ລັດຖະບານມາເລເຊຍ ໄດ້ອອກຄຳແນະນຳໃຫ້ກະຊວງ ແລະ ອົງການຕ່າງໆຈັດລຳດັບຄວາມສຳຄັນຂອງການໃຊ້ຈ່າຍໃນການດຳເນີນງານຄືນໃໝ່ເພື່ອແກ້ໄຂບັນຫາທ້າທາຍຈາກລະບົບຕ່ອງໂສ້ການສະໜອງທົ່ວໂລກທີ່ຊຸດໂຊມ ແລະ ພາລະການອຸດໜູນທີ່ເພີ່ມຂຶ້ນ.
ມາດຕະການເຫຼົ່ານີ້ແມ່ນສ່ວນໜຶ່ງຂອງວິທີການຄຸ້ມຄອງງົບປະມານທີ່ຮອບຄອບ ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຂອງລັດຖະບານຢ່າງມີປະສິດທິພາບສູງສຸດ ແລະ ຮັບປະກັນການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານຕໍ່ປະຊາຊົນ. ໂດຍກະຊວງການເງິນໄດ້ເນັ້ນໜັກວ່າການປັບລາຍຈ່າຍຈະບໍ່ສົ່ງຜົນກະທົບຕໍ່ການບໍລິການສາທາລະນະທີ່ຈຳເປັນ ຫຼື ສະຖຽນລະພາບທາງເສດຖະກິດຂອງມາເລເຊຍ.
ຄໍາເຫັນ