ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ
ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.

 

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງເພີ່ມເຕີມຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງວ່າ: ລັດຖະບານຂໍຢືນຢັນອີກເທື່ອໜຶ່ງວ່າ ລັດຖະບານ ໄດ້ຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດໃນວຽກຈຸດສຸມ ໂດຍໄດ້ລາຍງານຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຄືນບາງຈຸດຄື:ບັນຫາ ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ໄລຍະຜ່ານມາ ແມ່ນໄດ້ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າຫຼາຍທີ່ສຸດ ໂດຍສະເພາະຜູ້ທີ່ອາໄສຢູ່ໃນຕົວເມືອງໃຫຍ່ ແລະ ອາໃສແຕ່ເງິນເດືອນ ເພາະລາຍຮັບຄືເກົ່າແຕ່ສິນຄ້າແພງຂຶ້ນ. ສະນັ້ນ, ລັດຖະບານ ຈຶ່ງໄດ້ນໍາໃຊ້ທຸກມາດຕະການເພື່ອເຮັດໃຫ້ລາຄາສິນຄ້າ ແລະ ອັດຕາເງິນເຟີ້ຫຼຸດລົງ, ຈາກຄວາມພະຍາຍາມດັ່ງກ່າວ ກໍສາມາດເຮັດໃຫ້ອັດຕາເງິນເຟີ້ທີ່ເມື່ອກ່ອນມີບາງໄລຍະສູງເຖິງ 40 ກວ່າສ່ວນຮ້ອຍ ຫຼຸດລົງມາເຫຼືອ4% ໃນເດືອນຕຸລາ 2025 ແລະ ສະເລ່ຍ 10 ເດືອນຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ແລະ ຈະສືບຕໍ່ຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 1 ຕົວເລກ.

ທ່ານ ສອນໄຊ ສີພັນດອນ ຊີ້ແຈງຕື່ມວ່າ: ສໍາລັບໃນຕໍ່ໜ້າ, ລັດຖະບານຈະມີກົນໄກ, ວິທີການ ແລະ ມາດຕະການ ສືບຕໍ່ແກ້ໄຂບັນຫາທີ່ຍັງເຮັດບໍ່ທັນໄດ້ດີຄື:ຈະສືບຕໍ່ຍູ້ແຮງການຜະລິດພາຍໃນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ;ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ ແນໃສ່ຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້. ພ້ອມກັນນັ້ນ, ຈະສືບຕໍ່ຊຸກຍູ້ ໃຫ້ບັນດາຜູ້ປະກອບການນໍາເຂົ້າ-ສົ່ງອອກ, ບັນດານັກລົງທຶນຕ່າງປະເທດທີ່ລົງທຶນຢູ່ລາວໂອນເງິນຊໍາລະ-ຮັບຊຳລະ ແລະ ນໍາທຶນມາລົງທຶນ ຜ່ານລະບົບທະນາຄານໃຫ້ເຂັ້ມງວດ ແລະ ມີຈໍານວນເພີ່ມຂຶ້ນຕື່ມ;ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ, ຫຼຸດຄວາມແຕກໂຕນທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍຂອງພໍ່ຄ້າຄົນກາງ.ພ້ອມກັນນັ້ນ, ຈະໄດ້ທົບທວນຄືນລາຄາໄຟຟ້າສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າຄອງຊີບແພງ, ສໍາລັບປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ດີຂຶ້ນ;ສຸມໃສ່ເກັບລາຍຮັບງົບປະມານຕາມຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຍູ້ແຮງ, ການຫັນເປັນທັນສະໄໝຕິດພັນກັບການຂະຫຍາຍຖານລາຍຮັບໃໝ່ໂດຍສະເພາະການເກັບລາຍຮັບພາສີ-ອາກອນຢູ່ດ່ານສາກົນ, ການເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ, ລາຍຮັບຈາກທີ່ດິນ... ເພື່ອໃຫ້ເກັບລາຍຮັບເກີນແຜນ ແລະ ມີຄັງສະສົມຫຼາຍຂຶ້ນ.

ຄຽງຄູ່ກັນນັ້ນ, ກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດຢ່າງເຂັ້ມງວດ ບົນຈິດໃຈປະຢັດ;ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊໍາລະໄປຕາມສັນຍາ ແລະ ເຈລະຈາກັບບັນດາປະເທດເຈົ້າໜີ້ຈໍານວນໜຶ່ງ ເພື່ອດັດປັບໂຄງສ້າງໜີ້, ສັງລວມແລ້ວ ລັດຖະບານຕ້ອງຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ, ກໍສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຊຶ່ງນອກຈາກໃຫ້ບູລິມະສິດໃນການຈັດສັນແຫຼ່ງທຶນປົກກະຕິແລ້ວ ລັດຖະບານຍັງສຸມງົບປະມານບ້ວງເງິນເກີນແຜນຂອງສູນກາງ ແລະ ທ້ອງຖິ່ນ ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫຼຸດຕື່ມອີກ ໂດຍຈະເອົາງົບບ້ວງເກີນແຜນ 2024 ພູດຂອງສູນກາງ (800 ຕື້ກີບ) ແລະ ສືບຕໍ່ຄົ້ນຄວ້າເງິນເກີນແຜນປີ 2025 ນີ້ ມາແກ້ໄຂໜີ້ສິນໃຫ້ຫຼາຍຂຶ້ນ;ສຸມໃສ່ແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດ ທີ່ບໍ່ຖືກຕ້ອງໃຫ້ເຂັ້ມງວດ ແລະ ເດັດຂາດ.

(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນວັນທີ 13 ພະຈິກນີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ເພີ່ມເຕີມ