ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ
ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ

 

ພ້ອມດ້ວຍຄະນະ ເຂົ້າອວຍພອນເນື່ອງໃນໂອກາດປີໃໝ່ລາວ ພ.ສ 2568.

ໃນໂອກາດນີ້, ສະຫາຍ ຫງວຽນ ມິງ ເຕິມ ໄດ້ຕາງໜ້າໃຫ້ຄະນະນໍາ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈໍາລາວ ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດປີໃໝ່ລາວ ພ.ສ 2568 ມາຍັງ ຄະນະພັກ-ຄະນະນໍາ ກໍຄື ພະນັກງານກະຊວງການຕ່າງປະເທດທຸກສະຫາຍ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ກໍຄື ຜົນສໍາເລັດຂອງການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ.

ໃນຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນປະເສີດ ໃນໂອກາດອັນສະຫງ່າລາສີນີ້ ຊຶ່ງເປັນປະເພນີທີ່ສອງປະເທດ ເຄີຍປະຕິບັດກັນເປັນປະຈໍາ ແລະ ຍັງສະແດງໃຫ້ເຫັນເຖິງ ສາຍພົວພັນພິເສດອັນສະໜິດສະໜົມ ລະຫວ່າງສອງຊາດ ເວົ້າລວມ, ເວົ້າສະເພາະກໍຄື ຄວາມສາມັກຄີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ມາໂດຍຕະຫຼອດ, ພ້ອມທັງໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ ອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ແລະ ຜ່ານ ສະຫາຍ ໄປຍັງການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງທຸກສະຫາຍ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຂ່າວ:ຕປທ

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວຈາກຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນໃນວັນທີ 10 ສິງຫາ ນີ້ ທີ່ປັກກິ່ງ ສປ ຈີນ, ຕາງໜ້າຄະນະໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານນາງ ວິລະພອນ ທອງພິມ ກຳມະການພັກ ແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີນັກຂ່າວຈາກ ສປປ ລາວ ແລະ ຄະນະຮັບຜິດຊອບຈາກສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນເຂົ້າຮ່ວມ.
ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ໃນ​ລະ​ຫວ່າງວັນທີ 6 ຫາ 7 ສິງຫາຜ່ານ​ມາ​ນີ້,ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມ ລາວ - ຈີນ, ໄດ້​ນຳ​ເອົາ​ເຄື່ອງ​ນຸ່ງ​ຫົ່ມໄປ​ມອບ​ໃຫ້​ປະ​ຊາ​ຊົນ, ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດທີ່​ອາ​ໄສ​ຢູ່ ເຂດ​ນະ​ຄອນຫຼວງວຽງ​ຈັນຫາ​ເມືອງວັງ​ວຽງ.
ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ອົງການກວດກາລັດແຂວງເຊກອງ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາຜ່ານ​ມາ ທີ່ ແຂວງເຊກອງ, ໂດຍມີທ່ານ ສາກົນ ພອນປະເສີດ ປະທານອົງການກວດກາລັດ ແຂວງເຊກອງ, ທ່ານ ຮິ່ງຢຸຍ ພຸກ ຮອງປະທານອົງການກວດກາລັດ ນະຄອນດາໜັງ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ໃນວັນ ທີ 6 ສິງຫາ ຜ່ານມານີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດປ້າຍ “ຈຸດຝຶກອົບຮົມຢູ່ ສປປ ລາວ ຂອງສະຖາບັນການຊ່າງແຂວງຢູນນານ” ຢ່າງເປັນທາງການ , ເພື່ອຝຶກອົບຮົມທັກສະສີມືແຮງງານ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ-ຊາວຜູ້ອອກແຮງງານ ຢູ່ນະຄອນຫຼວງວຽງຈັນ.
ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 7 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມ ສະຫຼອງ ຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ (8/8/1967-8/8/2026) ແລະ ວັນຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2026) ທີ່ກະຊວງການຕ່າງປະເທດ, ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ກະຊວງການຄ້າແຫ່ງ ສປຈີນ ໄດ້ຈັດພິທີເປີດໂຄງການຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ນັກຂ່າວສື່ມວນຊົນຊາວໜຸ່ມລາວ ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຝ່າຍລາວນໍາໂດຍທ່ານ ເພັດມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ທ່ານ ນາງ ວິລະພອນ ທອງພິມ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ຝ່າຍຈີນມີທ່ານ ລີ ເຮິງທຽນ ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ, ມີບັນດາຫົວໜ້າ-ຮອງຫົວໜ້າຄະນະໂຄສະອົບຮົມແຂວງ, ສື່ມວນຊົນອ້ອມຂ້າງຈຳນວນ 24 ຄົນ ຍິງ 8 ຄົນ ແລະ ໜ່ວຍງານຮັບຜິດຊອບຂອງຈີນເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ໃນວັນທີ 5 ສິງຫາ ຜ່ານມາ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ໃນວັນທີ 5 ສິງຫາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໃຫ້ກຽດລົງນາມໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ກອງປະຊຸມໄດ້ນຳສະເໜີວິທີການຈັດຕັ້ງການທົບທວນຄືນໄລຍະການໂຕ້ຕອບການລະບາດພະ ຍາດ ໝາກແດງໃຫຍ່ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6–7 ສິງຫານີ້, ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ Mackenzie Rowe ຫົວໜ້າ ພະແນກເສດຖະກິດ-ການເມືອງ, ມີສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ບັນດາຜູ້ເຂົ້າຮ່ວມຈາກກົມ, ສູນ, ໂຮງໝໍສູນກາງ, ຄະນະພະແນກສາທາ 18 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຮ່ວມກັບກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານງານສະຫະປະຊາຊາດປະຈຳ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (UNRCO), ໄດ້ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງທີ່ສຳນັກງານສະຫະປະຊາຊາດປະຈຳ ສປປ ລາວ ວັນທີ 5 ສິງຫານີ້ ກ່ຽວກັບການນຳເອົານະວັດຕະກຳດິຈິຕອນທີ່ນຳພາໂດຍຊາວໜຸ່ມເຂົ້າສູ່ການລົງທຶນໃນການພັດທະນາຊົນນະບົດ.
ເພີ່ມເຕີມ