ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ອານນາ ເອັສເຕີ ບຽນທ ວານເດັດສ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດປະເທດເພື່ອນມິດ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດປະເທດເພື່ອນມິດ
ໃນວັນທີ 10 ທັນວາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ອານນາ ເອັສເຕີ ບຽນທ ວານເດັດສ

 

(Enna Esther Viant Valdes) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ຍາວນານ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ ກູບາ ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ການສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນຂົງເຂດຕ່າງໆ ແລະ ໃນໂອກາດສໍາຄັນຕ່າງໆ ກໍໄດ້ມີການສົ່ງສານອວຍພອນເຖິງກັນ ແລະ ກັນ ຢ່າງເປັນປົກກະຕິ. ພິເສດ, ໃນປີ 2024 ນີ້ ສປປ ລາວ ແລະ ສ ກູບາ ໄດ້ຮ່ວມກັນຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ (4 ພະຈິກ 1974 – 4 ພະຈິກ 2024) ຢ່າງເປັນຂະບວນຟົດຟື້ນ ຊຶ່ງຖືເປັນປີທີ່ມີຄວາມໝາຍສໍາຄັນທັງຍັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່, ທັງຍັງສະແດງຄວາມຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມສາມາດໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືກັບ ສປປ ລາວ ໃນຊຸມປີຕໍ່ໜ້າ, ໂດຍສະເພາະໃນດ້ານກະສິກໍາ, ການສຶກສາ-ກິລາ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ເຫັນວ່າມີຜົນປະໂຫຍດຮ່ວມກັນ.

ໃນວັນດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອັບເດີຣາຮິມ ຣາຮາລີ (Abderranhim RAHHALY) ເອກອັກຄະຣາຊະທູດ ແຕ່ງຕັ້ງ ແຫ່ງ ຣາຊະອານາຈັກ ມາຣົກ ປະຈໍາ ສປປ ລາວ ທີ່ມີສໍານັກງານການທູດຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ຊຶ່ງຈຸດປະສົງຫຼັກຂອງການມາຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳ

ແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່ ແລະ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ ໃນຊຸມປີຕໍ່ໜ້າ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ບໍວອນທັດ ດວງຈັກ ຫົວ ໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ນາງ ເບນິຕາ ຊັມເມີວິວ ອຸປະທູດຊົ່ວຄາວ ສະຖານ ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ລາວ, ມີຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ຄະນະ ພົວພັນຕ່າງປະເທດສູນກາງພັກ, ສະໂມສອນນັກການທູດລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຢູ່ສະຖານທີ່ ລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນວັນທີ 13 ມິຖຸນາ ຜ່ານມາ, ໃນຂະນະລົງກວດກາຕົວຈິງໄດ້ພົບເຫັນ ການລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມແລ້ວເກັບມາເປັນຂອງກາງມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຮ່ວມກັບຄະນະພາສາຫວຽດນາມ ຂອງສະມາຄົມຊາວຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2 ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ສະຖານທູດຫວຽດນາມປະຈຳລາວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາແຫ່ງ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງ, ຄູ - ອາຈານ ແລະ ບັນດາທີມເຂົ້າແຂ່ງຂັນ ເຂົ້າຮ່ວມ.
ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VII ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຮາຍຟອງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາຄະນະບໍລິຫານງານພັກແຂວງຮາຍຟອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກສອງກະຊວງຍຸຕິທໍາລາວ-ຫວຽດນາມເຂົ້າຮ່ວມ.
ສຳເລັດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ

ສຳເລັດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 4-17 ມິຖຸນາ 2026, ກະຊວງການຄ້າ ສາທາລະນະລັດປະຊາຊົນຈີນ (ສປ ຈີນ) ຮ່ວມກັບ ສູນແລກປ່ຽນເສດຖະກິດ ແລະ ເຕັກນິກສາກົນຢູນນານ ໄດ້ຈັດຊຸດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ ສປປ ລາວ ຂຶ້ນທີ່ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ; ພິທີປີດຊຸດອົບຮົມໄດ້ຮັບກຽດຈາກ ທ່ານ ຫຼີ ລອງຄັງ, ຫົວໜ້າສູນແລກປ່ຽນເສດຖະກິດ ແລະ ເຕັກນິກສາກົນຢູນນານ ເປັນປະທານຝ່າຍຈີນ ແລະ ທ່ານ ຫຸມເພັງ ຈອມວິສານ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ ເປັນຫົວໜ້າຄະນະຝ່າຍລາວ ເຂົ້າຮ່ວມຊຸດອົບຮົມມີພະນັກງານຈາກສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ແລະ ແນວລາວສ້າງຊາດບັນດາແຂວງ ລວມທັງໝົດ 35 ທ່ານ;
ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ສ ຣັດເຊຍ ສ້າງສາຍພົວພັນການຮ່ວມມື

ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ສ ຣັດເຊຍ ສ້າງສາຍພົວພັນການຮ່ວມມື

ເນື່ອງໃນໂອກາດ ຕິດຕາມ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວວຽກງານ ທາງລັດຖະການ ຢູ່ ສະຫະພັນຣັດເຊຍ, ໃນວັນທີ 16 ມິຖຸນາຜ່ານມານີ້ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນ ຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ປະຊຸມພົບປະຢ່າງເປັນທາງການ ກັບ ທ່ານ ນາງ ໂອກຊານາ ນີໂກລາເອບນາ (Oksana Nikolaevna) ລັດຖະມົນຕີ ກະຊວງກະສິກໍາ ແຫ່ງສະຫະ ພັນຣັດເຊຍ ທີ່ນະຄອນຫຼວງມົສກູ.
ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

ວັນທີ 14 ມິຖຸນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ອົງການ UNFPA ປະຈຳ ສປປ ລາວ ຮ່ວມມືກັບ ໂຮງແຮມອາມາຣີ ວຽງຈັນ ໄດ້ຈັດກິດຈະກຳວັນແຫ່ງຄວາມມ່ວນຊື່ນເພື່ອການມີສ່ວນຮ່ວມຂອງຄົນພິການ (Disability Inclusion Fun Day)
ຮອງ ລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງ  ກົງສູນໃຫຍ່ຫວຽດນາມຄົນໃໝ່

ຮອງ ລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງ ກົງສູນໃຫຍ່ຫວຽດນາມຄົນໃໝ່

ໃນວັນທີ 16 ມິຖຸນາ ຜານມານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ສະຫາຍ ຫງວຽນ ວັນ ຢຸງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ແຂວງສະຫວັນນະເຂດ.
ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ

ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ

ສະຖານທູດອົສຕຣາລີ ປະຈຳລາວ ຮ່ວມກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ, ທ່າມກາງການແບ່ງແຍກທາງພູມສາດເສດຖະກິດ (Strengthening Economic Resilience Amid Geo economics)” ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ນາງ ເມແກນ ຈອນ (Migan Jones) ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ