ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວວ່າ: ບັນຫາການດໍາເນີນກິດຈະການໃນເຂດຍອດນໍ້າ, ຕາມສາຍນໍ້າ ທີ່ພາໃຫ້ມີບັນຫານໍ້າຂຸ່ນນັ້ນ; ເຫັນວ່າການຕີລາຄາຂອງບັນດາທ່ານຜູ້ແທນ ກໍເປັນສິ່ງທີ່ຖືກຕ້ອງ.

ລັດ​ຖະ​ມົນ​ຕີກະຊວງ ພບ ຊີ້ແຈງ ຫຼາຍບັນຫາຕໍ່ສະ​ພາ

ລັດ​ຖະ​ມົນ​ຕີກະຊວງ ພບ ຊີ້ແຈງ ຫຼາຍບັນຫາຕໍ່ສະ​ພາ
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IXໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ;ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຊີ້ແຈງ ແລະ ຕອບຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ.

ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວວ່າ: ບັນຫາການດໍາເນີນກິດຈະການໃນເຂດຍອດນໍ້າ, ຕາມສາຍນໍ້າ ທີ່ພາໃຫ້ມີບັນຫານໍ້າຂຸ່ນນັ້ນ; ເຫັນວ່າການຕີລາຄາຂອງບັນດາທ່ານຜູ້ແທນ ກໍເປັນສິ່ງທີ່ຖືກຕ້ອງ. ບັນຫານີ້, ແມ່ນພົວພັນກັບການບໍ່ປະຕິບັດຕາມຂັ້ນຕອນຂອງລະບຽບການ ແລະ ກົດໝາຍ, ຂໍ້ຈໍາກັດໃນການເຂົ້າເຖິງເຂດທີ່ຢູ່ໃນເຂດຫ່າງໄກເຂົ້າເຖິງໄດ້ຍາກ ເພື່ອຕິດຕາມການຈັດຕັ້ງປະຕິບັດເຕັກນິກ, ວຽກລື່ນຄົນ, ການສວຍໃຊ້ ການອະນຸຍາດຄົນອື່ນມາຂຸດຄົ້ນ, ການບໍ່ເອົາໃຈໃສ່ລາຍງານ, ຄວາມຕື່ນຕົວຂອງປະຊາຊົນໃນການເປັນເຈົ້າການລາຍງານ. ເຖິງຢ່າງໃດກໍດີ, ວຽກນີ້ ກໍບໍ່ໄດ້ປະປ່ອຍຫຼືເມີນເສີຍໄດ້;ປັດຈຸບັນ, ທັນທີ ທີ່ ກະຊວງ ພບ ໄດ້ຮັບຂໍ້ມູນ ການສະເໜີລາຍງານ ກໍໄດ້ເອົາໃຈໃສ່ລົງຕິດຕາມເຄື່ອນໄຫວ ລົງສູ່ຈຸດບັນຫາໃຫ້ໄວເທົ່າທີ່ຈະໄວໄດ້. ໄລຍະຊຸມປີຜ່ານມານີ້, ສາຍດ່ວນ ກະຊວງພະລັງງານ ແລະ ບໍ່ແຮ່ 1506 ກໍໄດ້ມີອັດຕາການນໍາໃຊ້ບໍລິການທີ່ສູງຂຶ້ນ ເຮັດໃຫ້ອ້າຍນ້ອງພະນັກງານກົມກວດກາຂອງກະຊວງມີວຽກງານທີ່ພົວພັນເພີ່ມຂຶ້ນຈໍານວນຫຼາຍ. ແນ່ນອນວ່າ ຂະແໜງການ ພບ ກໍເອົາໃຈໃສ່ ຢາກແກ້ໄຂບັນຫາໃຫ້ໄວ ຊຶ່ງກໍຕ້ອງການການຊ່ວຍເຫຼືອ ຈາກຫຼາຍພາກສ່ວນ ແລະ ການລາຍງານສົ່ງຂ່າວສະພາບຜົນກະທົບຕ່າງໆ. ເຊື່ອໝັ້ນວ່າການປັບປຸງແຜນການແບ່ງຄວາມຮັບຜິດຊອບສ້າງໜ້າວຽກທີ່ຊັດເຈນພາຍໃນຂະແໜງການ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ທັງເປັນການສ້າງຄວາມເຂັ້ມແຂງ ໃນວຽກງານຄໍາຮ້ອງ-ຄໍາສະເໜີ ໃຫ້ແກ່ຂະແໜງການທ້ອງຖິ່ນ ຈະເປັນຕົວຊ່ວຍສໍາຄັນໃນການປ້ອງກັນບັນຫາ.

ສຳລັບ, ບັນຫາການຮັບປະກັນໃຫ້ຊຸມຊົນໄດ້ຮັບປະໂຫຍດ ແລະ ໃຫ້ໄດ້ມີສ່ວນຮ່ວມນັ້ນ ກໍເປັນຫົວຂໍ້ທີ່ ທ່ານລັດຖະມົນຕີກະຊວງ ພບ ໄດ້ໃຫ້ຄວາມສໍາຄັນ ຊຶ່ງໄດ້ກ່າວວ່າ: ພວກເຮົາມີດໍາລັດທຶນພັດທະນາຊຸມຊົນ ໄດ້ຖືກຮັບຮອງໂດຍລັດຖະບານ ໃນເດືອນສິງຫາ ປີຜ່ານມາ ຊຶ່ງໄດ້ກໍານົດຫຼັກການ ແລະ ກົນໄກໃນການນໍາໃຊ້ພັນທະທຶນພັດທະນາຊຸມຊົນຂອງໂຄງການ ແລະ ການມີສ່ວນຮ່ວມຂອງພາກລັດ ແລະ ພາກປະຊາຊົນໃນການຕິດຕາມ ແລະ ລາຍງານຜົນຂອງການນໍາໃຊ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາຊຸມຊົນ ທີ່ຕິດພັນກັບໂຄງການແຮ່ທາດ, ກະຊວງ ພບ ຍັງຈະໄດ້ລົງເລິກຕິດຕາມ. ນອກນັ້ນແລ້ວ, ເຫັນວ່າ ການທົບທວນແນວຄິດ ແລະ ວິທີການ ເພື່ອກໍານົດເປັນເງື່ອນໄຂ ການອະນຸຍາດລົງທຶນໃນກິດຈະການແຮ່ທາດ ທີ່ພົວພັນກັບໜ້າທີ່ຂອງໂຄງການເປັນຫຼັກໃນການພັດທະນາເຂດຊຸມຊົນ, ເຂດຈຸດສຸມ, ເຂດທຸກຍາກນັ້ນ ເປັນວຽກທີ່ຕ້ອງໄດ້ຮ່ວມກັນປຶກສາຫາລືຢ່າງລະອຽດ ແລະ ມີການຕີລາຄາ ເພາະເຫັນວ່າພົວພັນເຖິງຫຼັກການ ແລະ ວິທີການລົງທຶນ ຊຶ່ງຍັງພົວພັນກັບການພິຈາລະນາຮັບຮອງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດຂອງໂຄງການ.

ຕໍ່ກັບບັນຫາການແຈ້ງຂໍ້ມູນຕົວະ, ກໍໄດ້ຊີ້ແຈງວ່າ: ໃນການຄຸ້ມຄອງຂະແໜງ ພບ, ຂໍ້ມູນ ແມ່ນມີຄວາມສໍາຄັນ ເຊັ່ນກັນກັບຂະແໜງການອື່ນໆ ໂດຍການຄຸ້ມຄອງນັ້ນ ພົວພັນກັບການຢັ້ງຢືນຂໍ້ມູນ ໃນຂັ້ນຕ່າງໆຂອງວຽກງານທັງໃນການສຶກສາ, ການປະເມີນຕີລາຄາ, ການຢັ້ງຢືນບົດສຶກສາ, ການຢັ້ງຢືນແຜນ ແລະ ການຕິດຕາມແຜນ ແລະ ລະບົບລາຍງານ. ອີງໃສ່ທິດນໍາຂອງລັດຖະບານ ໃນການຫັນເປັນດີຈີຕອນນັ້ນ, ກະຊວງ ພບກໍຈະໄດ້ລົງເລິກຄົ້ນຄວ້າ ໃນການຫັນຂໍ້ມູນໃຫ້ເປັນລະບົບດີຈີຕອນ ເພື່ອຊ່ວຍໃຫ້ຂໍ້ມູນມີຄວາມວ່ອງໄວ, ຊັດເຈນ, ໄດ້ຮັບການປະເມີນ ແລະ ປະມວນຜົນ ເພື່ອຊ່ວຍໃນການຄຸ້ມຄອງຂະແໜງການ. ວຽກນີ້, ເປັນວຽກທີ່ພົວພັນຫຼາຍພາກສ່ວນ ແລະ ຕ້ອງການທຶນໃນການພັດທະນາລະບົບ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ