ລັດຖະບານມີນະໂຍບາຍພັດທະນາເຂດຖະກິດພິເສດສາມຫຼ່ຽມຄຳໃຫ້ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝ

ລັດຖະບານມີນະໂຍບາຍພັດທະນາເຂດຖະກິດພິເສດສາມຫຼ່ຽມຄຳໃຫ້ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝ
ໂດຍ: ພູວັນ
    ລັດຖະບານໄດ້ມີນະໂຍບາຍພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອແນໃສ່ສ້າງເຂດຊົນນະບົດ, ທຸກຍາກ ແລະ ຫ່າງໄກສອກຫຼີກໃຫ້ມີການພັດທະນາ ແລະ ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝກ້າວໄປສູ່ການຍົກລະດັບເປັນນະຄອນ ຫຼືສ້າງເຂດດັ່ງກ່າວໃຫ້ກາຍເປັນຮົງກົງໃນລາວກໍຄືໃນອະນາຄົດ.
    ທ່ານສົມພອນສຸທຳຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ລາຍງານສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍຫຍໍ້ໃນວັນທີ 9 ມີນາຜ່ານມາ ທີ່ເຂດດັ່ງກ່າວວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄຳຕັ້ງຢູ່ພາຍໃນຂອບເຂດຂອງເມືອງຕົ້ນເຜິ້ງແຂວງບໍ່ແກ້ວ, ຈຸດເຂດແດນລະຫວ່າງລາວ-ໄທ-ມຽນມາໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2007ຊຶ່ງໃນເບື້ອງຕົ້ນແມ່ນການພັດທະນາເຂດເສດຖະກິດ ແລະ ທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄຳ ໃນເນື້ອທີ່ 827 ເຮັກຕາໄລຍະສຳປະທານ 50 ປີ ແລະ ໄດ້ຍົກລະດັບຂຶ້ນເປັນເຂດເສດຖະກິດພິເສດໃນປີ 2010 ໂດຍມີໄລຍະສຳປະທານ 99 ປີ, ມີເນື້ອທີ່ທັງໝົດ 10.000 ເຮັກຕາ (ເຂດພັດທະນາຕົວເມືອງ 3.000 ຮຕ ແລະ ເຂດປ່າປ້ອງກັນສາຍພູກີ່ວລົມ 7.000 ຮຕ), ອີງຕາມສັນຍາການພັດທະນາເຂດໄດ້ກຳນົດມີ 18 ກິດຈະການຫຼັກທີ່ຕິດພັນກັບການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ການບໍລິການ-ການບັນເທີງ ແລະ ກິດຈະກໍາອື່ນໆ.
    ທ່ານສົມພອນສຸທຳ ກ່າວເນັ້ນຕື່ມອີກວ່າ: ຈຸດປະສົງການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳເພື່ອແນໃສ່ສ້າງເຂດຊົນນະບົດ, ທຸກຍາກ ແລະ ຫ່າງໄກສອກຫຼີກໃຫ້ມີການພັດທະນາ ແລະ ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝກ້າວໄປສູ່ການຍົກລະດັບເປັນນະຄອນ.ນັບແຕ່ປີ 2007 ເປັນຕົ້ນມາຜູ້ພັດທະນາກໍຄືກຸ່ມບໍລິສັດດອກງິ້ວຄຳ ຈຳກັດໄດ້ເອົາໃຈໃສ່ລົງທຶນໃນບັນດາກິດຈະການຕ່າງໆພ້ອມນັ້ນ, ກໍມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນດ້ານຕ່າງໆເປັນຈໍານວນຫຼາຍເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ມີການພັດທະນາຢ່າງໄວວາ, ມີການກໍ່ສ້າງພື້ນຖານໂຄງລ່າງທີ່ສົມບູນ ແລະ ກາຍເປັນຕົວເມືອງທີ່ມີລັກສະ
ນະທັນສະໄໝ ແລະ ສີວິໄລ.
    ອີງຕາມຂໍ້ມູນໃນເດືອນກຸມພາປີ 2024 ນີ້ມີຜູ້ເຂົ້າມາລົງທຶນ, ດຳເນີນທຸລະກິດ, ອອກແຮງງານ ແລະ ດຳລົງຊີວິດທັງພາຍໃນ ແລະ ຕ່າງປະເທດລວມ120.770 ຄົນ, ມີ 69 ສັນຊາດ, ໃນນັ້ນຄົນລາວ 38.330 ຄົນ ກວມ 31,73%, ມຽນມາ 41,317ຄົນເທົ່າກັບ 34,21%, ຈີນ 33.588 ຄົນ ເທົ່າກັບ 27,81% ແລະ ສັນຊາດອື່ນໆ 7.537 ຄົນ.

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ