ລັດຖະມົນຕີກະຊວງຮສສ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງໄຊສົມບູນ

ລັດຖະມົນຕີກະຊວງຮສສ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງໄຊສົມບູນ
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ພ້ອມດ້ວຍຄະນະ,ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຢູ່ແຂວງໄຊສົມບູນ ໃນວັນທີ 3 ຕຸລາ ຜ່ານມາ ຊຶ່ງທ່ານໄດ້ເຂົ້າພົບ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງໃຫ້ທ່ານເຈົ້າແຂວງ ໄດ້ຮັບຊາບ ຊຶ່ງການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອເຄື່ອນໄຫວຊຸກຍູ້ວຽກງານຕ່າງໆຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ເປັນຕົ້ນ: ວຽກງານການຂຶ້ນທະບຽນແຮງງານ, ການຄຸ້ມຄອງແຮງງານທັງພາຍໃນ ແລະ ຕ່າງປະເທດ, ການຮັບມືກັບໄພພິບັດ ແລະ ວຽກງານລະເບີດບໍ່ທັນແຕກ ຢູ່ພາຍໃນແຂວງ ພ້ອມນີ້ ທ່ານ ນາງ ໃບຄຳ ຂັດທິຍະ ຍັງໄດ້ນຳເອົາເງິນ ຈຳນວນ 100 ລ້ານກີບ ໃຫ້ກອງທຶນໄພພິບັດສຸກເສີນແຂວງໄຊສົມບູນ ຕື່ມອີກ ເພື່ອນຳໃຊ້ເຂົ້າໃນວຽກງານໄພພິບັດຕ່າງໆພາຍໃນແຂວງຊ່ວຍເຫຼືອທວ່ງທັນກັບສະພາບການ.
ຈາກນັ້ນ, ລັດຖະມົນຕີ ຮສສ ກໍໄດ້ເຂົ້າຮ່ວມກອງປະຊຸມຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ໂດຍມີທ່ານ ວັນຄຳເກັ່ງ ຢ່າຊົງກົ່ວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ພ້ອມດ້ວຍຄະນະພະແນກ, ຫ້ອງການ ຮສສ ທັງ 5 ເມືອງ ເຂົ້າຮ່ວມ.ໂອກາດນີ້ ທ່ານ ວັນຄຳເກັ່ງ ຢ່າຊົງກົ່ວ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຮສສ  ແຂວງໄຊສົມບູນ ໄລຍະ 9 ເດືອນຜ່ານມາ ແລະ ແຜນການ 3 ເດືອນທ້າຍປີ 2023 ຊຶ່ງໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຊຶ່ງຕະຫຼອດໄລຍະທີ່ຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ລັດຖະກອນ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການພາຂອງພັກ ແລະ ສູ້ຊົນຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ຄາດໝາຍທີ່ກຳນົດໄວ້ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ ໃນນີ້ໄດ້ຊຸກຍູ້ພາກສ່ວນເສດຖະກິດພັດທະນາສີມືແຮງງານໄດ້ 780 ຄົນຍິງ 273 ຄົນ, ໄດ້ຮັບອະນຸມັດໂກຕ້ານຳໃຊ້ແຮງງານຕ່າງປະເທດ ໃຫ້ຫົວໜ່ວຍແຮງງານ ໄດ້ 20 ຫົວໜ່ວຍ, ຈຳນວນ 500 ກວ່າໂກຕ້າ, ສົມທົບກັບກັບກອງບັນຊາການ ປກສ ແຂວງ ຄຸ້ມຄອງແຮງງານໄດ້ 7 ຫົວໜ່ວຍ, ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂຶ້ນທະບຽນແຮງງານໄດ້ສຳເລັດ 85 ຫົວໜ່ວຍ, ມີຜູ້ເກີດສິດປິ່ນປົວສຸຂະພາບພາກລັດ ຈຳນວນ 10.400 ກວ່າຄົນ ພ້ອມນີ້ ຍັງໄດ້ປະຕິບັດນະໂຍບາຍໃຫ້ເປົ້າໝາຍທີ່ໄດ້ຮັບນະໂຍບາຍຕາມດຳລັດ 272/ລບ ງວດສອງ ຈຳນວນ 42 ຄົນ, ເປັນເງິນທັງໝົດ 800 ລ້ານກວ່າກີບ. ນອກຈາກນີ້, ຍັງມີອັກຄີໄພເກີດຂຶ້ນ 7 ຄັ້ງ, ພາຍຸພັດ 4 ຄັ້ງ, ດິນເຈື່ອນ, ນໍ້າຖ້ວມ, ນໍ້າຊຸເຮືອນ, ເສັ້ນທາງເປ່ເພ ລວມມູນຄ່າເສຍຫາຍທັງໝົດ 7 ຕື້ກວ່າກີບ ສ່ວນວຽກງານເກັບກູ້ລະເບີດ ໄດ້ສົມທົບກັບກອງກວດກູ້ 58 ສຳຫຼວດກວດກູ້ລະເບີດບໍ່ທັນແຕກຢູ່ໂຄງການກະສິກຳສະອາດ ຈຳນວນເນື້ອທີ່ 30 ກວ່າເຮັກຕາ, ກວດກູ້ທຳລາຍເຄື່ອນທີ່ຕາມການສະເໜີ ຈຳນວນ 3 ຄັ້ງ ແລະ ວຽກງານດ້ານອື່ນໆກໍມີຜົນສຳເລັດ ໂດຍພື້ນຖານ.
ໃນໂອກາດດັ່ງກ່າວ,ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໂອ້ລົມຊີ້ນຳພະນັກງານ ຮສສ ແຂວງໃຫ້ເອົາໃຈໃສ່ເພີ່ມທະວີ ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ປັບປຸງແບບແຜນວິທີການເຮັດວຽກ ບົນຫຼັກການນໍາພາລວມສູນປະຊາທິປະໄຕ, ການນໍາພາເປັນໝູ່ຄະນະ ແບ່ງວຽກໃຫ້ບຸກ ຄົນຮັບຜິດຊອບ, ມີການຕິດຕາມ, ກວດກາ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ, ແກ້ໄຂບັນຫາທີ່ຄົງຄ້າງ ຢ່າງເປັນລະບົບ ເພື່ອເຮັດໃຫ້ທຸກວຽກງານສາມາດຂັບເຄື່ອນໄປຂ້າງໜ້າໄດ້ເປັນຢ່າງດີ ເປັນຕົ້ນແມ່ນການຄຸ້ມຄອງແຮງງານ, ວຽກງານສີມືແຮງງານ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນຕ່າງໆ ໂດຍຝຶກອົບຮົມວິຊາຊີບ ໃຫ້ແກ່ປະຊາຊົນ ເຊັ່ນ: ການປູກ-ການລ້ຽງ ຜະລິດເປັນສິນຄ້າ, ການບໍລິການ ແລະ ການຄ້າຂາຍຕ່າງໆ ເພື່ອພັດທະນາວິຊາຊີບໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ສ້າງລາຍຮັບເຂົ້າໃນຄອບຄົວ ພ້ອມນີ້ ວຽກງານປະກັນສຸຂະພາບ ກໍໃຫ້ເປັນລະບົບການບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກັນຕົນ ສິ່ງສຳຄັນແມ່ນຕ້ອງໄດ້ຄົ້ນຄວ້າ, ເຊື່ອມຊຶມ ບັນດານິຕິກຳຕ່າງໆຂອງກະຊວງ ແລະ ຂອງແຂວງ ຕິດພັນກັບການກຳນົດແຜນຕຳແໜ່ງງານ, ບຳລຸງສ້າງ ພະນັກງານ ເພື່ອສ້າງບຸກຄະລາກອນໃຫເມີຄວາມຮູ້ ຄວາມສາມາດ ເພື່ອຮອງຮັບກັບວຽກງານໃນຂະແໜງການຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ.
ເນື່ອງໃນໂອກາດທີ່ໄດ້ລົງມາເຄື່ອນໄຫວວຽກ ຂອງທ່ານ ນາງ ໃບຄຳ ຂັດທິຍະ ທ່ານຍັງໄດ້ນຳເອົາຄອມພິວເຕີຕັ້ງໂຕະຈຳນວນ 5 ຊຸດ ມາມອບໃຫ້ແກ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນຕື່ມອີກ.
(ຂ່າວ:ສານຮສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ