ລັດຖະມົນຕີ ສສກ ພົບປະພະນັກງານຫຼັກແຫຼ່ງຂົງເຂດການສຶກສາສາ ແລະ ກິລາ ແຂວງວຽງຈັນ.

ລັດຖະມົນຕີ ສສກ ພົບປະພະນັກງານຫຼັກແຫຼ່ງຂົງເຂດການສຶກສາສາ ແລະ ກິລາ ແຂວງວຽງຈັນ.

ລັດຖະມົນຕີ ສສກ ພົບປະພະນັກງານຫຼັກແຫຼ່ງຂົງເຂດການສຶກສາສາ ແລະ ກິລາ ແຂວງວຽງຈັນ.
ໃນວັນທີ 16 ກຸມພາຜ່ານນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງຂົງເຂດວຽກງານການສຶກສາ ແລະ ກິລາຂອງແຂວງວຽງຈັນ ໂດຍໃຫ້ການຕ້ອນຮັບຈາກທ່ານ ຄຳ ຂັນທະວີວອນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍຄະນະ, ມີຜູ້ບໍລິການການສຶກສາ, ຜູ້ອຳນວຍການໂຮງຮຽນ, ຄູອາຈານຈາກໂຮງຮຽນລັດ ແລະ ເອກະຊົນ ເຂົ້າຮ່ວມ.
ລດຖະມນຕ ສສກ ພບປະພະນກງານຫກແຫງຂງເຂດການສກສາສາ ແລະ ກລາ ແຂວງວຽງຈນ. - image 1
 

ທ່ານ ຄຳ ຂັນທະວີວອນ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານການສຶກສາໃນໄລຍະໜຶ່ງປີຜ່ານມີ ຊຶ່ງທ່ານໄດ້ຍົກໃຫ້ເຫັນບາງຕອນວ່າ: ໃນສົກສຶກສາ 2025-2026 ທົ່ວແຂວງວຽງຈັນ ມີຜູ້ບໍລິຫານ ແລະ ຄູສອນທັງ ພາກລັດ-ເອກະຊົນ ທັງໝົດ 5,631 ຄົນ ຍິງ 3,237 ຄົນ. ໃນນີ້, ມີຄູສອນ ແລະ ຜູ້ອຳນວຍການໂຮງຮຽນຈຳນວນ 5,185 ຄົນ ຍິງ 3,028 ຄົນ, ມີຜູ້ບໍລິຫານ ແລະ ພະນັກງານຫ້ອງການສຶກສາເມືອງ ແລະ ສຶກສາແຂວງ ຈໍານວນ 446 ຄົນ ຍິງ 209 ຄົນ, ມີໂຮງຮຽນທັງໝົດ 700 ແຫ່ງ, ມີນັກຮຽນທັງໝົດ 104,727 ຄົນ ຍິງ 51,390 ຄົນ. ນັກຮຽນສົງ 230 ອົງ ແລະ ສາມັນກິນນອນຊົນເຜົ່າ 666 ຄົນ ຍິງ 248 ຄົນ. ຜ່ານການຈັດຕັ້ງປະຕິບັດບັນດາວຽກຈຸມສຸມ, ນະໂຍບາຍ ແລະ ຍຸດທະສາດຕ່າງໆ ທີ່ກໍານົດໄວ້ໃນສົກຮຽນ 2025-2026 ໂດຍການຜັນຂະຫຍາຍ ແລະ ທຽບໃສ່ 12 ຄາດໝາຍທີ່ສະພາປະຊົນຊົນແຂວງ ກໍານົດ ສາມາດບັນລຸໄດ້ 8 ຄາດໝາຍ; ຄາດໝາຍຫຼັກທີ່ບໍ່ບັນລຸ ມີ 2 ຄາດໝາຍ ແລະ ຄາດໝາຍທີ່ສືບຕໍ່ເກັບກໍາ ມີ 2 ຄາດ ໝາຍ. ນອກຈາກ 12 ຄາດໝາຍຫຼັກ ຍັງໄດ້ຈັດຕັ້ງປະຕິບັດບັນດາຄາດໝາຍຂອງການສຶກສາຕ່າງໆ ຄື: ຊັ້ນການສຶກສາກ່ອນໄວຮຽນ ອັດຕາເຂົ້າຮຽນຂອງເດັກ 0-2 ປີ ປະຕິບັດໄດ້ 8.1%; ອັດຕາເຂົ້າຮຽນຂອງເດັກ 3-4 ປີ ປະຕິບັດໄດ້ 60.6%; ອັດຕາເຂົ້າຮຽນຂອງເດັກ 3-5 ປີ ປະຕິບັດໄດ້ 69.2%; ຈໍານວນນັກຮຽນ ເພີ່ມຂຶ້ນຈາກ 15,823 ຄົນ ເປັນ 16,369 ຄົນ. ອັດຕາເຂົ້າຮຽນລວມຊັ້ນປະຖົມສຶກສາ ປະຕິບັດໄດ້ 100.7%; ອັດຕາຫຼອດເຫຼືອຮອດ ປ5 ປະຕິບັດໄດ້ 88.3%; ອັດຕາຈົບ ປ5 ປະຕິບັດໄດ້ 85.2%; ຈໍານວນນັກຮຽນເພີ່ມຂຶ້ນຈາກ 46,577 ຄົນ ເປັນ 47,171 ຄົນ. ອັດຕາເຂົ້າຮຽນລວມຊັ້ນ ມໍ ຕົ້ນ ປະຕິບັດໄດ້ 84.4%; ອັດຕາເຂົ້າຮຽນລວມຊັ້ນ ມໍ ປາຍ ປະຕິບັດໄດ້ 47.3%. ພ້ອມນີ້ທ່ານຍັງຍົກໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ, ສິ່ງທ້າທາຍ, ວິທີແກ້ໄຂ ແລະ ທິດທາງແຜນການທີ່ຈະໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າ.

ລດຖະມນຕ ສສກ ພບປະພະນກງານຫກແຫງຂງເຂດການສກສາສາ ແລະ ກລາ ແຂວງວຽງຈນ. - image 2
 

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຊົມເຊີຍບັນດາຜົນງານຂົງເຂດວຽກງານການສຶກສາ-ກິລາທີ່ແຂວງວຽງຈັນ ສາມາດປະຕິບັດສຳເລັດຫຼາຍດ້ານຕາມແຜນການທີ່ວາງໄວ້. ພ້ອມກັນນີ້, ທ່ານຍັງໄດ້ເນັ້ນບາງບັນຫາໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ໃຫ້ຄະນະພັກ, ຄະນະນຳທຸກຂັ້ນຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ຜູ້ບໍລິຫານການສຶກສາ-ກິລາ, ຄູອາຈານ ເປັນກົກ, ພັດທະນາຄວາມຮູ້ຄວາມສາມາດໃຫ້ຄູອາຈານໃຫ້ມີຄວາມເຂັ້ມແຂງ, ຕ້ອງຫັນປ່ຽນວຽກງານສຶກສາ-ກິລາໃຫ້ມີບາດກ້າວໃໝ່, ພັດທະນາແຕ່ລະໂຮງຮຽນໃຫ້ກາຍເປັນໂຮງຮຽນຕົວແບບໃນດ້ານຕ່າງໆ, ໃຫ້ຮີບຮ້ອນເກັບກ່ຽວຜົນການສອບເສັງນັກຮຽນເກັ່ງໃນທົ່ວແຂວງ ເພື່ອເປັນການຍູ້ໜູນໃຫ້ມີອາຈານສອນດີ-ສອນເກັ່ງ ແລະ ນັກຮຽນເກັ່ງ ໃຫ້ຫຼາຍຂຶ້ນ, ສືບຕໍ່ປະຕິບັດບັນດາຕົວຊີ້ວັດທີ່ເຫັນວ່າຍັງບໍ່ທັນບັນລຸໃຫ້ສຳເລັດຕາມແຜນການທີ່ວາງໄວ້.

ໃນໂອກາດທີ່ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ ລົງມາຢ້ຽມຢາມຄັ້ງນີ້ ຍັງໄດ້ນຳເອົາຄອມພິວເຕີຕັ້ງໂຕະ ຈຳນວນ 5 ຊຸດ, ບານເຕະ 15 ໜ່ວຍ ແລະ ບານສົ່ງ 15 ໜ່ວຍ ມາມອບໃຫ້ກັບບັນດາໂຮງຮຽນທີ່ຢູ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຕື່ມອີກ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ສາຂາບໍລິຫານທຸລະກິດ ຫຼັກສູດນານາຊາດ (IBM) ປີ 2 ຮຸ່ນທີ 5 ຈາກຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສ້າງຜົນງານເປັນປະຫວັດສາດສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ວົງການສຶກສາລາວ ສາມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ໃນການແຂ່ງຂັນນະວັດຕະກຳລະດັບສາກົນ ປີ 2026 (EDUtech ASIA University Grand Final) ທີ່ປະເທດສິງກະໂປ ຊຶ່ງໄດ້ເດີນທາງມາຮອດ ສປປ ລາວ ແລ້ວໃນຕອນຄໍ່າວັນທີ 8 ພະຈິກຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ນາງ ວາດສະໜາ ຈັນທະນາສິນ ຫົວໜ້າຄະນະວິຊາ ຄສບ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາໃຫ້ກຽດຕ້ອນຮັບ.
ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ວັນທີ 5 ພະຈິກຜ່ານມາ,ທີ່ວິທະຍາໄລຄູປາກເຊ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ (ຊື່ເກົ່າ: ວິທະຍາໄລຄູປາກເຊ) ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫຼ້າວັນ ວົງຄໍາສານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກົມສຶກສາຊັ້ນສູງ, ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ (ສສກ), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ແຂວງເຊກອງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ກອງວັດທະນະທຳ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດຈະກຳສົ່ງເສີມການອ່ານຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ໂຮງຮຽນປະຖົມສົມບູນບ້ານດອນໃຜ່ ເມືອງສະໜາມໄຊ, ໃຫ້ກຽດເຂົ້າຮ່ວມມີທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທີມງານຈັດກິດຈະກຳຈາກກອງວັດທະນະທຳ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ເພີ່ມເຕີມ