຄ່າຂອງເງິນກີບ ທຽບໂດລາສະເລ່ຍ 10 ເດືອນປີ 2024 ຫຼຸດລົງຈາກ ອັດຕາ 23.46% ໃນປີ 2023 ມາເປັນ 13%. ພ້ອມນີ້, ຍັງເຮັດໃຫ້ສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບທີ່ຂະຫຍາຍກວ້າງອອກຫຼາຍກວ່າ 10% ໃນໄຕມາດ 1-2 ໄດ້ຄ່ອຍໆຫຍັບໃກ້ເຂົ້າມາຢູ່ໃນລະດັບຕໍ່າກວ່າ 3% ນັບແຕ່ເດືອນ 9 ເປັນຕົ້ນມາ.ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ໃນນັ້ນ, ການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ນັບແຕ່ເລີ່ມຈັດຕັ້ງປະຕິບັດ ໃນເດືອນພະຈິກ 2023 ມາຮອດປັດຈຸບັນ ໄດ້ອະນຸມັດ 44 ຫົວໜ່ວຍ. ໃນນີ້, ຂະແໜງກະສິກຳ- ປ່າໄມ້ 15 ຫົວໜ່ວຍ, ຂະແໜງບໍລິການທ່ອງທ່ຽວ ແລະ ການຄ້າ 20 ຫົວໜ່ວຍ, ຂະແໜງອຸດສາຫະກໍາ-ປຸງແຕ່ງ ແລະ ຫັດຖະກໍາ 9 ຫົວໜ່ວຍ, ລວມວົງເງິນກູ້ຢືມທັງໝົດ (ແຫຼ່ງທຶນຂອງທະນາຄານທຸລະກິດ) 4,532.50 ຕື້ກີບ.

ສໍາລັບການປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ອະນຸມັດວົງເງິນກູ້ຢືມໃຫ້ 419 ຫົວໜ່ວຍຢູ່ 18 ແຂວງທົ່ວປະເທດ. ໃນນັ້ນ, ຂະແໜງກະສິກຳ-ປ່າໄມ້ 160 ຫົວໜ່ວຍ, ຂະແໜງອຸດສາຫະກຳປຸງແຕ່ງ 32 ຫົວໜ່ວຍ ແລະ ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ 227 ຫົວໜ່ວຍລວມວົງເງິນກູ້ຢືມທັງໝົດ 756.73 ຕື້ກີບ ຊຶ່ງໄດ້ເບີກຖອນເງິນກູ້ຕົວຈິງແລ້ວ 587.59 ຕື້ກີບ ກວມເອົາ 77.65% ຂອງວົງເງິນທີ່ໄດ້ອະນຸມັດທັງໝົດ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ